ການລົງເຄື່ອນໄຫວຫາສຽງຂອງຜູ້ສະໝັກ ສສຊ ຊຸດທີ X ເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ເປັນໄປຢ່າງຟົດຟື້ນ
ຄະນະລົງສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈຳເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ໄດ້ເລີ່ມລົງເຄື່ອນໄຫວໂຄສະນາຫາສຽງຢ່າງເປັນທາງການ ເພື່ອພົບປະກັບພໍ່ແມ່ປະຊາຊົນ ແລະ ຜູ້ມີສິດເລືອກຕັ້ງ. ໃນການເຄື່ອນໄຫວມື້ທຳອິດນີ້, ທ່ານ ດຣ. ໄພວັນ ແກ້ວປະເສີດ, ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ເຊິ່ງເປັນຜູ້ລົງສະໝັກຮັບເລືອກຕັ້ງໝາຍເລກ 05…

