ພິທີເຖຣາພິເສກຫົດສົງ ພຣະອາຈານໃຫຍ່ ສີທົນ ໄຊຍະວົງສອນ ທີ່ໄດ້ຮັບການແຕ່ງຕັ້ງເປັນ ຮອງປະທານສູນກາງ ອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ

ພິທີເຖຣາພິເສກຫົດສົງ ພະອາຈານໃຫຍ່ ສີທົນ ໄຊຍະວົງສອນ ທີ່ໄດ້ຮັບການແຕ່ງຕັ້ງເປັນ ຮອງປະທານສູນກາງ ອົງການພຸດທະສາສະໜາສໍາພັນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະໄໝທໍາອິດ ທີ່ສຳນັກວິປັດສະນາກຳມະຖານ ວັດປ່ານາຄູນນ້ອຍ ບ້ານນາຄູນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໃນວັນອາທິດທີ່ຜ່ານມາ, ໂດຍໄດ້ຮັບຄວາມເມດຕາເຂົ້າຮ່ວມເປັນປະທານພິທີຂອງ ຍາທ່ານໃຫຍ່…

ກອງປະຊຸມເສວະນາ “ຈີນໃນລະດູບານໃໝ່ ຮ່ວມກັນເປີດໜ້າໃໝ່ແຫ່ງການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ” ໄດ້ຈັດຂຶ້ນທີ່ນະຄອນຫຼວງວຽງຈັນດວ້ຍຜົນສຳເລັດ

ໃນວັນທີ 19 ມີນານີ້, ກອງປະຊຸມເສວະນາ “ຈີນໃນລະດູບານໃໝ່ ຮ່ວມກັນເປີດໜ້າໃໝ່ ແຫ່ງການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ ” ທີ່ຈັດໂດຍສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດລາວ ຮ່ວມກັບ ວິທະຍຸໂທລະພາບສູນກາງຈີນ(CMG) ໄດ້ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ. ທ່ານ ເຊິ້ນ ໄຫສົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຄອມມູນິດຈີນ, ປະທານວິທະຍຸໂທລະພາບສູນກາງຈີນ ໄດ້ກ່າວຄຳປາໄສທາງວິດີໂອ.…

“ຂຸນກອງແລງ” ທ່ອງທ່ຽວທາງທໍາມະຊາດ

“ຂຸນກອງແລງ” ເປັນແຫຼ່ງທ່ອງທ່ຽວ ແລະ ເຂດທ່ອງທ່ຽວນິເວດວິທະຍາແຫ່ງທໍາອິດຂອງແຂວງຄໍາມ່ວນ ໄດ້ມີພິທີເປີດຢ່າງເປັນທາງການໃນມື້ວານນີ້ ເຂົ້າຮ່ວມ ແລະ ຕັດແຖບຜ້າ ເພື່ອເປີດສະຖານທີ່ທ່ອງທ່ຽວດັ່ງກ່າວ ໂດຍທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ. ເປີດແຫຼງທ່ອງທ່ຽວ “ຂຸນກອງແລງ” ນີ້ເປັນໄລຍະ 1 ຂອງການພັດທະນາ ໂດຍຈະສ້າງໃຫ້ກາຍເປັນຈຸດໜາຍປາຍທາງ ໃໝ່ທີ່ຍືນຍົງ,…

21 ມີນາ 1946 ເປັນທີ່ປະຊາຊົນລາວ ໂດຍສະເພາະຊາວເມືອງທ່າແຂກບໍ່ມີວັນລືມ

ບາງເຫດການ ແລະ ການຕໍ່ສູ້ຢ່າງພິລະອາດຫານ ຂອງທະຫານ ແລະ ປະຊາຊົນ ຢູ່ເມືອງທ່າແຂກໃຫ້ຮູ້ວ່າ: ວັນທີ 21 ມີນາ 1946 ຍົນພວກລ່າເມືອງຂຶ້ນແບບເກົ່າ ໄດ້ຫວ່ານໃບປິວລົງຕົວເມືອງທ່າແຂກ ຊຶ່ງໄດ້ເລີ່ມເປີດສາກບຸກໂຈມຕີດ້ວຍກໍາລັງໄຟປືນໃຫຍ່ໜ້າດິນປະສານກັບເຮືອບິນຖິ້ມລະເບີດ ແລະ ຍິງປືນກົນກວາດລົງໃສ່ກາງເມືອງ ແລະ ຝູງຄົນໃນຕະຫຼາດ, ຍິງໃສ່ກອງບັນຊາການ, ໂຮງຮຽນປະຖົມຊາວຫວຽດນາມຕ່າງດ້າວຢ່າງຮ້າຍແຮງ…

“ອຸທິຍານແຫ່ງຊາດ ຫີນໜາມໜໍ່” ເປັນມໍຣະດົກໂລກທາງທຳມະຊາດແຫ່ງທໍາອິດຂອງ ສປປ ລາວ

ອົງການປົກຄອງແຂວງຄໍາມ່ວນ ໄດ້ສະເຫຼີມສະຫຼອງ “ອຸທິຍານແຫ່ງຊາດ ຫີນໜາມໜໍ່” ທີ່ໄດ້ຮັບຂຶ້ນທະບຽນເປັນມໍຣະດົກໂລກທາງທຳມະຊາດ ຮ່ວມຊາຍແດນກັບ ອຸທິຍານແຫ່ງຊາດ ຟອງຫຍາ-ແກບາງ ຂອງ ສສ ຫວຽດນາມ ໃນມື້ວານນີ້ ທີ່ ເມືອງທ່າແຂກໂດຍການເຂົ້າຮ່ວມ ຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ…

