ຊົມທະເລໝອກ, ສໍາພັດກັບອາກາດໜາວ ແລະ ເບີ່ງຕາເວັນຂຶ້ນ ແລະ ຕົກ ທີ່ຜາຊົມນາງ-ໜອງຂຽວ ຢູ່ ເມືອງງອຍໃນຍຸກລາວທ່ຽວລາວ

ຜາຊົມນາງ-ໜອງຂຽວ ຢູ່ ເມືອງງອຍ ແຂວງຫຼວງພະບາງ ເປັນສະຖານທີ່ທ່ອງທ່ຽວໃໝ່ແຫ່ງໜຶ່ງທີ່ກໍາລັງໄດ້ຮັບ ຄວາມນິ ຍົມຈາກນັກທ່ອງທ່ຽວພາຍໃນຍ້ອນວ່າແຫຼ່ງທ່ອງທ່ຽວດັ່ງກ່າວນີ້ມີຈຸດຊົມວິວທີ່ສາມາດ ແນມເຫັນເທດສະບານເມືອງງອຍ ແລະ ທໍາມະຊາດຢູ່ອ້ອມຮອບເມືອງງອຍ ນອກນັ້ນໃນຍາມເຊົ້າຍັງສາມາດເບີ່ງນໍ້າໝອກທີ່ປົກຄຸມໃນບໍລິເວນແຫຼ່ງທ່ອງທ່ຽວດັ່ງກ່າວ. ຜູ້ສໍາປະທານຜາຊົມນາງ-ໜອງຂຽວ, ທ່ານນາງໄພວັນ ທອງວິໄລສານ ໄດ້ກ່າວຄວາມເປັນມາກ່ຽວກັບສະຖານທີ່ທ່ອງທ່ຽວແຫ່ງນີ້ຕໍ່ທີມງານວຽງຈັນທາຍເມື່ອບໍ່ດົນມານີ້ວ່າ:  ໄດ້ລິເລີ່ມພັດທະນາ ແລະ ເປີດບໍລິການຜາຊົມນາງ-ໜອງຂຽວ ໃຫ້ນັກທ່ອງທ່ຽວ ນັບແຕ່ເດືອນ…

ກອງປະຊຸມໃຫຍ່ອົງຄະນະພັກແຂວງ ວຽງຈັນ ຄັດເລືອກເອົາ ສະຫາຍ ຄໍາພັນ ສິດທິດໍາພາ ເປັນເລຂາພັກແຂວງຊຸດໃໝ່

ການປ່ອນບັດເລືອກຕັ້ງ ເອົາຄະນະບໍລິຫານງານພັກແຂວງ ຊຸດໃໝ່ ໃນກອງປະຊຸມໃຫຍ່ຄັ້ງທີ VI ອົງຄະນະພັກແຂວງ ວຽງຈັນ ໄດ້ຈັດຂຶ້ນໃນວັນທີ 18-19 ພະຈິກ 2020 ຜ່ານມານີ້ ທີ່ຫ້ອງປະຊຸມໃຫຍ່ຂອງແຂວງ, ຜົນປະກົດວ່າ ສະຫາຍ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ ເປັນເລຂາຄະນະບໍລິຫານງານພັກແຂວງ ຊຸດໃໝ່,…

ກະຊວງ ຮສສ ມີບົດບາດສໍາຄັນໃນການປົກປ້ອງສິດຜູ້ອອກແຮງງານ, ຜູ້ທີ່ມີຄຸນງາມຄວາມດີໃນການຕໍ່ສູ້ກູ້ຊາດ ແລະ ອື່ນໆ

ຕະຫລອດໄລຍະ 45 ປີ, ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ສຸມໃສ່ວຽກງານກ່ຽວຂ້ອງກ່ຽວກັບຂະແໜງຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະກ່ຽວກັບການພັດທະນາສີມືແຮງງານລາວທີ່ມີຄວາມຮູ້-ຄວາມສາມາດ, ໄດ້ປົກປ້ອງສິດຜົນປະໂຫຍດຂອງ ພະນັກງານ-ອ້າຍນ້ອງກໍາມະກອນລາວ ແລະ ຜູ້ທີ່ມີຄຸນງາມຄວາມດີໃນການຕໍ່ສູ້ກູ້ຊາດ ແລະ ອື່ນໆ.  ລັດຖະມົນຕີ ກະຊວງ ຮສສ ທ່ານ…

ການຈອດລົດຂາຍເຄື່ອງຊະຊາຍຢູ່ຕາມແຄມທາງ ພາໃຫ້ການສັນຈອນແອອັດ ຜິດຕໍ່ລະບຽບກົດໝາຍການສັນຈອນ

