ສະພາປະຊາຊົນແຂວງຫົວພັນໄດ້ເປີດກອງປະຊຸມຕິດຕາມກວດກາຂອງຄະນະກໍາມະການເລືອກຕັ້ັງລະດັບຊາດ ເມື່ອວັນທີ 10 ກຸມພາ 2021ທີ່ຜ່ານມາ ຢູ່ທີ່ຫ້ອງປະຊຸມ ສະພາປະຊາຊົນແຂວງ, ໂດຍການເປັນປະທານຂອງທ່ານ ປອ ບົວຄໍາ ທິບພະວົງ ປະທານ ກໍາມາທິການຍຸຕິທໍາ, ກໍາມະການອະນຸກໍາມະການໂຄສະນາ, ປຸກລະດົມຂະບວນການສະພາແຫ່ງຊາດ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳວອນ ບຸນທະວົງ ປະທານສະພາປະຊາຊົນແຂວງ ຮອງປະທານຄະນະກໍາມະການເລືອກຕັ້ງຂັ້ນແຂວງ.
ຈຸດປະສົງຫຼັກຂອງກອງປະຊຸມຄັ້ງນີ້ແມ່ນເພື່ອຕິດຕາມ, ກວດກາ ແລະ ຊຸກຍູ້ວຽກງານກະກຽມເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ 9 ແລະ ສະພາປະຊາຊົນ ແຂວງຫົວພັນ (ສສຂ) ຊຸດທີ 2 ທີ່ຈະຈັດຂຶ້ນໃນວັນທີ 21 ກຸມພາ 2021 ນີີ້ ຊຶ່ງແຂວງຫົວພັນ ແມ່ນເຂດເລືອກຕັ້ງທີ 8 ມີຜູ້ຮັບສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດດັ່ງກ່າວນີ້ຈໍານວນ 10 ທ່ານ ເລືອກເອົາ 7 ທ່ານ ແລະ ມີຜູ້ສະໝັກເປັນສະມາຊິກສະພາປະຊາຊົນຂັ້ນແຂວງ ຈໍານວນ 49 ທ່ານ ໃນນັ້ນເລືອກເອົາ 29 ທ່ານ, ມີຜູ້ມີສິດປ່ອນບັດເລືອກຕັ້ງທັງໝົດ 160.596 ຄົນ (ຍິງ 76.513 ຄົນ) ແລະ ມີໜ່ວຍປ່ອນບັດທັງໝົດ 420 ໜ່ວຍ.
ຂ່າວ: ນາງ ປຸ້ຍນິຕາ ເພັງມີໄຊ

