5-6 ວັນຕໍ່ໄປນີ້ທົ່ວທຸກພາກຂອງປະເທດອາກາດຍັງສືບຕໍ່ຮ້ອນຫາຮ້ອນອົບເອົ້າ ແລະ ມີຝົນຕົກພ້ອມດ້ວຍຟ້າຮ້ອງຟ້າເຫຼື້ອມ ແລະ ລົມພັດແຮງ
ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ພະຍາກອນລ່ວງໜ້າກ່ຽວກັບສະພາບອາກາດນັບແຕ່ວັນທີ 19-25 ເມສາ 2021 ນີ້ວ່າ: ທົ່ວທຸກພາກຂອງປະເທດອາກາດຍັງສືບຕໍ່ຮ້ອນ ຫາຮ້ອນອົບເອົ້າ ພ້ອມທັງມີຝົນຕົກໃນລະດັບຄ່ອຍ, ຝົນຕົກປານກາງ ຫາ ຕົກໜັກພ້ອມດ້ວຍຟ້າຮ້ອງຟ້າເຫຼື້ອມ, ລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນໂດຍສະເພາະແຂວງ ພາກກາງ ແລະ ພາກໃຕ້ ຍ້ອນຄວາມກົດດັນຕ່ໍາຂອງອາກາດຮ້ອນຈະປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງປານກາງ, ສົມທົບກັບກະແສລົມຕາເວັນຕົກ…

