ຝົນຈະຕົກໜັກອາດເກີດມີນ້ຳຖ້ວມຊູ ຢູ່ບາງທ້ອງຖິ່ນ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ຄາດຄະເນສະພາບອາກາດ ວ່າ: ໃນໄລຍະແຕ່ວັນທີ 29 ກໍລະກົດ ຫາ 2 ສິງຫາ 2020, ລົມມໍລະສຸມຕາເວັນຕົກສ່ຽງໃຕ້ຈະເພີ່ມກຳລັງແຮງຂື້ນພັດປົກຄຸມເປັນສ່ວນໃຫ່ຍ, ຊຶ່ງຈະເຮັດໃຫ້ ສະພາບຝົນຕົກເປັນບໍລິເວນກ້ວາງ ພ້ອມຈະມີລົມພັດແຮງ ຢູ່ບາງທ້ອງຖິ່ນ ແຂວງພາກເໜືອ ລົງຫາ ພາກກາງ…

ຊີເກມຄັ້ງທີ 31 ປີ 2021 ເຈົ້າພາບຫວຽດນາມ ກໍານົດ 36 ປະເພດກີລາແຂ່ງຂັນ

ສສ ຫວຽດນາມ ກຽມຈັດງານມະຫະກຳກິລາຊີເກມຄັ້ງທີ 31 ລະຫວ່າງ ວັນທີ 21 ພະຈິກ ຫາ 2 ທັນວາ 2021 ແລະ ກໍານົດ ເອົາ 36 ປະເພດກີລາແຂ່ງຂັນໃນຄັ້ງນີ້, ຊຶ່ງສະຖານທີ່ແຂ່ງຂັນຫຼັກໃນນະຄອນຫຼວງຮ່າໂນ້ຍ ແລະ ອີກ…

ລາວ-ຈີນຮ່ວມມືສົ່ງເສີມນັກສຶກສາລາວຮຽນຮູ້ພາສາຈີນ ເພື່ອຮອງຮັບບັນດາໂຄງການຕ່າງໆຂອງຈີນ ຢູ່ລາວ

ມະຫາວິທະຍາໄລແຫ່ງຊາດລາວ (ມຊ) ແລະ ມະຫາວິທະຍາໄລຊົນເຜົ່າກວາງຊີ ສປ.ຈີນ ຮ່ວມມືກັນພັດທະນາຊັບພະຍາກອນມະນຸດ ໂດຍສະເພາະໃນການສົ່ງເສີມນັກສຶກສາລາວຮຽນຮູ້ພາສາຈີນໃຫ້ຫຼາຍຂຶ້ນເພື່ອຮອງຮັບບັນດາໂຄງການຕ່າງໆຂອງຈີນ ຢູ່ລາວ ໂດຍສະເພາະໂຄງການລົດໄຟລາວ-ຈີນ, ທາງດ່ວນວຽງຈັນ-ວັງວຽງ ແລະ ໂຄງການອື່ນໆ ໂດຍການເປີດການຮຽນການສອນພາສາຈີນ ຢູ່ ແຂວງວຽງຈັນ. ສະຖາບັນຂົງຈືທີ່ມະຫາວິທະຍາໄລແຫ່ງຊາດໄດ້ທໍາການເປີດປ້າຍຫ້ອງຮຽນຂົງຈື ຫຼື ເປີດຫ້ອງຮຽນພາສາຈີນ ທີ່ໂຮງຮຽນສາມັນກິນນອນຊົນເຜົ່າວັງວຽງ ແຂວງວຽງຈັນ…

ໂຄງການກໍ່ສ້າງຫໍສະພາແຫ່ງຊາດ ຄາດວ່າຈະສຳເລັດສົມບູນ ໃນປີ 2021

ປະຈຸບັນ ໂຄງການກໍ່ສ້າງຫໍສະພາແຫ່ງຊາດຫຼັງໃໝ່ ໄດ້ສຳເລັດໄປແລ້ວ 60% ແລະ ຄາດວ່າຈະສຳເລັດສົມບູນ ໃນປີ 2021, ຊຶ່ງການກໍ່ສ້າງໄດ້ເລີ່ມລົງມືມາແຕ່ປີ 2017. ຫໍສະພາແຫ່ງຊາດລາວຫຼັງໃໝ່ນີ້ ເປັນອາຄານ 5 ຊັ້ນ, ສູງ 34,6 ແມັດ, ມີເນື້ອທີ່ອາຄານປຸກສ້າງທີ່ຕິດກັບໜ້າດິນ 7.171 ຕາແມັດ,…

ໂຄງການຮ່ວມໃຈ ສາຍໄຍໂລມາຄຳ ມີຄວາມຄືບໜ້າຫຼາຍກວ່າ 70%

ທ່ານ ນາງ ສຸວັນເພັງ ບຸບຜານຸວົງ ສສຊ ເຂດເລືອກທີ13, ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ແລະ ທ່ານທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງໆສະຫວັນນະເຂດ ໄດ້ລົງຕິດຕາມຄວາມຄືບໜ້າໂຄງການຮ່ວມໃຈ ສາຍໄຍໂລມາຄຳ ບ້ານຕາຢົງ ແລະ ບ້ານປາແໜະ ຈຸດສຸມຕັງອາໄລລະແບງເມືອງນອງ ແຂວງສະຫວັນນະເຂດ ມື້ວານນີ້ວັນທີ 26…

