ລ່ອງເຮືອຕາມນ້ຳເຊໂດນແມ່ນກິດຈະກໍາສົ່ງເສີມ ການທ່ອງທ່ຽວແບບໃໝ່ ຂອງເມືອງຄົງເຊໂດນ
ເພື່ອເປັນການສົ່ງເສີມການທ່ອງທ່ຽວໃນຍຸກລາວທ່ຽວລາວ ແລະ ເປັນການດຶງດູູດນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວຊົມແຫຼ່ງທ່ອງທ່ຽວຕ່າງໆ ຢູ່ແຂວງສາລະວັນໃຫ້ນັບມື້ຫຼາຍຂຶ້ນ, ອໍານາດການປົກຄອງເມືອງຄົງເຊໂດນ ແຂວງສາລະວັນ ໄດ້ເປີດບໍລິການກິດຈະກຳສົ່ງເສີມການທ່ອງທ່ຽວພາຍໃນເມືອງ ໂດຍການລ່ອງເຮືອຕາມນ້ຳເຊໂດນຢ່າງເປັນທາງການເມື່ອບໍ່ດົນມາ ນີ້ຊຶ່ງກິດຈະກໍາດັ່ງກ່າວເປັນກິດຈະກຳຮູບແບບໃໝ່ຂອງເມືອງ ໂດຍນໍາໃຊ້ເຮືອທັງໝົດ 7 ລໍາ ທີ່ເປັນເຮືອປະຊາຊົນເຂດບ້ານດັ່ງກ່າວ ໂດຍຈະມອບໃຫ້ເປັນຜູ້ບໍລິການ ແລະ ເກັບຄ່າບໍລິການ, ທັງເປັນການໝູນໃຊ້ທ່າແຮງທີ່ມີໃຫ້ຕິດພັນກັບວິຖີຊີວິດຂອງເຂົາເຈົ້າ, ເພື່ອໃຫ້ນັກທ່ອງທ່ຽວໄປຈັບຈ່າຍຊື້-ຂາຍ ຜົນຜະລິດກະສິກຳ ແລະ…

