ປະຊາຊົນບັນດາແຂວງພາກກາງ ແລະ ພາກໃຕ້ກຽມຮັບມືກັບພະຍຸໝຸນເຂດຮ້ອນ ໂກນີ ( Goni ) ຫົວທີ່ 19

ປະຊາຊົນແຂວງ ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື ໂດຍສະເພາະຜູ້ທີ່ອາໄສຢູ່ຕາມແຄມແມ່ນໍ້າຕ່າງໆໃຫ້ລະວັງ ແລະ ກຽມຮັບມືກັບ ພະຍຸໝຸນເຂດຮ້ອນ Goni ຫົວທີ່ 19 ທີ່ຈະເຄື່ອນຂຶ້ນຝັ່ງເຂດເມືອງ ດານັງ ສສ ຫວຽດນາມ ໃນວັນທີ…

ນັກລົງທຶນຕ່າງປະເທດສໍາປະທານເນື້ອທີ່ດິນລັດແຕ່ບໍ່ປະຕິບັດຕາມສັນຍາຢູ່ແຂວງເຊກອງ

ປະຊາຊົນແຂວງເຊກອງຮຽກຮ້ອງໃຫ້​ລັດຖະບານກວດຄືນກ່ຽວກັບການສໍາປະທານດິນລັດຂອງນັກລົງທຶນຕ່າງປະເທດ ທີ່ມີຫຼາຍກວ່າ 100 ເຮັກຕາພາຍໃນແຂວງຍ້ອນວ່ານັກລົງທຶນບໍ່ປະຕິບັດຕາມສັນຍາຕາມການສະເໜີປູກພຶດປອດສານພິດ ແຕ່ ຫັນໄປປູກພຶດອື່ນແທນ. ສະມາຊິກ​ສະພາ​ແຫ່ງ​ຊາດ ເຂດ​ເລືອກ​ຕັ້ງ​ທີ 16 ແຂວງ​ເຊ​ກອງ ທ່ານ ພອນ​ເພັດ ຄິວ​ລາ​ວົງ ທັງ​ເປັນ​ປະທານ​ສະພາ​ປະຊາຊົນ​ແຂວງ​ເຊ​ກອງ ໄດ້​ໃຫ້​ສຳພາດຕໍ່ທິມງານວຽງຈັນທາຍທີ່​ກອງ​ປະຊຸມ​ສະໄໝ​ສາມັນ​ເທື່ອ​ທີ 10 ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ VIII ວ່າ: ແຂວງເຊກອງ…

ຄວາມພະຍາຍາມຂອງ ຄົນສິງກະໂປຜູ້ໜຶ່ງ ເພື່ອແບ່ງແຍກອາຊຽນ ຈະບໍ່ມີທາງສຳເລັດ

ພົນລະເມືອງຂອງອາຊຽນ, ໂດຍສະເພາະກໍແມ່ນປະຊາຊົນຂອງປະເທດສະມາຊິກໃໝ່ ຄື ສປປລາວ ແລະ ລາຊະອານາຈັກກຳປູເຈຍ ຮູ້ສຶກຕົກໃຈເມື່ອຊາບວ່າ ຄົນຜູ້ເຄີຍເປັນທີ່ໜ້ານັບຖືໃນການປົກປ້ອງ ສະມາຄົມບັນດາປະຊາຊາດ ອາຊີອາຄະເນ (ອາຊຽນ) ໄດ້ຕັດສິນໃຈບໍ່ປ້ອງກັນອົງການນີ້ອີກແລ້ວ ດ້ວຍການສົ່ງທັດສະນະອັນຜິດພາດຂອງຕົນອອກສູ່ໂລກ ໃນການສະເໜີໃຫ້ເອົາ ລາວ ແລະ ກຳປູເຈຍ ອອກຈາກ ອາຊຽນ. ສະພາບແນວນີ້ຈຶ່ງເກີດມີການຍົກເອົາຫລາຍບັນຫາຂຶ້ນມາຖາມກັນວ່າ…

