ການຮົ່ວໄຫຼຂອງເງິນທີ່ບໍ່ຖືກຕ້ອງຢູ່ລາວສ່ວນ ຫຼາຍເກີດຈາກ 3 ຂະແໜງການໃຫ່ຍ
ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດແຈ້ງໃຫ້ຮູ້ວ່າ: ບັນຫາການຮົ່ວໄຫຼຂອງເງິນທີ່ບໍ່ຖືກຕ້ອງຍັງເປັນບັນຫາຊໍາເຮື້ອ ແລະ ຍັງແກ້ໄຂບໍ່ຕົກ ພົບສ່ວນຫຼາຍເກີດຈາກ 3 ຂະແໜງການໃຫ່ຍເຊັ່ນ: ການຄ້າ, ອາດຊະຍາກໍາ ແລະ ການສໍ້ລາດບັງຫລວງ. ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ຮັກສາການສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດໄດ້ກ່າວເມື່ອບໍ່ດົນມານີ້ວ່າ: ໂຄງການຄົ້ນຄວ້າການຮົ່ວໄຫຼຂອງເງິນທີ່ບໍ່ຖືກຕ້ອງໄດ້ສ້າງຕັ້ງຂຶ້ນໃນປີ 2017 ມີຈຸດປະສົງເພື່ອປັບປຸງການເກັບກໍາລາຍຮັບຈາກຂະແໜງການຊັບພະຍາກອນທໍາມະຊາດຂອງ ສປປ ລາວ.…

