ໄຂ້ຍຸງລາຍເປັນໄຂ້ທີ່ຮ້າຍແຮງ ແຕ່ປ້ອງກັນໄດ້

ກະຊວງສາທາລະນະສຸກ ແຈ້ງໃຫ້ຮູ້ວ່າ: ຍັງພົບກໍລະນີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ ທຸກໆ ວັນ ແລະ ຍັງໜ້າເປັນຫ່ວງ. ແຕ່ເຖິງແມ່ນວ່າໄຂ້ຍຸງລາຍເປັນໄຂ້ທີ່ຮ້າຍແຮງຖ້າທຽບກັບໄຂ້ອື່ນໆ ແຕ່ກໍສາມາດປ້ອງກັນໄດ້. ໃນແຕ່ລະປີ ປະຊາຊົນລາວ ເສຍຊີວິດຍ້ອນພະຍາດໄຂ້ຍຸງລາຍ ຍັງມີໂຕເລກທີ່ຍັງໜ້າວິຕົກ, ຊຶ່ງນັບແຕ່ທ້າຍເດືອນທັນວາ 2019 ຮອດປັດຈຸບັນມີຜູ້ເສຍຊີວິດແລ້ວ 8 ຄົນ ແລະ ຍັງມີຜູ້ຕິດເຊື້ອຫຼາຍກວ່າ…

ແມ່ຍິງລາວຍັງມີຄວາມສ່ຽງໃນເວລາເກີດລູກໂດຍສະເພາະເຂດຫ່າງໄກສອກຫຼີກ

ກະຊວງສາທາລະນະສຸກແຈ້ງໃຫ້ຮູ້ວ່າ: ອັດຕາການຕາຍຂອງແມ່ ແລະ ເດັກຢູ່ລາວໄດ້ຫຼຸດລົງຕາມລໍາດັບ ແຕ່ຖ້າທຽບໃສ່ບັນດາປະເທດຕ່າງໆໃນໂລກ, ອັດຕາການຕາຍຂອງແມ່ຢູ່ ສປປ ລາວ ກໍຍັງສູງຢູ່ຄືຫຼາຍກວ່າ 1 ຄົນທີ່ເສຍຊີວິດຕໍ່ມື້ໃນເວລາ ເກີດລູກ ແລະ ອີກ 30 ຄົນມີຄວາມສ່ຽງ ໂດຍສະເພາະຢູ່ເຂດຫ່າງໄກສອກຫຼີກ. ທ່ານ ບຸນແຝງ ພູມມະໄລສິດ…

ຄອບຄົວ​​ທີ່ໄດ້​ຊົມໃຊ້​ໄຟຟ້າ​ແບບ​ຖາວອນ​ແລ້ວ​ ມີ 95%ໃນທົ່ວ​ປະ​ເທດ

ກະຊວງພະລັງງານ ແລະ ບໍ່ແຮ່ ແຈ້ງໃຫ້ຮູ້ວ່າ: ຮອດ​ປັດຈຸບັນ​ນີ້, ສາມາດ​ສະໜອງ​ໄຟຟ້າ​ຮັບ​ໃຊ້​ໄດ້ 100% ແລ້ວ ຢູ່​ເທດສະບານ​ແຂວງ, ນະຄອນຫຼວງ, ​ເທດສະບານ​ເມືອງ, ນະຄອນ, ຈຳນວນ​ບ້ານ​ທີ່​ໄດ້​ຊົມໃຊ້​ໄຟຟ້າ​ແລ້ວ​ກວມ​ເຖິງ 90 % ຂອງ​ຈຳນວນ​ບ້ານ​ໃນ​ທົ່ວ​ປະເທດ ແລະ ຄອບຄົວ​ທີ່​ໄດ້​ຊົມໃຊ້​ໄຟຟ້າ​ແບບ​ຖາວອນ​ແລ້ວ​ກວມ​ເຖິງ 95 %…

