ລະວັງທະນະບັດປະເພດໃບ 50,000 ກີບ ປອມ
ຫ້ອງການທະນາຄານແຫ່ງປະເທດ ລາວໄດ້ອອກແຈ້ງການໃນວັນທີ 17 ກຸມພາ 2020 ທີ່ຜ່ານມາ ເຖິງ ພໍ່ແມ່ປະຊາຊົນ, ພໍ່ຄ້າຊາວຂາຍ, ພະນັກງານ, ທະຫານ, ຕໍາຫຼວດ ໃນຂອບເຂດທົ່ວປະເທດໃຫ້ລະວັງ ທະນະບັດປະເພດໃບ 50,000 ກີບປອມຍ້ອນວ່າປະຈຸບັນນີ້ໄດ້ມີກຸ່ມຄົນບໍ່ດີຈໍານວນໜຶ່ງລັກລອບປອມທະນະບັດດັ່ງກ່າວອອກມາຈໍລະຈອນໃຊ້ຈ່າຍໃນສັງຄົມດ້ວຍຮູບແບບການນໍາ ເອົາທະນະບັດແທ້ໄປອັດສໍາເນົາສີ (copy) ໃສ່ເຈ້ຍ A4…