ຫຼາຍວຽກງານສໍາຄັນຂອງຊາດ ຈະຖຶກຍົກມາພິຈາລະນາ ແລະ ຮັບຮອງເອົາ ໃນກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X

ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກຳມະການສູນກາງພັກ, ກຳມະການຄະນະປະຈຳສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບການດໍາເນີນກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ທີ່ຈະໄດ້ໄຂຂຶ້ນໃນລະຫວ່າງວັນທີ 23-27 ມີນາ 2026 ທີ່ຫ້ອງປະຊຸມໃຫຍ່ສະພາແຫ່ງຊາດ ນະຄອນຫຼວງວຽງຈັນ, ຊຶ່ງຈະໃຊ້ເວລາດຳເນີນກອງປະຊຸມທັງໝົດ 5 ວັນ ວ່າ:…

ລາ​ຄາ​ວັດ​ສະ​ດຸກໍ່​ສ້າງ​ບາງ​ຊະ​ນິດ​ແພງ​ຂື້ນເກືອບ 50% ໃນ​ນະ​ຄອນຫຼວງວຽງ​ຈັນ

ຜູ້​ລົງ​ທຶນກໍ່​ສ້າງ ໃນ​ນະ​ຄອນຫຼວງວຽງ​ຈັນ ໃນ​ປະ​ຈຸ​ບັນ ​ກຳ​ລັງ​ປະ​ເຊີນ​ກັບ ​ລາ​ຄາວັດ​ສະ​​ດຸ​ຂື້ນລາ​ຄາຢ່າງໄວ​ວາ ເຊິ່ງ​ບາງ​ປະ​ເພດເພີ່ມ​ຂື້ນ​ເກືອບ 50%. ບັນ​ຫາລາ​ຄາ​ນ້ຳ​ມັນ​ແພງ​ ເປັນສາເຫດ​ຕົ້ນ​ຕໍ່ເຮັດ​ໃຫ້​ຜູ້​ປະ​ກອບ​ການ ແລະ ພາກ​ທຸ​ລະ​ກິດ​ ຕ້ອງ​ໄດ້​ປັບ​ລາ​ຄາ​ສິນ​ຄ້າ ​ຂອງ​ຕົນ ເພື່ອ​ປະ​ຄັບ​ປະ​ຄອງ​​ທຸ​ລະ​ກິດ ແລະ ການ​ບໍ​ລິ​ການ ຂອງ​ເຂົາ​ເຈົ້າ ເນຶ່ອງ​ຈາກ​ຕົ້ນ​ທຶນ​ເພີ່​ມ​ຂື້ນສູງ. ນັບ​ແຕ່​ຕົ້ນ​ເດືອ​ນມີ​ນາ ລາ​ຄາ​ນ້ຳ​ມັນ​…

ຊາຍໜຸ່ມອາລົມບໍ່ດີໃຊ້ພ້າຟັນຄົນອື່ນຈົນເສຍຊີວິດ

ທ້າວ ແສງພະຈັນ (ໂງ່ນ) ໃຊ້ພ້າຖາງຫຍ້າຟັນ ນາງ ນໍ້າຂອງ ໄດ້ຮັບບາດເຈັບສາຫັດ ແລະ ເສຍຊີວິດໃນເວລາຕໍ່ມາ ຊຶ່ງເຫດຈຸງໃຈໃນການກໍ່ເຫດໃນຄັ້ງນີ້ຜູ້ກ່ຽວໃຫ້ການວ່າຍ້ອນອາລົມບໍ່ດີ, ທັງສອງຄົນເປັນປະຊາຊົນ ບ້ານນາແຫນ ເມືອງ ບໍລິຄັນ ແຂວງບໍລິຄໍາໄຊ ໂດຍເຫດດັ່ງກ່າວເກີດຂຶ້ນເວລາປະມານ 9 ໂມງ 50 ນາທີ…

ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູຫົວ ແລະ ສົມເດັດພະນາງເຈົ້າ ພຣະບໍຣົມລາຊິນີ ແຫ່ງ ຣາຊະອານາຈັກໄທ ຢ້ຽມຊົມພິພິທະພັນພະທາດຫຼວງວຽງຈັນ

ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູຫົວ ແລະ ສົມເດັດພະນາງເຈົ້າ ພຣະບໍຣົມລາຊິນີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ ໄດ້ສະເດັດຢ້ຽມຊົມ ພິພິທະພັນພະທາດຫຼວງວຽງຈັນ ໃນມື້ວານນີ້, ໃຫ້ກຽດຕ້ອນຮັບໂດຍ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ…

ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ ຈຳກັດໃຫ້ບໍລິການນໍ້າມັນເຄື່ອນທີ່ ຊ່ວຍເຫຼືອສັງຄົມ

ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ ຈຳກັດ (NTP) ໄດ້ໃຫ້ບໍລິ ການນໍ້າມັນເຊື້ອໄຟແບບເຄື່ອນທີ່ ເພື່ອຊ່ວຍເຫຼືອສັງຄົມໃນໄລຍະທີ່ນໍ້າມັນບໍ່ພຽງພໍ ໃຫ້ແກ່ຊາວນະຄອນ ຫຼວງວຽງຈັນ ຢູ່ເຂດເສດຖະກິດພິເສດບຶງທາດຫຼວງ ໃນມື້ນີ້ ໂດຍແບ່ງອອກເປັນ 2 ຈຸດຄື: ຈຸດນໍ້າມັນກາຊວນ 2 ຄັນ ແລະ ຈຸດນໍ້າມັນແອັດຊັງ…