ການເຄື່ອນຍ້າຍຮູບປັ້ນພະເຈົ້າໄຊຍະເຊດຖາທິລາດຈະແວ່ພັກຄ້າງຄືນ ເພື່ອເຮັດພິທີທາງສາສະໜາ ຢູ່ 4 ແຂວງ ກ່ອນຮອດແຂວງອັດຕະປື

ທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ, ຜູ້ຊີ້ນຳວຽກງານວັດທະນະທຳ ໄດ້ເປັນຜູ້ນໍາພາຂະບວນແຫ່ເຄື່ອນຍ້າຍຮູບປັ້ນພະເຈົ້າໄຊຍະເຊດຖາທິລາດ, ຊ້າງ ແລະ ພະພຸດທະຮູບຈໍານວນໜຶ່ງ ອອກຈາກນະຄອນຫລວງວຽງຈັນມື້ເຊົ້ານີ້ ວັນທີ 27 ກໍລະກົດ ເວລາ 7 ໂມງ…

ເສຍຊິວິດ ເພີ່ມອີກ 1 ຄົນ ຍ້ອນໄຂ້ຍຸງລາຍ

ມາຮອດປະຈຸບັນ, ມີກໍລະນີຜູ້ເສຍຊິວິດຍ້ອນພະຍາດໄຂ້ຍຸງລາຍສະສົມແລ້ວ 9 ຄົນ, ໃນນັ້ນ ເສຍຊິວິດໃໝ່ເພີ່ມຂື້ນ 1 ຄົນ ໃນວັນທີ 26 ກໍລະກົດ ຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ. ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ລາຍງານວ່າ: ນັບແຕ່ທ້າຍປີ 2019 ມາຮອດປັດຈຸບັນ, ມີຜູ້ຕິດເຊື້ອໄຂ້ຍຸງເພີ່ມຂຶ້ນທັງໝົດ…

ອົງການ​ແພ​ຣນ ສາກົນ ມອບອຸປະກອນການແພດໃຫ້ໂຮງໝໍຊຸມຊົນຢູ່ ແຂວງສາລະວັນ

​ອົງການ​ແພ​ຣນ ສາກົນ ປະຈຳ​ແຂວງ​ສາລະ​ວັນ ສືບຕໍ່ຊ່ວຍອຸປະກອນການແພດ ​ປະກອບມີ: ຕຽງ​ສຳລັບກວດ​ທ້ອງ​ແມ່ຍິງ​ຖືພາ, ຕຽງ​ສຳລັບ​ຄອດ​ລູກ, ອຸປະກອນ​ຟື້ນ​ຟູ​ຊີບ​ເດັກ​ເກີດ​ໃໝ່, ບັ້ງ​ອົກ​ຊີ​ໃຫຍ່, ລໍ້​ຍູ້​ຄົນ​ເຈັບ, ອຸປະກອນ​ຮັບ​ໃຊ້​ແມ່​-​ເດັກ ແລະ ອຸປະກອນ​ອື່ນໆ ມອບໃຫ້ແກ່ ​ໂຮງໝໍນ້ອຍ 4 ແຫ່ງ ແລະ ໂຮງໝໍ​ຊຸມ​ຊົນ 1…

ຈະເລີ່ມເຄື່ອນຍ້າຍ ຮູບປັ້ນພະເຈົ້າໄຊເຊດຖາທິລາດມື້ອື່ນ

ຜູ້ນໍາພັກ-ລັດ ແລະ ປວງຊົນຊາວລາວ ໄດ້ຮ່ວມໃສ່ບາດມື້ເຊົ້ານີ້ວັນທີ 26 ກໍລະກົດ ເນື່ອງໃນງານບຸນສະເຫຼີມສະຫຼອງຮູບປັ້ນພະເຈົ້າໄຊເຊດຖາທິລາດ ເປັນມື້ສຸດທ້າຍ (21-26 ກໍລະກົດ)  ຢູ່ທີ່ວັດພະທາດຫລວງເໜືອ ເມືອງໄຊເຊດຖາ ນະຄອນຫລວງວຽງຈັນ ໂດຍມີຖວາຍທານ ແດ່ພະສົງ 39 ອົງ, ກ່ອນທີ່ຈະອັນເຊີນ ຫຼື ເຄື່ອນຍ້າຍ…

ທົ່ວໂລກເສຍຊີວິດແລ້ວ 647.595 ຄົນ ຍ້ອນພະຍາດໂຄວິດ-19

ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ແຈ້ງໃຫ້ຮູ້ມື້ເຊົ້ານີ້ວັນທີ 26 ກໍລະກົດວ່າ: ສະພາບການລະບາດ​ຂອງ​ພະ​ຍາດ COVID-19 ຢູ່ໃນບັນ​ດາປະເທດໃກ້ຄຽງ ແລະ ໃນໂລກຍັງໜ້າເປັນຫ່ວງ, ຊຶ່ງມີຜູ້ເສຍຊີວິດແລ້ວ 647. 595 ຄົນ ( ໃໝ່ 5.789 ຄົນ)…