ເຂດພູຈວມ ແລະ ຕາດໄຟໄໝ້ ຢູ່ແຂວງເຊກອງຈະກາຍເປັນຈຸດໃຈກາງ ດ້ານການທ່ອງທ່ຽວຄົບວົງຈອນ ຢູ່ 4 ແຂວງພາກໃຕ້
ເຂດພູຈວມ ແລະ ນໍ້າຕົກຕາດໄຟໄໝ້ຢູ່ເມືອງທ່າແຕງ ແຂວງເຊກອງ ກໍາລັງຈະໄດ້ຮັບການພັດທະນາເປັນແຫຼ່ງທ່ອງທ່ຽວດ້ານທໍາມະຊາດ, ກະສິກໍາປະສົມ, ປະຫວັດສາດ ແລະ ສຶກສາວິຖີຊີວິດຂອງຊົນເຜົ່າກ່ຽວກັບຮິດຄອງປະເພນີອັນດີງາມທີ່ສືບທອດກັນມາແຕ່ສະໄໝບູຮານ ພາຍຫຼັງທີ່ບໍລິສັດເທບວົງສາ ພາວເວີຈໍາກັດມີຄວາມສົນໃຈໃນການລົງທຶນພັດທະນາ ເຂດພູຈວມ ແລະ ຕາດໄຟໄໝ້ ໂດຍໄດ້ຮັບອະນຸຍາດສຶກສາຄວາມເປັນໄປໄດ້ຈາກອໍານາດການປົກຄອງແຂວງເຊກອງເປັນທີ່ຮຽບຮ້ອຍແລ້ວເມື່ອບໍ່ດົນມານີ້. ປັດຈຸບັນນີ້, ບໍລິສັດດັ່ງກ່າວກໍາລັງສຶກສາສໍາຫຼວດ, ສ້າງບົດວິພາກເສດຖະກິດ-ເຕັກນິກ, ການຕີລາຄາຜົນກະທົບຕໍ່ສິ່ງແວດລ້ອມ, ສັງຄົມ,…

