ຮ້ານບັນເທິງ, ຮ້ານຄາຣາໂອເກະ ແລະ ຮ້ານເກມຈຳນວນໜຶ່ງຍັງລັກລອບເປີດບໍລິການ
ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຈ້ງການໃຫ້ຮູ້ມື້ເຊົ້ານີ້ວັນທີ 7 ສິງຫາວ່າ: ຜ່ານການຕິດຕາມກວດກາເຫັນວ່າຍັງມີຫົວໜ່ວຍທຸລະກິດຈໍານວນໜຶ່ງທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງ ຖວທ ໂດຍສະເພາະ ຮ້ານບັນເທິງ, ຮ້ານຄາຣາໂອເກະ ແລະ ຮ້ານເກມ ຍັງມີການລັກລອບເປີດບໍລິການ ຊຶ່ງເປັນການບໍ່ປະຕິບັດຕາມແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ກ່ຽວກັບມາດຕະການ ປ້ອງກັນ, ຄວບຄຸມ…

