ຈັບສອງເອື້ອຍນ້ອງທີ່ໄປ ດາວ-ເຊົ່າລົດແລ້ວໄປຂາຍຕໍ່ລວມ 18 ຄັນ

ຫ້ອງການຕໍາຫຼວດ ປກສ ນະຄອນຫຼວງວຽງຈັນແຈ້ງໃຫ້ຮູ້ເມື່ອບໍ່ດົນ ມານີ້ວ່າ: ກໍາລັງເລັ່ງຕິດຕາມຜູ້ຮ່ວມຂະບວນ ການກັບສອງເອື້ອຍນ້ອງທີ່ຫຼອກລວງ ຕົວະຕົ້ມ ໃນຮູບແບບໄປດາວ-ເຊົ່າລົດ ແລ້ວເອົາໄປຂາຍຕໍ່ແບບບໍ່ມີເອກະສານ ພາຍຫຼັງທີ່ສາມາດຈັບກຸມສອງ ເອື້ອຍນ້ອງໄດ້ແລ້ວເມື່ອບໍ່ດົນມານີ້ ແລະ ໄດ້ໃຫ້ການຊັກທອດເຖິງຜູ້ຮ່ວມຂະບວນການ. ສອງເອື້ອຍນ້ອງດັ່ງກ່າວ ຊື່ນາງຄໍາພະຈັນ ໄຊຍະວົງ (ຜູ້ເປັນນ້ອງ) ແລະ ນາງວິໄລຄໍາ ໄຊຍະວົງ…

ໄຟໄໝ້ເຮືອນ 9 ຫຼັງຢູ່ບ້ານດົງຫວາຍ ເສຍຫາຍ 1 ຕື້ 182 ລ້ານກີບ

 ເຈົ້າແຂວງສະຫວັນນະເຂດ ທ່ານ ສັນຕິພາບ ພົມວິຫານ ແລະ ຄະນະໄດ້ມອບເຄື່ອງຊ່ວຍເຫຼືອ ແລະ ເງິນສົດໃຫ້ປະຊາຊົນ 9 ຄອບຄົວທີ່ເຮືອນຖືກໄຟໄໝ້ ຢູ່ບ້ານດົງຫວາຍ ເມືອງຊົນບູລີ ແຂວງສະຫວັນນະເຂດ ເມື່ອບໍ່ດົນມານີ້, ຊຶ່ງເຫດໄຟໄໝ້ດັ່ງກ່າວ ເກີດຂຶ້ນເມື່ອວັນທີ 5 ພະຈິກ 2020 ທີ່ຜ່ານມາ…

ສະມາຄົມລາວ-ໄທ ມອບອຸປະກອນການແພດຕ້ານພະຍາດໂຄວິດ-19 ໃຫ້ລັດຖະບານລາວ

ສະມາຄົມລາວ-ໄທ ມອບອຸປະກອນການແພດກ່ຽວກັບການປ້ອງກັນ  ການແຜ່ ລະບາດ ຂອງພະຍາດໂຄວິດ-19 ໃຫ້ແກ່ລັດຖະບານລາວ ໂດຍຜ່ານສະຖານເອກອັກຄະຣາຊະທູດໄທ ປະຈໍາ ສປປ ລາວ ເປັນຕົວແທນມອບຊຶ່ງໄດ້ມີພິທີມອບຮັບເມື່ອບໍ່ດົນມານີ້ ເພື່ອເປັນຂອງຂວັນຂອງການສະເຫຼີມສະຫຼອງວັນແຫ່ງການ ພົວພັນທາງການທູດ ໄທ – ລາວ ໃນປີ 2020,  ຄົບຮອບ 70…

ພະລັງງານໄຟຟ້າ ແສງຕາເວັນ ທີ່ເມືອງໂຂງຈະເປັນພະລັງງານໄຟຟ້າແສງຕາເວັນ ແຫ່ງທໍາອິດທີ່ສົ່ງອອກໄປຕ່າງປະເທດ

ລັດຖະບານແຫ່ງ ສປປ ລາວ ຈະຮ່ວມມືກັບ ບໍລິສັດ ເມືອງໂຂງ ຄຣີນ ເອເນີຈີ ຈໍາກັດ ໃນການລົງທຶນພັດທະນາພະລັງງານໄຟຟ້າ ແສງຕາເວັນ ທີ່ເມືອງໂຂງ ແຂວງຈໍາປາສັກ ເພື່ອສົ່ງຂາຍໄປປະເທດກໍາປູເຈຍ ຊຶ່ງຈະແບ່ງໄລຍະການພັດທະນາພະລັງງານດັ່ງກ່າວ ອອກເປັນ 5 ໄລຍະ ໂດຍໄລຍະທໍາອິດຈະມີກໍາລັງການຕິດຕັ້ງປະມານ 135…

