ຄະນະສະເພາະກິດຮຽກຮ້ອງເຖິງພໍ່ແມ່ປະຊາຊົນບັນດາເຜົ່າຢ່າຖືເບົາໃນການຕ້ານພະຍາດໂຄວິດ-19

ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຮຽກຮ້ອງໃຫ້ພໍ່ແມ່ ປະຊາຊົນບັນດາເຜົ່າ, ອົງການຈັດຕັ້ງທຸກພາກສ່ວນ ຈົ່ງສືບຕໍ່ຮ່ວມໄມ້ຮ່ວມມື ເປັນເຈົ້າການສືບຕໍ່ຈັດຕັ້ງປະຕິບັດ ແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 806/ຫສນຍ, ລົງວັນທີ 29 ກໍລະກົດ 2020 ແລະ ບັນດາຂໍ້ແນະນຳຕ່າງໆ ຢ່າງຖືກຕ້ອງ ແລະ…

ບໍລິສັດ ທາງລົດໄຟລາວ-ຈີນ ມີຕໍາແໜ່ງງານໃຫ້ ບຸກຄະລາກອນລາວ 550 ຄົນ

ບໍລິສັດ ທາງລົດໄຟລາວ-ຈີນ ຈໍາກັດ ກໍາລັງຊອກຫາບຸກຄະລາກອນລາວ 550 ຕໍາແໜ່ງງານເພື່ອຈະກຽມເຂົ້າບັນຈຸເຮັດວຽກນໍາບໍລິສັດທາງລົດໄຟລາວ-ຈີນທີ່ການກໍ່ສ້າງຈະສໍາເລັດໃນປີ 2021 ນີ້. ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ ໄດ້ສອບຄັດເລືອກເອົາບຸກຄະລາກອນ ຊຸດທີ 2 ແລະ ຊຸດທີ 3 ຢູ່ ນະຄອນຫລວງວຽງຈັນ ໃນວັນທີ…

ຍົກລະດັບຄວາມຮູ້ ການຄຸ້ມຄອງ, ການນຳໃຊ້ເວບໄຊໃຫ້ແກ່ພະນັກງານໂຄສະນາ ແຂວງໄຊສົມບູນ

ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບຄະນະໂຄສະນາອົບຮົມ ແຂວງໄຊສົມບູນ ໄດ້ຈັດຊຸດຝຶກອົບຮົມຄວາມຮູ້ພື້ນຖານ ກ່ຽວກັບການພັດທະນາເວບໄຊ, ການຄຸ້ມຄອງ, ການນຳໃຊ້ເວບໄຊ ແລະ ບຳລຸງຮັກສາຄອມພິວເຕີ-ລະບົບເຄືອຄ່າຍເອເລັກໂຕຣນິກ ໃຫ້ແກ່ພະນັກງານຄະນະໂຄສະນາອົບຮົມ ແຂວງໄຊສົມບູນ. ການຝຶກອົບຮົມໃນຄັ້ງນີ້ ແມ່ນແນໃສ່ເຮັດໃຫ້ພະນັກງານວິຊາການໄອທີ ຂອງຄະນະໂຄສະນາອົບຮົມແຂວງ ມີຄວາມຮູ້ຄວາມສາມາດ ທາງດ້ານການນຳໃຊ້ເວບໄຊ-ການພັດທະນາເວບໄຊ, ການພັດທະນາຄຸ້ມຄອງລະບົບເຄືອຂ່າຍອິນເຕີເນັດ ແລະ ບຳລຸງຮັກສາເຄື່ອງມືເອເລັກໂຕຣນິກ ເພື່ອເຮັດໃຫ້ການນໍາໃຊ້ລະບົບຄອມພິວເຕີມີຄວາມສະດວກວ່ອງໄວ…