ຄໍາມ່ວນເລັ່ງສະກັດ​ກັ້ນ ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ໃນຂະແໜງແຜນການ ແລະ ການ​ລົງທຶນ

​​ພະແນກແຜນການ ແລະ ການລົງທຶນ ແຂວງຄໍາມ່ວນໄດ້ຈັດກອງປະຊຸມ ​ເຜີຍແຜ່​ກ່ຽວ​ກັບ​ວຽກ​ງານ​ສະກັດ​ກັ້ນ ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ເມື່ອບໍ່ດົນມານີ້ທີ່ ​ຫ້ອງ​ວ່າການ​ປົກຄອງ​ແຂວງ​ຄໍາ​ມ່ວນໃຫ້​ແກ່​ພະນັກງານ​ຫຼັກ​ແຫຼ່ງຜະແນກແຜນ ການ ແລະ ການ​ລົງທຶນ​ແຂວງ ແລະ ພະນັກງານຫ້ອງການແຜນການ ແລະ ການລົງທຶນ 10 ຕົວ​ເມືອງ​ອ້ອມ​ຂ້າງ​ແຂວງ. ຈຸດປະສົງຂອງປະຊຸມດັ່ງກ່າວ ເພື່ອເລັ່ງແກ້ໄຂ…

4 ຫົວຂໍ້ສໍາຄັນ ທີ່ຄົ້ນຄວ້າຢູ່ກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນກໍລະກົດ

ຄະນະລັດຖະບານ ໄດ້ພ້ອມກັນຄົ້ນຄວ້າພິຈາລະນາ ແລະ ປະກອບຄຳຄິດເຫັນ ຕໍ່ບົດລາຍງານ ຈຳນວນ 4 ຫົວຂໍ້ສໍາຄັນ ຢູ່ກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນກໍລະກົດ 2020 ທີ່ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ສໍານັກງານນາຍົກລັດຖະມົນຕີໂດຍເປັນປະທານຂອງທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ. 4 ຫົວຂໍ້ສໍາຄັນປະກອບມີ: ການຜັນຂະຫຍາຍມະຕິກອງປະຊຸມສະໄໝສາມັນເທື່ອທີ 9…

ເຂົ້າຊົມຟຣີ! ບານເຕະລາວລີກ 2 ເລີ່ມເແຂ່ງຂັນເສົານີ້

ການແຂ່ງຂັນບານເຕະ ຄອມມານໂດ ລາວລີກ 2 ປະຈຳປິ 2020 ຈະເລີ່ມເປີດສະໜາມແຂ່ງຂັນ ໃນວັນທີ 25 ກໍ​ລະ​ກົດ 2020, ຊຶ່ງແຂ່ງຂັນທຸກໆ ວັນເສົາ ແລະ ວັນອາທິດໂດຍເປີດໃຫ້ ເຂົ້າຊົມຟຣີ ຢູ່ທີ່ສະໜາມກິລາແຫ່ງຊາດຫຼັກ 16, ສະໜາມຫຍ້າທຽມສະຫະພັນບານເຕະແຫ່ງຊາດລາວ (ສຕລ)…

ວັນຜະດຸງຄັນສາກົນ ປີ 2020 ພາຍໃຕ້ຄໍາຂວັນ “ຜະດຸງຄັນ ປົກປ້ອງແມ່ ແລະເດັກ ໃນໄລຍະການລະບາດ COVID-19”

ສະມາຄົມນັກຜະດຸງຄັນ ແຫ່ງສປປ ລາວ ຮ່ວມມືກັບ ພະແນກສຸຂະສຶກສາ ກະຊວງສາທາລະນະສຸກ ໄດ້ຈັດງານສະເຫຼີມສະຫຼອງວັນຜະດຸງຄັນສາກົນ ປະຈຳປີ 2020, ພາຍໃຕ້ຄໍາຂວັນ“ຜະດຸງຄັນ ປົກປ້ອງແມ່ ແລະເດັກ ໃນໄລຍະການລະບາດ COVID-19” ໂດຍການສະໜັບສະໜຸນ ຂອງອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ ປະຈຳ ສປປ ລາວ…