ປະຈຸບັນ,  ເຈົ້າໜ້າທີ່ເມືອງໄຊເສດຖານະຄອນຫຼວງວຽງຈັນພວມເລັ່ງແກ້ໄຂບັນຫາການຈອດລົດຂາຍເຄື່ອງຊະຊາຍຕາມແຄມທາງ ທີ່ເຮັດໃຫ້ກີດຂວາງການຈະລາຈອນທາງບົກ, ພາໃຫ້ຫຍຸ້ງຍາກໃນການສັນຈອນ ແລະ ອາດນໍາໄປສູ່ການເກີດອຸບັດຕິເຫດຕາມທ້ອງຖະໜົນ. ເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ປະຈຸບັນໄດ້ມີການນໍາໃຊ້ພະຫານະ ນໍາເອົາເຄື່ອງມາຂາຍຊະຊາຍຕາມແຄມທາງ, ຊຶ່ງພາໃຫ້ຫຍຸ້ງຍາກສັບສົນໃນການສັນຈອນທາງບົກ ແລະ ຜິດຕໍ່ລະບຽບກົດໝາຍຈະລາຈອນທາງບົກ, ໃນນັ້ນເຈົ້າໜ້າທີ່ຕໍາຫຼວດ ກໍ່ໄດ້ມີການກ່າວເຕືອນ,ກັກຕົວໄປສຶກສາອົບຮົມ ແລະປັບໃໝຕາມລະບຽບກົດໝາຍ ຜູ້ທີ່ຂາຍເຄື່ອງຊະຊາຍຕາມແຄມທາງ.…

95% ຂອງຈໍານວນຄອບຄົວໃນທົ່ວ ປະເທດ ໄດ້ໃຊ້ໄຟຟ້າແບບຖາວອນແລ້ວ

ຮອດປັດຈຸບັນ, ລັດວິສາຫະກິດໄຟຟ້າລາວສາມາດສະໜອງພະລັງງານໄຟຟ້າຮັບໃຊ້ທັງໝົດ 148 ເມືອງ, ຄິດເປັນ 100% ທີ່ ຢູ່ໃນທຸກເທດສະບານແຂວງ, ນະຄອນຫຼວງ, ເທດສະບານເມືອງ ແລະ ນະຄອນຊຶ່ງມີບ້ານທີ່ໄດ້ໃຊ້ໄຟຟ້າທັງໝົດມີ 8.449 ບ້ານ, ເທົ່າກັບ 93% ຂອງຈຳນວນບ້ານ ແລະ 95% ຂອງຈໍານວນຄອບຄົວໃນທົ່ວປະເທດ…

ຂະແໜງ​ພະລັງງານ ແລະ ບໍ່​ແຮ່ ໄດ້​ປະກອບສ່ວນ​ສ້າງ​ລາຍ​ຮັບ​ເຂົ້າ​ງົບປະມານ​ ແຫ່ງ​ລັດ 2 ຕື້ກວ່າໂດລາ​

ຂະແໜງ​ພະລັງງານ ແລະ ບໍ່​ແຮ່ ມີບົດ​ບາດ​ສໍາ​ຄັນ​ຫຼາຍ​ຕໍ່​ການ​ພັດທະນາ​ເສດ​ຖະ​ກິດ​–​ສັງຄົມ​ຂອງ​ຊາດ, ຊຶ່ງໄລຍະ 5 ປີຜ່ານມາ​ນີ້ ໄດ້​ປະກອບສ່ວນ​ສ້າງ​ລາຍ​ຮັບ​ເຂົ້າ​ງົບປະມານ​ແຫ່ງ​ລັດ 2 ຕື້ກວ່າ​ໂດ​ລາ​, ໃນ​ນີ້ຂະແໜງ​ພະລັງງານ 1.225 ລ້ານ​ໂດ​ລາ​ ແລະ ຂະແໜງ​ບໍ່​ແຮ່ 838 ລ້ານ​ໂດ​ລາ​. ປະຈຸບັນ,​ ຂະແໜງ​ພະລັງງານ ແລະ…

5 ປີ ກະຊວງກະສິກໍາ ແລະ ປ່າໄມ້ ມີຜົນສໍາເລັດຫຼາຍດ້ານ

ກະຊວງກະສິກໍາ ແລະ ປ່າໄມ້ແຈ້ງໃຫ້ຮູ້ວ່າ: ໃນໄລຍະ 5 ປີທິ່ຜ່ານມາ (2015-2020), ກະຊວງກະສິກໍາ ແລະ ປ່າໄມ້ມີຜົນສໍາເລັດຫຼາຍດ້ານເຖິງແມ່ນວ່າຈະໄດ້ຮັບຜົນກະທົບຈາກໄພທໍາມະຊາດ, ພະຍາດສັດ ແລະ ສັດຕູພຶດ ແຕ່ຫຼາຍໜ້າວຽກແມ່ນໄດ້ສໍາເລັດຕາມແຜນ ການໃນແຕ່ລະ ປີ. ຜົນສຳເລັດດັ່ງກ່າວໄດ້ສະແດງອອກຄື: ການຜະລິດພືດເປັນສິນຄ້າສົ່ງອອກແມ່ນປະຕິບັດໄດ້ 9,1 ລ້ານໂຕນຕໍ່ປີ…

