ກະຊວງການຕ່າງປະເທດ ໃນນາມເປັນກອງເລຂາເພື່ອການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ຢູ່ ສປປ ລາວ, ຮ່ວມກັບ ຫ້ອງການຜູ້ປະສານງານອົງການສະຫະປະຊາຊາດ (ສປຊ) ຢູ່ ສປປ ລາວ, ຈັດກອງປະຊຸມເຜີຍແຜ່ກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ(ປພຍ) ຮ່ວມກັບບັນດາອົງການເຄືອຂ່າຍສະຫະປະຊາຊາດ ແລະ ຄູ່ຮ່ວມພັດທະນາ ຢູ່ ສປປ ລາວ, ວັນທີ 13 ຕຸລາ 2020 ຜ່ານມາ ຢູ່ນະຄອນຫຼວງວຽງຈັນ.
ກອງປະຊຸມເຜີຍແຜ່ໃນຄັ້ງນີ້ແມ່ນຄັ້ງທີ່ສີ່ຂອງການຈັດກອງປະຊຸມເຜີຍແຜ່ສໍາມະນາການສົ່ງເສີມການມີສ່ວນຮ່ວມຂອງທຸກພາກສ່ວນໃນສັງຄົມໃນການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ ແລະ ເປັນຄວາມພະຍາຍາມໃນການສົ່ງເສີມການເຜີຍແຜ່ ແລະ ໂຄສະນາກ່ຽວກັບການຈັດຕັ້ງປະຕິບັດ ແລະ ການເຊື່ອມສານ ປພຍ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ກໍຄື ນະໂຍບາຍ ແລະ ແຜນພັດທະນາຂອງທ້ອງຖິ່ນ ແລະ ຂະແໜງການທີ່ກ່ຽວຂ້ອງ.
ພ້ອມນັ້ນ, ກອງປະຊຸມກໍນັບວ່າເປັນໜຶ່ງໃນບາດກ້າວທໍາອິດໃນການກະກຽມການຮ່າງບົດລາຍງານແຫ່ງຊາດແບບສະໝັກໃຈສະບັບທີ 2 ຂອງ ສປປ ລາວ ທີ່ ລັດຖະບານແຫ່ງ ສປປ ລາວ ມີແຜນທີ່ຈະນໍາສະເໜີທີ່ ກອງປະຊຸມການເມືອງລະດັບສູງ ຂອງອົງການ ສປຊ ໃນປີ 2021 ອີກດ້ວຍ.
ໃນໂອກາດດັ່ງກ່າວ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ທອງຜ່ານ ສະຫວັນເພັດ ໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງການຮ່ວມມືຮອບດ້ານກັບທຸກພາກສ່ວນທີ່ກ່ຽວຂ້ອງໃນສັງຄົມ, ໂດຍສະເພາະແມ່ນໄດ້ຍົກໃຫ້ເຫັນເຖິງບົດບາດຄວາມສໍາຄັນຂອງອົງການ ສປຊ ແລະ ຄູ່ຮ່ວມພັດທະນາ ໃນຖານະທີ່ເປັນຄູ່ຮ່ວມພັດທະນາຫຼັກ ທີ່ໃຫ້ການສະໜັບສະໜູນຊ່ວຍເຫຼືອດ້ານທຶນຮອນ ແລະ ເຕັກນິກໃນວຽກງານການພັດທະນາໃນຫຼາຍຂະແໜງການຢູ່ພາຍໃນປະເທດ.