ຍັງມີແຕ່ຜູ້ຕິດເຊື້ອພະຍາດໂຄວິດ-19 ກໍລະນີທີ 24 ທີ່ຍັງນອນປິ່ນປົວຢູ່ໂຮງໝໍມິດຕະພາບ

ຜູ້ຕິດເຊື້ອພະຍາດໂຄວິດ -19 ກໍລະນີທີ 23 ຫຼື ຜູ້ທີ 23 ໄດ້ປິ່ນປົວຫາຍດີ ແລະ ໄດ້ອອກຈາກໂຮງໝໍໄປຈໍາກັດບໍລິເວນຕໍ່ອີກ 14 ວັນ ຢູ່ບ້ານແລ້ວ ໃນມື້ວັນທີ 1 ພະຈິກ 2020 ທີ່ຜ່ານມາ, ຊຶ່ງເປັນເພດຊາຍ ອາຍຸ…

ບໍລິສັດມາຣຸເບນີ ຄໍໂປເຣຊັນ ສົນໃຈລົງທຶນກ່ຽວກັບການຜະລິດພະລັງງານແສງອາທິດຢູ່ແຂວງສະຫວັນນະເຂດ

ຜູ້ຈັດການ ທົ່ວໄປ ຫ້ອງການຜູ້ຕາງໜ້າ ບໍລິສັດມາຣຸເບນີ ຄໍໂປເຣຊັນ ປະເທດຍີ່ປຸ່ນ ທ່ານ ຄາຊຸມິເນາະຄິຄຸຕະ ພ້ອມຄະນະໄດ້ເຂົ້າພົບປະ ກັບເຈົ້າແຂວງສະຫວັນນະເຂດ ທ່ານ ສັນຕິພາບ ພົມວິຫານ ທີ່ຫ້ອງວ່າການແຂວງ ເມື່ອບໍ່ດົນມານີ້, ເພື່ອສະເໜີຕໍ່ກັບອໍານາດການປົກຄອງແຂວງ ກ່ຽວກັບຄວາມສົນໃຈລົງທຶນດ້ານການຜະລິດພະລັງງານແສງອາທິດທີ່ໃຫ່ຍທີ່ສຸດໃນອາຊຽນຢູ່ແຂວງສະຫວັນນະເຂດໂດຍຈະຮ່ວມ ມືກັບກະຊວງວິທະຍາສາດ ແລະ ເຕັກໂນໂລຊີ.…

ກອງປະຊຸມໃຫຍ່ອົງຄະນະພັກແຂວງ ຈໍາປາສັກ ຄັດເລືອກເອົາສະຫາຍ ວິໄລວົງ ບຸດດາຄໍາ ເປັນເລຂາພັກແຂວງຊຸດໃໝ່

ການປ່ອນບັດເລືອກຕັ້ງ ເອົາຄະນະບໍລິຫານງານພັກແຂວງ ຊຸດໃໝ່ ໃນກອງປະຊຸມໃຫຍ່ຄັ້ງທີ VIII ອົງຄະນະພັກແຂວງຈໍາປາສັກ ທີ່ໄດ້ຈັດຂຶ້ນຫວ່າງບໍ່ດົນມານີ້, ຜົນປະກົດວ່າ ສະຫາຍ ວິໄລວົງ ບຸດດາຄໍາ ໄດ້ເປັນເລຂາຄະນະບໍລິຫານງານພັກແຂວງຊຸດໃໝ່, ສະຫາຍ ມະໄລທອງ ກົມມະສິດ ແລະ ສະຫາຍ ສາຍທອງ ໄຊຍະວົງ ເປັນຮອງເລຂາພັກແຂວງ.…

ລັດເຫັນດີເປີດຮ້ານບັນເທິງພ້ອມທັງ ສືບຕໍ່ປະຕິບັດບັນດາມາດຕະການຕ້ານພະຍາດໂຄວິດ-19  ອອກໄປອີກໝົດປີນີ້

ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການວັນທີ 31 ຕຸລາ ຜ່ານມານີ້ ວ່າ: ອະນຸຍາດໃຫ້ເປີດຮ້ານບັນເທິງ ແລະ ຮ້ານຄາຣາໂອເກະ ພ້ອມທັງສືບຕໍ່ປະຕິບັດບັນດາມາດຕະການຜ່ອນຜັນ, ມາດຕະການໃນການປ້ອງກັນ,ຄວບຄຸມ, ສະກັດກັ້ນ ແລະ  ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ໄປອີກ 2 ເດືອນ ນັບແຕ່ ວັນທີ…

ການນຳແຂວງສະຫວັນນະເຂດ ມອບເຄື່ອງຊ່ວຍເຫຼືອ ຜູ້ປະສົບໄພນໍ້າຖ້ວມຢູ່ເມືອງຈຳພອນ

ປະຈຸບັນນີ້ ຢູ່ໃນ 8 ເມືອງຂອງແຂວງສະຫວັນນະເຂດ ລະດັບນໍ້າ ແລະ ສາຍນໍ້າສາຂາຕ່າງໆສືບຕໍ່ຫຼຸດລົງ ເປັນປົກກະຕິແລ້ວ ແຕ່ຍັງມີຜູ້ປະສົບໄພຈໍານວນຫຼາຍຍັງຕ້ອງການເຄື່ອງຊ່ວຍເຫຼືອຈາກສັງຄົມ. ກໍາມະການປະຈໍາພັກແຂວງ ປະທານກວດກາພັກລັດແຂວງສະຫວັນນະເຂດ ທ່ານ ນາງ ບຸນເຍື້ອນ ທິດພຸດທະວົງ, ພ້ອມພະແນກການອ້ອມຂ້າງແຂວງ ເຊິ່ງມີພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ,…

ການແຂ່ງຂັນຕີຄີທີ່ບູຸນນະມັດສະການພະທາດຫລວງທີມປະຊາຊົນຊະນະທີມລັດຖະບານ 5-4 ລູກ

ການແຂ່ງຂັນຕີຄີໃນງານບຸນນະມັດສະການພະທາດຫຼວງລະຫວ່າງທີມປະຊາຊົນ ແລະ ທີມລັດຖະບານ ທີ່ໄດ້ຈັດຂຶ້ນໃນຕອນບ່າວມື້ວັນທີ 31 ຕຸລາທີ່ຜ່ານມາ ທີ່ເດີ່ນພະທາດຫຼວງ ຜົນປະກົດວ່າທີມປະຊາຊົນຊະນະທີມລັດຖະບານ 5 ຕໍ່ 4 ລູກ ຊຶ່ງຜົນການແຂ່ງຂັນກໍ່ເໝືອນກັບທຸກໆປີທີ່ທີມປະຊາຊົນຕ້ອງຊະນະທີມລັດຖະບານ. ຫຼາຍທ່ານອາດຈະຍັງບໍ່ຮູ້ວ່າເປັນຫຍັງທີມລັດຖະບານຕ້ອງຍອມເສຍໃຫ້ທີມປະຊາຊົນໃນການແຂ່ງຂັນຕີຄີໃນງານບຸນນະມັດສະການພະທາດຫຼວງທຸກໆປີ ນັ້ນມີຄວາມໝາຍວ່າຍາມໃດພັກ, ລັດ ແມ່ນຖືເອົາຊີວິດການເປັນຢູ່ຂອງປະຊາຊົນເປັນຫຼັກ, ສຸມສະຕິປັນຍາ ແລະ ເຫື່ອແຮງເພື່ອປະເທດຊາດ…

ສະພາແຫ່ງຊາດຮັບຮອງການແຕ່ງຕັ້ງບຸກຄະລາກອນຂັ້ນສູງຂອງລັດ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VIII ໃນຕອນເຊົ້າວັນທີ 30 ຕຸລາ 2020, ພາຍໃຕ້ການເປັນປະທານຂອງ ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ພິຈາລະນາຕາມການສະເໜີຂອງນາຍົກລັດຖະ ມົນຕີ ກ່ຽວກັບການຍົກຍ້າຍ ແລະ ການແຕ່ງຕັ້ງບຸກຄະລາກອນຂັ້ນສູງຂອງລັດ,…