ລາວ-ຫວຽດນາມ ຈັດງານສະແດງຄັ້ງຍິ່ງໃຫຍ່ ສະເຫຼີມສະຫຼອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

ງານສະແດງສິລະປະຄັ້ງຍິ່ງໃຫຍ່ ທີ່ນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນເພື່ອສະເຫຼີມສະຫຼອງຜົນສຳເລັດຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ວັນຄ້າຍວັນເກີດ ຄົບຮອບ 105 ປີ ຂອງປະທານ ໄກສອນ ພົມວິຫານ, ເຊິ່ງໄດ້ຍົກໃຫ້ເຫັນເຖິງສາຍພົວພັນມິດຕະພາບ ລາວ-ຫວຽດນາມ ທີ່ໝັ້ນຄົງທະນົງແກ່ນ. ໃນຕອນແລງຂອງວັນທີ 9 ມັງກອນ,…

ພົບເຫັນລະເບີດໃຫຍ່ບໍ່ທັນແຕກ ປະເພດ MK81 ນໍ້າໜັກ 250 ປອນ

ປະຊາຊົນ ບ້ານ ຫ້ວຍແປນ ເມືອງ ປາກອູ ແຂວງ ຫຼວງພະບາງໄດ້ພົບເຫັນລະເບີດໃຫຍ່ ປະເພດ MK81 ນໍ້າໜັກ 250 ປອນ (113 ກິໂລກຣາມ) ບໍ່ທັນແຕກຕົກຄ້າງສະໄໝສົງຄາມ ຊຶ່ງເຈົ້າຂອງທີ່ດິນໄດ້ຈ້າງລົດຈົກ ມາຂຸດດິນເພື່ອກະກຽມພື້ນທີ່ປຸກສ້າງເຮືອນ, ໃນລະຫວ່າງການຂຸດຈົກນັ້ນຈຶ່ງໄດ້ພົບເຫັນລະເບີດດັ່ງກ່າວ. ປັດຈຸບັນ, ວິຊາການຫ້ອງການໂຄງການເກັບກູ້ລະເບີດແຫ່ງຊາດ…

ນິທັດສະການທ່ຽວຊົມດອກຄາຍປ່າປະຈໍາປີ 2026 ຢູ່ເມືອງຊໍາເໜືອ ມີ 3 ກິດຈະກໍາ

ອົງການປົກຄອງເມືອງຊໍາເໜືອ ແຂວງຫົວພັນ ໄດ້ເປີດງານນິທັດສະການທ່ຽວຊົມດອກຄາຍປ່າ ປະຈໍາປີ 2026 ໃນມື້ວານນີ້ ຢູ່ທີ່ສວນສາທາລະນະຫົວພັນ-ແທັງຮວ່າ ເພື່ອສົ່ງເສີມການທ່ອງທ່ຽວ ແລະ ເພື່ອເປັນການອະນຸລັກຮັກສາດອກຄາຍປ່າ ໂດຍມີ 3 ກິດຈະກໍາຄື: ການປະກວດນາງສາວດອກຄາຍປ່າ, ງານວາງສະແດງສິນຄ້າໂອດັອບ, ງານນິທັດສະການດອກຄາຍປ່າ ຢູ່ສວນສາທາລະນະຫົວພັນ-ກວາງນິງ. ທ່ານ ນ ຄໍາພອນ…

ເລຂາທິການໃຫຍ່ ກ່າວປິດກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ສະໄໝທີ XII ໄດ້ກ່າວສູນທອນພົດ ປິດກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໃນມື້ວານນີ້ໂດຍມີເນື້ອໃນບາງຕອນທີ່ສໍາຄັນວ່າ:  ນັບແຕ່ວັນທີ 6 ມັງກອນ 2026 ເປັນຕົ້ນມາ, ທົ່ວພັກ,…

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ປິດລົງດ້ວຍຜົນສໍາເລັດ

ສະຫາຍ ກິແກ້ວ ໄຂຄຳພິທູນ ກໍາມະການກົມການເມືອງສູນກາງພັກ, ຫົວໜ້າກອງເລຂາ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໄດ້ຖະແຫຼງຜົນສຳເລັດຂອງກອງປະຊຸມດັ່ງກ້າວທີ່ໄດ້ປິດລົງໃນວັນທີ 8 ມັງກອນ 2026 ໂດຍມີເນື້ອໃນບາງຕອນທີ່ສຳຄັນວ່າ: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໄດ້ປະຕິບັດໜ້າທີ່ ຢ່າງຖືກຕ້ອງຕາມກົດລະບຽບຂອງພັກ…

