ລາຄາຄໍາທີ່ສູງຈະສົ່ງຜົນກະທົບຕໍ່ຮ້ານຂາຍຄໍາເທົ່ານັ້ນ, ຈະບໍ່ສົ່ງຜົນກະທົບຕໍ່ເສດຖະກິດ
ສະມາຄົມຊາວຄ້າຂາຍອັນຍະມະນີ ແລະ ເຄື່ອງປະດັບລາວ ແຈ້ງໃຫ້ຮູ້ວ່າ: ລາຄາຄໍາຢູ່ລາວ ແລະ ໃນໂລກ ຂຶ້ນສູງເປັນປະຫວັດສາດ ຊຶ່ງລາຄາຄໍາທີ່ສູງນີ້ຈະບໍ່ສົ່ງຜົນກະທົບຕໍ່ເສດຖະກິດຂອງປະເທດລາວ ມີພຽງແຕ່ເຈົ້າຂອງຮ້ານ ຫຼື ຮ້ານຂາຍຄໍາເທົ່ານັ້ນທີ່ໄດ້ຮັບຜົນກະທົບຍ້ອນຍອດການຂາຍຫຼຸດລົງ. ທ່ານພູວົງ ພະມີສິດ ປະທານ ສະມາຄົມຊາວຄ້າຂາຍອັນຍະມະນີ ແລະ ເຄື່ອງປະດັບລາວ ທັງເປັນປະທານກຸ່ມຄ້າຂາຍຕະຫຼາດເຊົ້າ ໄດ້ກ່າວຕໍ່ທີມງານວຽງຈັນທາຍເມື່ອບໍ່ດົນມານີ້ກ່ຽວກັບລາຄາຄໍາທີ່ຂຶ້ນສູງວ່າ:…