ກອງປະຊຸມຄົບຄະນະກໍາມະການ ສນຊ ຄັ້ງທີ 5 ສະໄໝທີ X ປຶກສາຫາລືກັນຫຼາຍບັນຫາທີ່ສໍາຄັນ

ກອງປະຊຸມສາມັນຄົບຄະນະກໍາມະການສູນກາງແນວລາວສ້າງຊາດ (ສນຊ) ຄັ້ງທີ 5 ສະໄໝທີ X ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງທ່ານ ປອ. ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ. ກອງປະຊຸມດັ່ງກ່າວມີຈຸດປະສົງເພື່ອປຶກສາຫາລື, ຜ່ານເນື້ອໃນສໍາຄັນ ແລະ ໄດ້ຮັບຟັງການປະກອບຄໍາເຫັນ ແລະ ການຄົ້ນຄ້ວາປະກອບຄໍາເຫັນຕໍ່ຮ່າງເອກະສານຈໍານວນໜຶ່ງ…

ໂຮມຊຸມນຸມສະຫຼອງ ວັນສ້າງຕັ້ງແນວລາວສ້າງຊາດຄົບຮອບ 70 ປີ

ການນໍາພັກ-ລັດ ຈະມີການໂຮມຊຸມນຸມໃຫ່ຍໃນມື້ວັນທີ 13 ສິງຫາ ນີ້ ຢູ່ຫໍປະຊຸມແຫ່ງຊາດເພື່ອສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດຄົບຮອບ 70 ປີ (13 ສິງຫາ 1950-13 ສິງຫາ 2020), ຊຶ່ງກິດຈະກໍາໃນມື້ສໍາຄັນດັ່ງກ່າວຈະມີການວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ (ດາວແດງ), ວາງກະຕ່າດອກໄມ້ຢູ່ຫໍພິພິທະພັນປະທານສຸພານຸວົງ, ວາງກະຕ່າດອກໄມ້ຢູ່ຫໍພິພິທະພັນປະທານໄກສອນ ພົມວິຫານ, ຮັບຊົມຮູບເງົາ 70…

ຊົນລະປະທານ 2 ແຫ່ງ ຢູ່ເມືອງສົບເບົາ ແຂວງຫົວພັນ ຄາດວ່າຈະໃຫ້ສຳເລັດປີ 2021

ໂຄງການກໍ່ສ້າງຊົນລະປະທານ 2 ແຫ່ງຄື: ຊົນລະປະທານ ຫ້ວຍຕະລາງ ບ້ານນາຈອນ ແລະ ຊົນລະປະທານ ຫ້ວຍຕະລາງ ບ້ານ ພຽງແງ, ເມືອງ ສົບເບົາ ແຂວງຫົວພັນ ແມ່ນໄດ້ເລີ່ມລົງມືກໍ່ສ້າງມາແຕ່ຕົ້ນປີ 2020, ຄາດວ່າທັງສອງໂຄງການຈະໃຫ້ສຳເລັດ ແລະ ເປີດນຳໃຊ້ໃນຕົ້ນປີ 2021.…

ໂຮງໝໍແຂວງ ສະຫວັນນະເຂດມີເຄື່ອງ TC scanner ນໍາໃຊ້ບົ່ງມະຕິພະຍາດທີ່ຊັດເຈນແລ້ວ

ໂຮງໝໍ ແຂວງ ສະຫວັນນະເຂດ ພັດທະນາອີກບາດກ້າວໜຶ່ງ, ຫຼ້າສຸດໄດ້ມີເຄື່ອງ TC scanner ແລະ ເຄື່ອງສາຍລັງສີຕ່າງໆໃນການບົ່ງມະຕິພະຍາດທີ່ຊັດເຈນ ແລະ ສາມາດບົ່ງມະຕິຢ່າງຖືກຕ້ອງ. ພິທີເປີດນໍາໃຊ້ ເຄື່ອງ TC scanner ດັ່ງກ່າວໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ໂຮງໝໍແຂວງສະຫວັນນະເຂດ, ໂດຍການເຂົ້າຮ່ວມ ຂອງທ່ານ ດຣ…

