ເຂື່ອນໄຟຟ້າດອນສະໂຮງ ເລີ່ມສົ່ງອອກໄຟຟ້າໃຫ້ກໍາປູເຈຍແລ້ວ
ເຂື່ອນໄຟຟ້າດອນສະໂຮງເລີ່ມຜະລິດໄຟຟ້າສົ່ງຂາຍໃຫ້ກໍາປູເຈຍແລ້ວ ນັບແຕ່ວັນທີ 4 ພະຈິກທີ່ຜ່ານມາ, ພາຍຫຼັງທີ່ສໍາເລັດການກໍ່ສ້າງສາຍສົ່ງ ທີ່ສະຖານີໄຟຟ້າແຮງສູງ 500 ກິໂລໂວນ ຢູ່ບ້ານຫາດ ເມືອງໂຂງ ແຂວງຈໍາປາສັກ ຫາ ຊາຍແດນລາວ-ກໍາປູເຈຍ ໂດຍມີພິທີເປີດນໍາໃຊ້ເມື່ອບໍ່ດົນມານີ້. ເຂື່ອນໄຟຟ້າດອນສະໂຮງຕັ້ງຢູ່ຫ້ວຍສະໂຮງ ຢູ່ລະຫວ່າງ ດອນສະດຳ ແລະ ດອນສະໂຮງ ເມືອງໂຂງແຂວງຈຳປາສັກ…

