ຍັງຕິດຕາມຈັບຄົນຂີ້ລັກທີ່ຂີ່ລົດຮຸນໃດຕໍານັກຮຽນຢູ່ເສັ້ນທາງບ້ານດົງຄໍາຊ້າງ-ບ້ານໜອງໄຮ
ຈາກເຫດການທີ່ກອງຫຼອນບ້ານດົງຄໍາຊ້າງ ເມືອງຫາດຊາຍຟອງນະຄອນຫຼວງວຽງຈັນໄດ້ຂີ່ລົດໄລ່ຄົນຂີ້ລັກ ຫຼື ໂຈນທີ່ລັກເຄື່ອງ ແລະ ຂີ່ລົດຮຸນໃດຫຼົບໜີ ໃນວັນທີ 11 ພະຈິກ ເວລາ 16 ໂມງ 30 ແຕ່ສາມແຍກໄຟແດງ ບ້ານດົງຄໍາຊ້າງ ລົງມາຕາມເສັ້ນທາງດົງຄໍາຊ້າງ-ໜອງໄຮ ຊຶ່ງລົດໂຈນໄດ້ໄປຕໍາລົດຈັກລົດນັກຮຽນໃນເວລາທີ່ຂັບຂີ່ມາແຕ່ບ້ານໜອງໄຮ ແລະ ລົດໂຈນກໍ່ໄດ້ໄປດາດກັບລົດຮຸນໃດນ້ອຍອີກຄັນໜຶ່ງຍ້ອນຂີ່ໄວ. ຮອດມື້ນີ້ວັນທີ…