ໂຄງການກໍ່ສ້າງບ້ານຈັດສັນໃໝ່ ເມືອງ ປາກແບງ ສຳເລັດແລ້ວ 25%

ໂຄງການກໍ່ສ້າງບ້ານຈັດສັນໃໝ່ ເພື່ອຟື້ນຟູ ຊີວິດການເປັນຢູ່ຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກ ການຂຸດຄົ້ນ ແລະ ປຸງແຕ່ງແຮ່ຄໍາ ບ້ານຕອງ ເມືອງ ປາກແບງ ແຂວງອຸດົມໄຊທີ່ ໄດ້ເລີ່ມຕົ້ນຈັດຕັ້ງ ປະຕິບັດມາແຕ່ເດືອນ ມິນາ 2020 ນັ້ນ ມາຮອດປັດຈຸບັນນີ້ ບັນດາໜ້າວຽກທັງໝົດແມ່ນປະຕິບັດສຳເລັດແລ້ວ 25% ຊຶ່ງໃນນັ້ນໄດ້ສ້າງເຮືອນ…

ເມືອງເຊໂປນມີຫຼາຍກວ່າ 3.000 ຄອບຄົວທີ່ໄດ້ຮັບຜົນກະທົບ ຈາກໄພນໍ້າຖ້ວມ

ກຳມະການກົມການເມືອງສູນ ກາງພັກ, ເຈົ້າຄອງນະຄອນຫຼວງວຽງຈັນ ທ່ານ ສິນລະວົງ ຄຸດໄພທູນ ພ້ອມດ້ວຍຄະນະ ແລະ ນັກທຸລະກິດໄດ້ ມອບເຄື່ອງອຸປະໂພກ ແລະ ບໍລິໂພກເພື່ອຊ່ວຍເຫຼືອ  ຜູ້ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມຢູ່ເມືອງເຊໂປນ  ແຂວງສະຫວັນນະເຂດ ເມື່ອບໍ່ດົນມານີ້ ຢູ່ທີ່ເເຂວງ ສະຫວັນນະເຂດ ໂດຍເຈົ້າແຂວງສະຫວັນນະເຂດ ທ່ານສັນຕິພາບ ພົມວິຫານ…

ກະຊວງ ຖວທ ກຽມຫັນການທ່ອງທ່ຽວເປັນອຸດສາຫະກໍາ

ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຈ້ງໃຫ້ຮູ້ວ່າ: ໃນ 5 ປີຂ້າງໜ້າ, ນັບແຕ່ ປີ 2021-2025, ກະຊວງ ຖວທ ຈະສຸມໃສ່ພັດທະນາ ການທ່ອງທ່ຽວ,  ໂດຍສະເພາະຈະຫັນການທ່ອງທ່ຽວ ເປັນອຸດສາຫະກໍາ ແລະ  ເພີ່ມທະວີການຄຸ້ມຄອງ…

ການນໍາແຂວງສະຫວັນນະເຂດຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ປະສົບໄພນ້ຳຖ້ວມ ຢູ່ 2 ບ້ານ ຂອງເມືອງນອງ

ຄະນະປະ ຈໍາພັກແຂວງ ສະຫວັນນະເຂດ ທ່ານ ວຽງທະວີສອນ ເທບພະຈັນ ພ້ອມດ້ວຍພະແນກການອ້ອມ ຂ້າງແຂວງ, ເມື່ອບໍ່ດົນມານີ້ ໄດ້ລົງຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອ ປະຊາຊົນບ້ານຜູ້ໄທ ແລະ ບ້ານ ສະແຫຼງເມືອງນອງ ແຂວງສະຫວັນນະເຂດ  ທີ່ໄດ້ຮັບຜົນກະທົບຈາກ ໄພນໍ້າຖ້ວມໃນໄລຍະທີ່ ຜ່ານມາ,…

ປະຊາຊົນ 6 ແຂວງພາກກາງ ແລະ ພາກໃຕ້ ກຽມຮັບມືກັບພະຍຸເຂດຮ້ອນອີຕາວ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນໃນຕອນເຊົ້າວັນທີ 9 ພະຈິກ ເຖິງປະຊາຊົນ ແຂວງ ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ຈຳປາສັກ ແລະ ອັດຕະປື ໃຫ້ກຽມຮັບມືກັບ ພະຍຸໝຸນເຂດຮ້ອນອີຕາວ (Etau) ທີ່ຈະພັດຜ່ານເຂົ້າມາແຂວງພາກກາງ ແລະ…

ກອງປະຊຸມໃຫຍ່ອົງຄະນະພັກແຂວງຊຽງຂວາງເລືອກຕັ້ງເອົາ ສະຫາຍ ບຸນຈັນ ສີວົງພັນ ເປັນເລຂາພັກແຂວງ

ການປ່ອນບັດເລືອກຕັ້ງ ເອົາຄະນະບໍລິຫານງານພັກແຂວງ ຊຸດໃໝ່ ໃນກອງປະຊຸມໃຫຍ່ຄັ້ງທີ XIII ອົງຄະນະພັກແຂວງຊຽງຂວາງ ທີ່ໄດ້ຈັດຂຶ້ນຫວ່າງບໍ່ດົນມານີ້ ທີ່ຫ້ອງປະຊຸມ ຫ້ອງວ່າການປົກຄອງແຂວງ, ຜົນປະກົດວ່າ ສະຫາຍ ບຸນຈັນ ສີວົງພັນ ໄດ້ເປັນເລຂາຄະນະບໍລິຫານງານພັກແຂວງຊຸດໃໝ່, ສະຫາຍ ບຸນໂຮມ ເທດທານີ ແລະ  ສະຫາຍ ໜໍບີ…