ທ່ານ ຮອງລັດຖະມົນຕີ ຍັງໄດ້ເນັ້ນໜັກຕື່ມອີກວ່າ, ພວກເຮົາຢູ່ໃນຍຸກສະໄໝທີ່ມີການເພິ່ງພາເຊິ່ງກັນ ແລະ ກັນ ແລະ ກໍາລັງປະເຊີນໜ້າກັບອະນາຄົດທີ່ຄາດເດົາໄດ້ຍາກທີ່ສຸດ, ໂດຍສະເພາະຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ກໍາລັງເປັນໄພຂົ່ມຂູ່ຮ້າຍແຮງຕໍ່ການດໍາລົງຊີວິດ ແລະ ຄວາມພະຍາຍາມໃນການພັດທະນາຂອງພວກເຮົາໃນປັດຈຸບັນ, ສະນັ້ນພວກເຮົາຈໍາເປັນຕ້ອງເພີ່ມທະວີການຮ່ວມມືຫຼາຍຝ່າຍ ແລະ ການຮ່ວມມືຮອບດ້ານໃນທຸກລະດັບ ເພື່ອພ້ອມກັນແກ້ໄຂບັນດາສິ່ງທ້າທາຍ ແລະ ຊອກຫາແນວທາງ ແລະ ວິທີແກ້ໄຂ ເພື່ອສາມາດບັນລຸໄດ້ເປົ້າໝາຍການພັດທະນາແບບຍືນຍົງ, ຄຽງຄູ່ກັບການປະກອບສ່ວນໃຫ້ແກ່ການກະກຽມກ້າວອອກຈາກສະຖານະພາບປະເທດດ້ອຍພັດທະນາຂອງ ສປປ ລາວ ໃນອະນາຄົດ.
ສປປ ລາວ ເປັນໜຶ່ງໃນບັນດາປະເທດທຳອິດທີີ່ໄດ້ເຊື່ອມສານເອົາບັນດາ ປພຍ ເຂົ້າໃນວາລະພັດທະນາແຫ່ງຊາດ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ແມ່ນໄດ້ຮີບໂຮມເອົາບັນດາ ປພຍ ເຂົ້າໃນສາມວຽກງານຈຸດສຸມ, ຊຶ່ງແຕ່ລະວຽກງານຈຸດສຸມແມ່ນສອດຄ່ອງກັບສາມເສົ້າຄໍ້າຂອງ ວາລະ 2030 ຄື: ເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ. ບັນດາຕົວຊີ້ບອກ ປພຍ ທີ່ຍັງເຫຼືອ ຈະສືບຕໍ່ເຊື່ອມສານເຂົ້າໃນ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX. ປັດຈຸບັນ ສປປ ລາວ ກໍ່ໄດ້ສືບຕໍ່ປະຕິບັດວຽກງານຢ່າງໃກ້ຊິດກັບບັນດາອົງການເຄືອຂ່າຍ ສປຊ ແລະ ບັນດາຄູ່ຮ່ວມພັດທະນາອື່ນໆ ເພື່ອຮັບປະກັນໃນການຮັບເອົາການຊ່ວຍເຫຼືອທີ່ຈຳເປັນໃນການເລັ່ງລັດການຈັດຕັ້ງປະຕິບັດວາລະ 2030 ຢູ່ປະເທດເຮົາໃນຕໍ່ໜ້າ.
ກອງປະຊຸມຄັ້ງນີ້ ພາຍໃຕ້ການເປັນປະທານຂອງ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ທອງຜ່ານ ສະຫວັນເພັດ ແລະ ເປັນປະທານຮ່ວມໂດຍ ຜູ້ປະສານງານອົງການ ສປຊ ປະຈໍາ ສປປ ລາວ, ທ່ານ ນາງ ຊາຣາ ເຊເກັນເນສ, ຊຶ່ງມີຜູ້ເຂົ້າຮ່ວມຫຼາຍກວ່າ 120 ທ່ານ ຕາງໜ້າຈາກບັນດາຈຸດປະສານງານ ປພຍ ແຫ່ງຊາດ ປະຈໍາກະຊວງ ແລະ ອົງການລັດທຽບເທົ່າກະຊວງ, ສະຖານທູດ, ບັນດາອົງການເຄືອຂ່າຍ ສປຊ ແລະ ຄູ່ຮ່ວມພັດທະນາ ປະຈໍາ ສປປ ລາວ.
ຂ່າວ: ວຽງຈັນທາຍ

