ກະຊວງການເງິນແຈ້ງໃຫ້ຮູ້ວ່າ: ການລົງທະບຽນອອກເລກປະຈຳຕົວຜູ້ເສຍອາກອນ ສຳລັບບຸກຄົນແມ່ນເພື່ອແນໃສ່ການຄຸ້ມຄອງຖານຂໍ້ມູນຜູ້ມີລາຍໄດ້ໃຫ້ເຂົ້າໃນລະບົບເພື່ອຮັບປະກັນໃຫ້ການເກັບລາຍຮັບເຂົ້າງົບປະມານແຫ່ງລັດມີຄວາມຖືກຕ້ອງ, ໂປ່ງໃສ, ຄົບຖ້ວນ, ຍຸຕິທຳ ທັງເປັນການແກ້ໄຂບັນຫາການສໍ້ລາດບັງຫຼວງ.
ກະຊວງການເງິນໄດ້ອອກແຈ້ງການກ່ຽວກັບການລົງທະບຽນອອກເລກປະຈຳຕົວຜູ້ເສຍອາກອນສຳລັບບຸກຄົນເມື່ອບໍ່ດົນມານີ້ເຖິງບຸກຄົນພາຍໃນ ແລະ ຕ່າງປະເທດທີ່ມີລາຍໄດ້ຢູ່ ສປປ ລາວ ໃນຂອບເຂດທົ່ວປະເທດ ເຊັ່ນ: ລັດຖະກອນ, ພະນັກງານທະຫານ, ຕຳຫຼວດ, ນັກທຸລະກິດ, ແມ່ຄ້າ ແລະ ຂາຍເຄື່ອງອອນລາຍ, ນັກກິລາ, ນັກສະແດງ, ນາຍຊ່າງ, ຊ່ຽວຊານ, ທີ່ປຶກສາ, ນາຍຈ້າງ, ລູກຈ້າງ ກຳມະກອນ, ຊາວຜູ້ອອກແຮງງານ ແລະ ອື່ນໆ ເພື່ອໃຫ້ມາລົງທະບຽນອອກເລກປະຈຳຕົວຜູ້ເສຍອາກອນ ຢູ່ຫ້ອງການສ່ວຍສາອາກອນທຸກຂັ້ນໃນຂອບເຂດທົ່ວປະເທດ ນັບແຕ່ນີ້ຫາວັນທີ 30 ມິຖຸນາ 2021.
ສໍາລັບເອກະສານ ແລະ ຂໍ້ມູນທີ່ຈະຕ້ອງກະກຽມມາລົງທະບຽນດັ່ງກ່າວປະກອບມີ ບັດປະຈຳຕົວ/ປື້ມສໍາມະໂນຄົວ, ໜັງສືຜ່ານແດນທີ່ຍັງບໍ່ໝົດກໍານົດ, ເບີໂທລະສັບ ທີ່ໄດ້ລົງທະບຽນແລ້ວ, ເລກບັນຊີທະນາຄານ, ເລກບັດປະກັນສັງຄົມ.
ຂ່າວ: ວຽງຈັນທາຍ