ຜູ້ປະກອບການດ້ານການທ່ອງທ່ຽວເມືອງວັງວຽງ ເຊື່ອວ່າພາຍຫຼັງການເປີດທາງດ່ວນຈະເຮັດໃຫ້ການທ່ອງທ່ຽວພາຍໃນເມືອງກັບມາຄຶກຄື້ນອີກ

ຜູ້ປະກອບການດ້ານການທ່ອງທ່ຽວເມືອງວັງວຽງ ແຂວງວຽງຈັນຕ່າງເຊື່ອວ່າ ການທ່ອງທ່ຽວເມືອງວັງວຽງຈະກັບມາຄືກຄື້ນອີກຄັ້ງ ແລະ ຈະເຕັມໄປດ້ວຍນັກທ່ອງທ່ຽວພາຍໃນ ຫຼັງຈາກມີການເປີດທາງດ່ວນນະຄອນຫຼວງວຽງຈັນ ຫາ ເມືອງວັງວຽງທີ່ຈະມີການເປີດນໍາໃຊ້ຢ່າງເປັນທາງການໃນວັນທີ 2 ທັນວາ 2020 ທີ່ຈະມາເຖິງນີ້. ນາງວັນນາ ແສງສິລິ ເຈົ້າຂອງເຮືອນພັກແຫ່ງໜຶ່ງຢູ່ເມືອງວັງວຽງ ແຂວງວຽງຈັນ ໄດ້ກ່າວຕໍ່ທີມງານວຽງຈັນທາຍມື້ເຊົ້າວັນທີ 19 ພະຈິກ 2020…

ສື່ມວນຊົນ ລາວ-ຈີນ ຮ່ວມມືເຜີຍແຜ່ຂໍ້ມູນຂ່າວສານຜົນສຳເລັດ ຂອງໂຄງການຮ່ວມມື ໜຶ່ງແລວ ໜຶ່ງເສັ້ນທາງ

ກອງປະຊຸມພົບປະທາງໄກລະຫວ່າງ ຄະນະໂຄສະນາອົບຮົມສູນກາງພັກ ລາວ-ຈີນ ແລະ ພິທີເປີດການຮ່ວມສຳພາດ ຂອງສື່ມວນຊົນລາວ-ຈີນ ກ່ຽວກັບໂຄງການຮ່ວມມື “ໜຶ່ງແລວ ໜຶ່ງເສັ້ນທາງ” ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 18 ພະຈິກ 2020 ທີ່ນະຄອນຫຼງວຽງຈັນ. ໂດຍສະເພາະເປີດການຮ່ວມສຳພາດ ຂອງສື່ມວນຊົນລາວ-ຈີນ ແມ່ນເປັນການເປີດໂອກາດໃຫ້ແກ່ສື່ມວນຊົນລາວ-ຈີນ ໄດ້ປະຕິບັດໜ້າທີ່ສື່ມວນຊົນຮ່ວມກັນຢ່າງໃກ້ຊິດ ໃນການນຳສະເໜີຂໍ້ມູນຂ່າວສານຜົນສຳເລັດ ໃນການປະຕິບັດໂຄງການຮ່ວມມື…

ໄທ ຊ່ວຍເຫຼືອຜູ້ປະສົບໄພ ນໍ້າຖ້ວມ ຢູ່ບັນດາແຂວງພາກກາງ ແລະ ພາກໃຕ້ຂອງລາວ

ລັດຖະບານ ແຫ່ງ ຣາ​ຊະ​ອານາຈັກ​ໄທ ໄດ້ໃຫ້ການຊ່ວຍເຫຼືອເງິນ ຈໍານວນ 200.000 ບາດ ໃຫ້ລັດຖະບານ ແຫ່ງ ສປປ ລາວ, ເພື່ອ​ ເປັນ​ການ​ປະກອບສ່ວນ ຊື້ເຄື່ອງຄົວ​ເຮືອນທີ​່ຈຳເປັນ ແລະ ເຂົ້າສານອາຫານ ຈໍານວນໜຶ່ງໄປ​ຊ່ວຍເຫຼືອ​ປະຊາຊົນຜູ້​ປະສົບ​ໄພ​ພິບັດນໍ້າ​ຖ້ວມຢູ່​ບັນດາແຂວງພາກກາງ ແລະ ພາກ​ໃຕ້​ຂອງ​ລາວ. ພິທີມອບ-ຮັບ​ເງິນຊ່ວຍ​ເຫຼືອ​ດັ່ງກ່າວ…