ໂຄງການກໍ່ສ້າງເສັ້ນທາງຫຼວງແຫ່ງຊາດ 5A ຊ່ວງທີ 1 ແຂວງໄຊສົມບູນ ສໍາເລັດ 100%

ໂຄງການກໍ່ສ້າງເສັ້ນທາງຫຼວງແຫ່ງຊາດ 5A ຊ່ວງທີ 1 ແຕ່ຂົວນໍ້າຍອນ ຫາ ບ້ານ ລ້ອງແຈ້ງ, ເມືອງ ລ້ອງແຈ້ງ ແຂວງ ໄຊສົມບູນ ໄດ້ກໍ່ສ້າງສໍາເລັດ 100% ພາຍຫຼັງ ດໍາເນີນການກໍ່ສ້າງແຕ່ຕົ້ນເດືອນກຸມພາ ປີ 2014 ເປັນຕົ້ນມາ, ຊຶ່ງມີຄວາມຍາວທັງໝົດ…

ເປີດກອງປະຊຸມໃຫຍ່ ສະມາຊິກສະຫະພັນແມ່ຍິງອົງການໄອຍະການປະຊາຊົນສູງສຸດ ຄັ້ງທີ V

ຄະນະ​ບໍລິຫານ​ງານ​ສູນ​ກາງ​ສະຫະພັນ​ແມ່ຍິງ​ລາວ ເນັ້ນໃຫ້ ສະຫະພັນແມ່ຍິງ ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດເຮັດວຽກຕ້ອງ​ມີ​ແຜນການ, ມີ​ຈຸດ​ສຸມ ແລະ ມີ​ການ​ຕິດຕາມ​ກວດກາ ແລະ ອື່ນໆ. ສະຫະພັນ​ແມ່ຍິງ ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ  (ອອປສ) ໄດ້ເປີດກອງ​ປະຊຸມ​​ໃຫຍ່​ຄັ້ງທີ V ຂອງ​ ອອປສ ມື້ວານນີ້ ວັນທີ 23 ກໍລະກົດ…

ເມືອງວິລະບູລີ ຈະມີສວນອອກກໍາລັງກາຍເພື່ອສຸຂະພາບ

ອໍານາດການປົກຄອງເມືອງ ວິລະບູລີ ແຈ້ງໃຫ້ຮູ້ວ່າ: ສວນສຸຂະພາບວິລະບູລີແດນຄຳໃນເຂດຝາຍຫ້ວຍສະໂຄຍຢູ່ເມືອງວິລະບູລີ ແຂວງສະຫວັນນະເຂດ ຈະເລີ່ມລົງມືກໍ່ສ້າງພາຍໃນປີ 2020 ນີ້ ຊຶ່ງປັດຈຸບັນນີ້ໄດ້ສຳເລັດການສຳຫຼວດ ອອກແບບ ແລະ ເຮັດແຜນຜັງຂຶ້ນມາແລ້ວ ຊຶ່ງທາງອໍານາດການປົກຄອງເມືອງກຳລັງເຈລະຈາກັບບໍລິສັດລ້ານຊ້າງມິເນໂຣນສ໌ ເພື່ອຂໍທຶນບ້ວງກອງທຶນພັດທະນາເມືອງ. ທ່ານ ຄຳຜຸຍ ສີບຸນເຮືອງ ເຈົ້າເມືອງ ວິລະບູລີ ໄດ້ກ່າວໂດຍຫຍໍ້ກ່ຽວກັບໂຄງການກໍ່ສ້າງສວນສຸຂະພາບວິລະບູລີແດນຄຳໃນເຂດຝາຍຫ້ວຍສະໂຄຍ…