ເອັດສຊີຈີແລະສື່ມວນຊົນ ລົງພື້ນທີ່ຢ້ຽມຢາມນັກຮຽນໃນ ສປປ ລາວ
ສານຕໍ່ຄວາມໄຝ່ຝັນໃຫ້ແກ່ນັກຮຽນໃນໂຄງການ SCG Sharing the Dream 2019 ວັນທີ 14 ພະຈິກ 2019, ນະຄອນຫຼວງວຽງຈັນ ເອັດສຊີຈີຮ່ວມກັບພະແນກສຶກສານະຄອນຫຼວງວຽງຈັນ ແລະ ສະມາຄົມຮ່ວມນ້ໍາໃຈກັບເດັກນ້ອຍລາວ (Actions with Lao Children) ລົງພື້ນທີ່ຢ້ຽມຢາມນ້ອງໆນັກຮຽນທີ່ສະໝັກຮັບທຶນການສຶກສາໃນໂຄງການ SCG Sharing the Dream 2019 ໂດຍມີການເຊີນສື່ມວນຊົນໄປຮັບຮູ້ຄວາມເປັນຢູ່ການດໍາລົງຊີວິດໃນແຕ່ລະມື້ຂອງນັກຮຽນພ້ອມໂອ້ລົມນໍານັກຮຽນແລະຜູ້ປົກຄອງຢ່າງໃກ້ຊິດເພື່ອໃຫ້ເຂົ້າໃຈເຖິງອຸປະສັກຂອງນ້ອງໆໃນການສຶກສາຂອງແຕ່ລະຄອບຄົວຢ່າງແທ້ຈິງເຊິ່ງຈະນໍາມາໃຊ້ພັດທະນາການສະໜັບສະໜຸນການສຶກສາຕໍ່ໄປ ໂດຍນອກເໜືອຈາກອຸປະສັກດ້ານການເງິນແລ້ວເອັດສຊີຈີຍັງເນັ້ນການສະໜັບສະໜຸນນັກຮຽນທີ່ມີຄວາມໄຝ່ຝັນເຊິ່ງນັກຮຽນທີ່ໄດ້ຮັບທຶນການສຶກສາດັ່ງກ່າວຍັງຕ້ອງເປັນເດັກທີ່ມີຄວາມກະຕັນຍູຕໍ່ຄອບຄົວເພື່ອຕໍ່ຍອດສູ່ການເປັນອະນາຄົດທີ່ດີຂອງປະເທດ ໂຄງການມອບທຶນການສຶກສາ SCG Sharing the Dream ໃນປີນີ້ ເອັດສຊີຈີໄດ້ດໍາເນີນການມາເປັນປີທີ 8 ແລະຍັງຄົງສືບຕໍ່ມອບໂອກາດໃຫ້ນັກຮຽນທີ່ມຸ້ງໜັ້ນຢາກມີການສຶກສາທີ່ດີຂຶ້ນແຕ່ຂາດແຄນກໍາລັງທຶນຮອນເຊິ່ງໄດ້ດໍາເນີນການມອບທຶນການສຶກສາໃຫ້ແກ່ນັກຮຽນໃນ ສປປ ລາວ ຢ່າງຕໍ່ເນື່ອງ ໂດຍໃນປີນີ້ເອັດສຊີຈີມີແຜນມອບທຶນການສຶກສາໃຫ້ກັບນັກຮຽນລະດັບມັດທະຍົມຕອນປາຍຈໍານວນ 300 ທຶນ (ນະຄອນຫຼວງວຽງຈັນ 160 ທຶນ ແລະ ແຂວງຄໍາມ່ວນ 140 ທຶນ) ເພື່ອຕື່ມເຕັມຄວາມຝັນໃຫ້ແກ່ເດັກນັກຮຽນທີ່ມຸ້ງໝັ້ນປະກອບອາຊີບໃນສາຂາວິຊາທີ່ຕັ້ງໃຈໃຫ້ສໍາເລັດໄດ້ຢ່າງແທ້ຈິງ ນອກຈາກນີ້ ເອັດສຊີຈີຍັງໄດ້ຂະຫຍາຍການມອບທຶນການສຶກສາໃຫ້ແກ່ນັກສຶກສາລະດັບປະລິນຍາຕີທີ່ຂາດແຄນທຶນຮອນໃນປີນີ້ອີກ 10 ທຶນ ຫຼັງຈາກທີ່ໄດ້ມອບທຶນລະດັບປະລິນຍາຕີໄປໃນປີທີ່ຜ່ານມາເປັນປີທໍາອິດຈໍານວນ 10 ທຶນ ເຊິ່ງທຶນດັ່ງກ່າວຈະເນັ້ນໜັກການສະໜັບສະໜຸນນັກສຶກສາທີ່ມີຄວາມໄຝ່ຝັນໃນການສໍາເລັດການສຶກສາແລະປະກອບອາຊີບເພື່ອເປັນກໍາລັງສໍາຄັນໃນການພັດທະນາປະເທດຕໍ່ໄປ ເຊິ່ງເອັດສຊີຈີຈະສະໜັບສະໜຸນຈົນກວ່າຈະສໍາເລັດການສຶກສາ ໂດຍນອກຈາກການສະໜັບສະໜຸນທາງດ້ານການເງິນແລ້ວຍັງມີກິດຈະກໍາເພື່ອພັດທະນາສັກກາຍະພາບແລະເສີມສ້າງຄຸນະທໍາຕະຫຼອດໂຄງການອີກດ້ວຍ ເອັດສຊີຈີເຊື່ອໝັ້ນວ່າໂຄງການມອບທຶນການສຶກສາ SCG Sharing…