ອົງການແມັກ ພົບລູກລະເບີດທີ່ມີນໍ້າໜັກເຖິງ 227 ກິໂລຢູ່ເມືອງຜາໄຊ ແຂວງຊຽງຂວາງ
ອີງຕາມລາຍງານຂອງອົງການແມັກ ໃຫ້ຮູ່ວ່າ: ທີມງານເກັບກູ້ລະເບີດຂອງອົງການແມັກ (MAG) ປະຈໍາລາວ ໄດ້ກວດພົບລູກລະເບີດໃຫ່ຍທີ່ມີນໍ້າໜັກ 500 ປອນ ຫຼື 227 ກິໂລ ຢູ່ເຂດເນື້ອທີ່ກະສິກໍາ ທີ່ບ້ານຊຽງດີ ເມືອງຜາໄຊ ແຂວງຊຽງຂວາງ ໃນອາທິດທີ່ຜ່ານມາ ໃນເວລາທີ່ປະຕິບັດໜ້າທີ່ລົງກວດກາລູກລະເບີດບໍ່ທັນແຕກທີ່ຕົກຄ້າງໃນສະໄໝສົງຄາມ. ອົງການແມັກໃຫ້ຮູ້ຕື່ມອີກວ່າ: ເປັນເວລາຫຼາຍກວ່າ 25…


