ສົງຄາມໃນຕາເວັນອອກກາງ ຈະສົ່ງຜົນກະທົບຕໍ່ຄັງສຳຮອງເງິນຕາຕ່າງປະເທດ ແລະ ເງິນເຟີ້ ຂອງ ສປປ ລາວ ຈະເປັນແນວໃດ?
ການປະທະກັນດ້ວຍກຳລັງອາວຸດຢູ່ໃນຕາເວັນອອກກາງ ກຳລັງເຮັດໃຫ້ຫຼາຍປະເທດທົ່ວໂລກ ປະເຊີນກັບການຂາດແຄນພະລັງງານເຊື້ອໄຟ ຢ່າງໜັກ, ລາຄາແພງຂຶ້ນຢ່າງຕໍ່ເນຶ່ອງ ໃນໄລຍະເວລາສັ້ນ ແລະ ຄາດວ່າຈະມີທ່າງອ່ຽງສືບຕໍ່ເພີ່ມຂຶ້ນ ຖ້າຫາກການຕໍ່ສູ້ຍັງສືບຕໍ່ຮຸນແຮງ. ສະພາບການດັ່ງກ່າວ ສົ່ງຜົນກະທົບຢ່າງຫຼວງຫຼາຍ ເປັນວົງກວ້າງ ຕໍ່ການດຳລົງຊິວິດ ຂອງ ປະຊາຊົນ, ເສດຖະກິດພົບຄວາມຫຍຸ້ງຍາກ, ລາຄາສິນຄ້າແພງຂຶ້ນ, ການບໍລິການຂົນສົ່ງສິນຄ້າຊັກຊ້າ ແລະ ຄວາມຕ້ອງການເງິນຕາຕ່າງປະເທດ…

