ການເກີດອຸບັດເຫດຕາມທ້ອງຖະໜົນ ຍັງມີທ່າອ່ຽງເພີ່ມຂຶ້ນໃນຂອບເຂດທົ່ວປະເທດ, ສ່ວນໃຫຍ່ຍ້ອນຜູ້ຂັບຂີ່ດື່ມສິ່ງມຶນເມົາແລ້ວຂັບ, ຂັບຂີ່ໄວເກີນກໍານົດ, ແຊງບໍ່ຮັບປະກັນ ແລະ ອື່ນໆ ຊຶ່ງເປັນສາເຫດຫຼັກເຮັດໃຫ້ເກີດອຸບັດເຫດ ແລະ ຈຳນວນຜູ້ເສຍຊີວິດກໍເພີ່ມຂຶ້ນໃນແຕ່ລະເດືອນ.
ອີງຕາມການລາຍງານສະພາບການເກີດອຸບັດເຫດທົ່ວປະເທດປະຈຳເດືອນມັງກອນ 2021 ຂອງກົມຕຳຫຼວດຈະລາຈອນ ກະຊວງປ້ອງກັນຄວາມສະຫງົບໃຫ້ຮູ້ວ່າ: ສໍາລັບ ສາເຫດທີ່ພາໃຫ້ເກີດອຸບັດເຫດ ສ່ວນໃຫຍ່ເກີດຈາກດື່ມສິ່ງມືນເມົາມີເຖິງ 193 ຄັ້ງ, ໃຊ້ຄວາມໄວເກີນຂອບເຂດ 239 ຄັ້ງ, ປ່ຽນທິດທາງ 81 ຄັ້ງ ແລະ ອື່ນໆ, ຊຶ່ງເຮັດໃຫ້ມີຜູ້ເສຍຊີວິດເຖິງ 106 ຄົນ ໃນເດືອນມັງກອນ 2021 ຜ່ານມານີ້.
ສະເພາະ ປິ 2020 ຜ່ານມາ, ມີອຸບັດເຫດເກີດຂຶ້ນທັງໝົດ 6.774 ຄັ້ງ ໃນທົ່ວປະເທດ ແລະ ມີຜູ້ເສຍຊີວິດເຖິງ 1.031 ຄົນ.
ເພື່ອຫຼຸດຜ່ອນການເກີດອຸບັດເຫດ ທາງເຈົ້າໜ້າທີ່ຕຳຫຼວດຈະລາຈອນຈຶ່ງຮຽກຮ້ອງມາຍັງຜູ້ທີ່ໃຊ້ລົດໃຊ້ຖະໜົນຕ້ອງຮ່ວມໃຈກັນປະຕິບັດກົດລະບຽບການສັນຈອນທາງບົກໃຫ້ເຄັ່ງຄັດ, ມີສະຕິໃນການຂັບຂີ່ແຕ່ລະຄັ້ງ ເຊັ່ນ : ເມົາແລ້ວຫ້າມຂັບ, ຂັບຂີ່ລົດຈັກຕ້ອງໃສ່ໝວກກັນກະທົບທຸກຄັ້ງ ແລະ ກວດກາສະພາບລົດໃຫ້ມີຄວາມພ້ອມ ແລ້ວຈຶ່ງອອກເດີນທາງ ບັນຫາການເກີດອຸບັດເຫດຈຶ່ງຈະຫຼຸດລົງ.
ຂ່າວ: ວຽງຈັນທາຍ
ຮູບ: ໜ່ວຍກູ້ໄພ

