ທໍລະຍົດຕໍ່ປະເທດຊາດຈະຖືກຕັດອິດສະລະພາບຕະຫຼອດຊີວິດ ຫຼື ຮ້າຍແຮງໄປກວ່ານັ້ນອາດຖືກປະຫານຊີວິດ
ອີງຕາມປະມວນກົດໝາຍອາຍາກ່ຽວກັບການກະທໍາຜິດຕໍ່ຄວາມສະຫງົບຂອງຊາດ ມາດຕາ 10 ກ່ຽວກັບການທໍລະຍົດຕໍ່ຊາດໄດ້ລະບຸໄວ້ວ່າ: ພົນລະເມືອງລາວຜູ້ທີ່ເຄື່ອນໄຫວພົວພັນ ແລະ ຮ່ວມມືກັບຄົນຕ່າງປະເທດ ຫຼື ອົງການຈັດຕັ້ງຕ່າງປະເທດໂດຍມີເຈດຕະນາທໍາລາຍຄວາມເປັນເອກະລາດ, ອໍານາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ຜົນປະໂຫຍດອັນຍິ່ງໃຫ່ຍທາງດ້ານການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ, ວັດທະນະທໍາ ແລະ ສັງຄົມ ຂອງ ປະເທດລາວ…

