ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ກຽມເປິດການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະຈຳປີ 2021 ໃນວັນທີ 6 ເດືອນມີນາ 2021 ນີ້, ລວມເງິນລາງວັນການແຂ່ງຂັນ ທັງໜົດ 1 ຕື້ກວ່າກີບ.
ສຕລ ໄດ້ແຈ້ງໃຫ້ຊາບ ເມື່ອບໍ່ດົນມານີ້ວ່າ: ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະຈໍາປີ 2021 ມີທັງໝົດ 6 ສະໂມສອນ ເຂົ້າຮ່ວມປະກອບມີ : ສະໂມສອນ ລາວໂຕໂຢຕ້າ ເອັຟຊີ, ສະໂມສອນ ປກສ ເອັຟຊີ, ສະໂມສອນ ຊ້າງນ້ອຍ ເອັຟຊີ, ສະໂມສອນ ເອສະຣາ ເອັຟຊີ, ສະໂມສອນ ກອງທັບ ເອັຟຊີ ແລະ ສະໂມສອນ ວຽງຈັນ ເອັຟຊີ ຈາກແຂວງວຽງຈັນ.
ສຳລັບລາງວັນ: ອັນດັບ 1 ໄດ້ຮັບເງິນລາງວັນ 300 ລ້ານກີບ ພ້ອມຂັນ 1 ໜ່ວຍ ແລະ ຫຼຽນຊະນະເລີດ 35 ຫຼຽນ, ອັນດັບ 2 ໄດ້ຮັບເງິນລາງວັນ 150 ລ້ານ ກີບ, ອັນດັບ 3 ໄດ້ຮັບເງິນລາງວັນ 80 ລ້ານກີບ ແລະ ລາງວັນ ອື່ນໆ ຕື່ມອີກ.
ຂໍ້ມູນ+ຮູບ: ສຕລ

