ການຫຼຸດລົງຂອງສັດປ່າ ສົ່ງຜົນກະທົບໂດຍກົງຕໍ່ການດໍາລົງຊິວິດຂອງປະຊາຊົນບັນດາເຜົ່າ
ການຫຼຸດລົງຂອງສັດປ່າກໍ່ໃຫ້ເກີດບັນຫາຫຼາຍຢ່າງແກ່ຫຼາຍຄອບຄົວໃນເຂດຊົນນະບົດ, ການລ່າສັດເກີນຂອບເຂດ ແລະ ຄ້າຂາຍສັດປ່າ ເປັນປັດໃຈສໍາຄັນທີ່ ໄດ້ສົ່ງຜົນກະທົບ ເຮັດໃຫ້ປະລິມານສັດປ່າຫຼຸດລົງ, ໄດ້ເຮັດໃຫ້ສັດທີ່ລ້ຽງລູກດ້ວຍນໍ້ານົມ, ນົກຈໍານວນໜຶ່ງ ແລະ ສັດເລືອຄານບາງຊະນິດ ໄດ້ກາຍເປັນສັດທີ່ຫາຍາກແລ້ວ. ອີງຕາມແຫຼ່ງຂໍ້ມູນຈາກກົມສົ່ງເສີມຄຸນນະພາບສິ່ງແວດລ້ອມກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ : ປະຈຸບັນ ການລ່າສັດປ່າຂະໜາດນ້ອຍ ແມ່ນເປັນສິນຄ້າຫຼັກຂອງປະຊາຊົນບັນດາເຜົ່າ…