ລົດໄຟລາວ-ຈີນ ສ້າງປະຫວັດສາດ ການເຕີບໂຕເສດຖະກິດແຫ່ງຊາດ

ການຈັດຕັ້ງປະຕິບັດວຽກງານເສັ້ນທາງລົດໄຟ ລາວ-ຈີນ ໃນໄລຍະ 4 ປີຜ່ານມາ, ນັບແຕ່ເປີດບໍລິການ ເມື່ອວັນທີ 3 ທັນວາ 2021, ທາງລົດໄຟລາວ-ຈີນໄດ້ປະເຊີນກັບສິ່ງທ້າທາຍທີ່ຮຸນແຮງ ເລີ່ມຈາກການ ແຜ່ລະບາດຂອງໂຄວິດ-19, ວິກິດການດ້ານເສດຖະກິດ-ການເງິນ, ບັນຫາເງິນເຟີ້ ແລະ ການຂາດແຄນ ນ້ຳມັນເຊື້ອໄຟ. ເຖິງຢ່າງໃດກໍຕາມ, ດ້ວຍຄວາມເດັດດ່ຽວຂອງລັດຖະບານ…

ຄະນະຜູ້ແທນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ລົງຢ້ຽມຢາມເຂດພັດທະນາກວມລວມໄຊເສດຖາ ແລະ ເຂດເສດຖະກິດພິເສດ ບຶງທາດຫຼວງ

ໃນໂອກາດດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ, ຄະນະຜູ້ແທນກອງປະຊຸມໄດ້ລົງເຄື່ອນໄຫວຢ້ຽມຢາມ ເຂດພັດທະນາກວມລວມໄຊເສດຖາ ແລະ ເຂດເສດຖະກິດພິເສດ ບຶງທາດຫຼວງ.  ການລົງຢ້ຽມຢາມໃນຄັ້ງນີ້ ບໍ່ພຽງແຕ່ເປັນການຕິດຕາມຄວາມຄືບໜ້າຂອງໂຄງການເທົ່ານັ້ນ, ແຕ່ຍັງເປັນການຢັ້ງຢືນເຖິງຄວາມເອົາໃຈໃສ່ຢ່າງໃກ້ຊິດ ແລະ ການຊີ້ນຳ-ນຳພາອັນສະຫຼາດສ່ອງໃສຂອງສູນກາງພັກ ແລະ ລັດຖະບານ ໃນການຊຸກຍູ້ການພັດທະນາຂະແໜງອຸດສາຫະກຳ ແລະ ເສດຖະກິດ…

ເຊີນທ່ຽວຊົມ! ເທດສະການ ດອກງິ້ວບານ ຢູ່ແຂວງບໍ່ແກ້ວ

ເທດສະການດອກງິ້ວບານແມ່ນເທດສະການປະເພນີຂອງແຂວງບໍ່ແກ້ວຊຶ່ງໄດ້ຈັດຂຶ້ນທຸກໆປີ, ສະເພາະປີ 2026 ແມ່ນຄັ້ງທີ 23 ຈະຈັດຂຶ້ນຢ່າງເປັນທາງການໃນວັນທີ 30 ແລະ 31 ມັງກອນ 2026 ແຕ່ງານ “ຕະຫຼາດນັດວັດທະນະທຳ” ຈະເລີ່ມຂຶ້ນແຕ່ວັນທີ 17 ມັງກອນ 2026 ທີ່ດອນຊາວ ໂດຍຈະມີການວາງສະແດງສິນຄ້າຜະລິດຕະພັນທ້ອງຖິ່ນ. ໃນວັນທີ…

ລັດຖະບານ ຈະສືບຕໍ່ພັດທະນາປະເທດ ໃຫ້ຫຼຸດພົ້ນຈາກສະຖານະພາບດ້ອຍພັດທະນາ 

ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ເປັນແຜນສືບຕໍ່ພັດທະນາປະເທດ ໃຫ້ຫຼຸດພົ້ນອອກຈາກສະຖາ ນະພາບປະເທດດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນ. ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ລາຍງານໃນກອງປະຊູມໃຫຍ່ຜູ້ແທນທົ່ວປະເທດ…

ອຸດົມໄຊ ກໍານົດວິໄສທັດ-ຍຸດທະສາດ ແລະ ແຜນພັດທະນາແຂວງຕາມທິດ 4 ໃຈກາງ

ອົງຄະນະພັກແຂວງອຸດົມໄຊ ໄດ້ກໍານົດວິໄສທັດ ຍຸດທະສາດ ແລະ ແຜນການ ໃນການພັດທະນາແຂວງອຸດົມໄຊ ຕາມທິດ 4 ໃຈກາງ ຄື: ໃຈກາງທາງດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ໃຈກາງທາງດ້ານເສດຖະກິດ, ໃຈກາງທາງດ້ານວັດທະນະທໍາ-ສັງຄົມ ແລະ ໃຈກາງການບໍລິການ ແລະ ການທ່ອງທ່ຽວ ໂດຍສະເພາະດ້ານເສດຖະກິດ ແມ່ນໄດ້ສຸມໃສ່ ພັດທະນາຕາມ…