ບໍລິສັດເຊິນຈືເຕີພັດທະນາ ແລະ ບໍລິການຍັງຈ່າຍເງິນເດືອນໃຫ້ ພະນັກງານເຖີງແມ່ນ ວ່າຈະໄດ້ຮັບຜົນກະທົບຈາກພະຍາດ-ໂຄວິດ-19
ບໍລິສັດເຊິນຈືເຕີພັດທະນາ ແລະ ບໍລິການຈຳກັດຢູ່ແຂວງຫຼວງນໍ້າທາໄດ້ໃຫ້ເງິນເດືອນພະນັກງານ 50% ເຖີງແມ່ນວ່າຈະມີການ ຢຸດເຮັດວຽກໃນໄລຍະທີ່ທາງ ລັດຖະບານລາວໄດ້ມີມາດຕະ ການປ້ອງກັນການລະບາດຂອງ ໂຄວິດ-19, ນອກນັ້ນຍັງຫຼຸດຄ່າຫ້ອງເຊົ່າຂາຍເຄື່ອງໃນ ຕະຫຼາດຂອງຕົນໃຫ້ແມ່ຄ້າພໍ່ຄ້າອີກ 50%. ທ່ານ ຄໍາເຫລັກ ເຊິນຈືເຕີ ປະທານບໍລິສັດເຊິນຈືເຕີພັດທະນາ ແລະ ບໍລິການຈຳກັດ ແຂວງຫຼວງນໍ້າທາໃຫ້ສຳພາດຕໍ່ສື່ມວນຊົນເມຶ່ອບໍ່ດົນມານີ້ວ່າ: ນັບແຕ່ເກີດການລະບາດຂອງພະຍາດໂຄວິດ-19…