ການສູນເສຍຂອງຊະນິດພັນສັດປ່າ ເປັນສາເຫດຄວາມບໍ່ສົມດຸນຂອງລະບົບນິເວດ

ປະຊາກອນສັດປ່າ ຢູ່ໃນ ສປປ ລາວ ແມ່ນຫຼຸດລົງຢ່າງຫຼວງຫຼາຍ ເນື່ອງຈາກການລ່າ ເພື່ອດໍາລົງຊິວິດ ແລະ ການຄ້າຂາຍທີ່ຫຼາຍເກີນໄປ, ຊຶ່ງ ການສູນເສຍຂອງຊະນິດພັນສັດປ່າດັ່ງກ່າວ ໄດ້ສົ່ງຜົນກະທົບຢ່າງໃຫ່ຍຫຼວງ ເຮັດໃຫ້ລະບົບນິເວດຂາດຄວາມສົມດຸນ. ອີງຕາມແຫຼ່ງຂໍ້ມູນຈາກກົມສົ່ງເສີມຄຸນນະພາບສິ່ງແວດລ້ອມກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ : ສັດປ່າແມ່ນມີຄວາມສໍາຄັນໃນຂະບວນການສຶບພັນຂອງຊະນິດພັນໄມ້ຕ່າງໆ, ໂດຍມີບົດບາດໃນການເຄື່ອນຍ້າຍແກ່ນຈາກຕົ້ນໄມ້ແມ່ພັນ…

ຫຼົງຍິງໝູ່ຄິດວ່າແມ່ນໝູປ່າຢູ່ເມືອງວຽງພູຄາ

ພະແນກ ປກສ ເມືອງວຽງພູຄາ ແຂວງຫລວງນໍ້າທາ ແຈ້ງໃຫ້ຮູ້ວ່າ: ໄດ້ເກີດເຫດຫົຼງຍິງໝູ່ເສຍຊີວິດຄາທີ່ຍ້ອນຄິດວ່າແມ່ນໝູປ່າ ເມື່ອບໍ່ດົນມານີ້ ຢູ່ເຂດພູກະລັງ ເມືອງວຽງພູຄາ ແຂວງຫລວງນໍ້າທາ, ຊຶ່ງຜູ້ກໍ່ເຫດຊື່ທ້າວ ຊຽງຄໍາດີ  ແລະ ຜູ້ເສຍຊີວິດ ຊື່ ທ້າວ ຖາວອນ, ທັງສອງເປັນປະຊາຊົນບ້ານທ່ຽວ ເມືອງວຽງພູຄາ ແລະ…

ສື່ອອນລາຍຖ້ານຳໃຊ້ບໍ່ຖືກຕ້ອງຈະເຮັດໃຫ້ເສຍຫາຍຫຼາຍຢ່າງ

ສູນສະກັດກັ້ນ ແລະ ແກ້ໄຂເຫດສຸກເສີນທາງຄອມພິວເຕີ ກະຊວງໄປສະນີໂທລະຄົມມະນາຄົມ ແລະ ການສື່ສານໃຫ້ຮູ້ວ່າ: ສື່ອອນລາຍ ຫຼື ອິນເຕີເນັດ ຫາກໃຊ້ໄປໃນທາງທີ່ບໍ່ເໜາະສົມຈະມີໂທດມະຫາສານໂດຍສະເພາະ ເຮັດໃຫ້ເສຍເວລາ, ເສຍສຸຂະພາບ, ເສຍການຮຽນ, ເສຍເງິນ, ຖືກຫຼອກລວງ, ປອມແປງຂໍ້ມູນ, ຖືກລະເມີດລິຂະສິດ, ຕິດເກມ, ຕິດການຫຼິ້ນພະນັນຫວຍອອນລາຍຊຶ່ງອາດຈະເຮັດໃຫ້ເສຍເງິນ ແລະ…