ຊາວພຸດຈຳນວນຫຼວງຫຼາຍຮ່ວມພິທີຕັກບາດ ໃນງານບຸນນະມັດສະການພະທາດຫຼວງຕອນເຊົ້າຂອງມື້ນີ້
ຊາວພຸດຈໍານວນຫຼວງຫຼາຍໄດ້ພ້ອມໃຈກັນໄປຮ່ວມພິທີຕັກບາດເນື່ອງໃນງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2020 ໃນຕອນເຊົ້າຂອງມື້ວັນທີ 31 ຕຸລານີ້ ຊຶ່ງເປັນມື້ສຸດທ້າຍຂອງງານບຸນ, ໂດຍແຕ່ລະຄົນໄດ້ເອົາເຂົ້າໜົມ, ເຂົ້າຕົ້ມ ແລະ ສິ່ງຂອງອື່ນໆທີ່ກ່ຽວກັບການຕັກບາດມາຖະຫວາຍສັງຄະທານແດ່ພະສົງສາມະເນນຫຼາຍກວ່າ 100 ອົງ. ໃນຕອນບ່າຍຂອງມື້ນີ້ ເວລາປະມານ 13 ໂມງ 00 ຈະມີພິທີແຫ່ລູກຄີ ແລະ…

