ວຽກງານປ້ອງກັນຊາດ(ປກຊ)-ປ້ອງກັນຄວາມສະຫງົບມີຜົນສຳເລັດຫຼາຍດ້ານໃນໄລຍະ 5 ປີຜ່ານມາ

ຕະຫຼອດໄລຍະ 5 ປີຜ່ານມາ, ການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ(ປກຊ)-ປ້ອງກັນຄວາມສະຫງົບ(ປກສ) ມີຜົນສຳເລັດຫຼາຍດ້ານຢ່າງຕໍ່ເນື່ອງດ້ວຍຄວາມຮັບຜິດຊອບສູງ, ພວກເຮົາໄດ້ເຮັດສຳເລັດໜ້າທີ່ການເມືອງຂອງຕົນຢ່າງໜ້າເພິ່ງພໍໃຈ, ເຖິງວ່າຈະພົບກັບຄວາມຫຍຸ້ງຍາກ ແລະ ອຸປະສັກນາໆປະການ, ແຕ່ພາຍໃຕ້ການຊີ້ນໍາ-ນໍາພາໂດຍກົງ, ເດັດຂາດ ແລະ ຮອບດ້ານຂອງພັກ, ຊຶ່ງມີຄະນະກຳມະການ ປກຊ-ປກສ ສູນກາງ ເປັນຜູ້ຊີ້ນໍາ, ບັນຊາໂດຍກົງ, ບວກກັບຄວາມເປັນເອກະພາບສູງຂອງຄະນະພັກສອງກະຊວງ, ຄວາມພະຍາຍາມບຸກບືນ,…

ໂຄງ​ການ​ການ​ເມືອງ ກຳ​ນົດ 11 ນະ​ໂຍ​ບາຍ​ໃຫຍ່ ເພື່ອ​ໃຫ້​ບັນ​ລຸການບູລະນະລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ

ໂຄງ​ການ​ການ​ເມືອງ ​ຂອງ​ພັກ ໄດ້​ວາງ 11 ແຜນ​ນະ​ໂຍ​ບາຍໃຫຍ່ ເພື່ອເຮັດໃຫ້ຈຸດໝາຍ, ທິດທາງ ໃນການບູລະນະລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ ໄດ້ຮັບການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ໃຫ້ເປັນຮູບປະທໍາຕົວຈິງ. ສະ​ຫາຍ ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ໄດ້​ລາຍ​ງານ 11ແຜນ​ງານ​ໃຫຍ່…

ສປປ ລາວ ເປີດຍຸດທະສາດ 5 ປີ ສ້າງເສດຖະກິດເອກະລາດ, ຍູ້ GDP ໃຫ້ເຕີບໂຕສະເລ່ຍ 6% ຂຶ້ນໄປ

ລັດຖະບານລາວ ມີຈຸດປະສົງຊຸກຍູ້ການເຕີບໂຕທາງເສດຖະກິດໃຫ້ບັນລຸໃນລະດັບສະເລ່ຍ 6% ຫຼື ສູງກວ່າ ໃນໄລຍະ 5 ປີຕໍ່ໜ້າ ໃນຂະນະທີ່ພວມເລັ່ງສ້າງເສດຖະກິດທີ່ມີຄວາມເປັນເອກະລາດ ແລະ ເພິ່ງຕົນເອງ. ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳສະເໜີຮ່າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ…

ປະເທດເຮົາ, ເຖິງຈະມີກາລະໂອກາດທີ່ເອື້ອອຳນວຍໃນຫຼາຍດ້ານ,ແຕ່ກໍ່ຍັງຈະສືບຕໍ່ປະເຊີນໜ້າກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍປະການ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະທານປະເທດ  ແຫ່ງ ສປປ ລາວໄດ້ສະເໜີຮ່າງລາຍງານການເມືອງ ຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຕໍ່ກອງປະຊຸມໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດ ຄັ້ງ​ທີ XII ​ຂອງ​ພັກ ປະ​ຊາ​ຊົນປະ​ຕິ​ວັດລາວ ໃນມື້ເຊົ້ານີ້ກ່ຽວກັບການສືບຕໍ່ຍູ້ແຮງພາລະກິດການປ່ຽນແປງໃໝ່ຂອງພັກ,ນໍາພາບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນກ້າວຂຶ້ນສູ່ສັງຄົມນິຍົມວ່າ: ໃນຊຸມປີຕໍ່ໜ້າ, …

5 ປີຜ່ານມາ ປະເທດລາວໄດ້ປະເຊີນໜ້າກັບສະພາບຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນຢ່າງໜັກໜ່ວງ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່  ຄະນະບໍລິຫານງານສູນກາງພັກ ປະທານປະເທດ  ແຫ່ງ ສປປ ລາວ ໄດ້ສະເໜີຮ່າງລາຍງານ ການເມືອງ ຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຕໍ່ກອງປະຊຸມໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດ ຄັ້ງ​ທີ XII ​ຂອງ​ພັກ ປະ​ຊາ​ຊົນປະ​ຕິ​ວັດລາວ…

ກອງ​ປະ​ຊຸມໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ຄັ້ງ​ທີ XII ​ຂອງ​ພັກ ໄດ້​ໄຂຂຶ້ນຢ່າງເປັນ​ທາງ​ການ​​

ກອງ​ປະ​ຊຸມໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ຄັ້ງ​ທີ XII ​ຂອງ​ພັກ ປະ​ຊາ​ຊົນປະ​ຕິ​ວັດລາວ ໄດ້​ໄຂ​ຂື້ນ​ຢ່າງ​ເປັນ​ທາງ​ການ ໃນ​ຕອນ​ເຊົ້າ​ມື້ນີ້ ທີ່​ນະ​ຄ​ອນຫຼວງວຽງ​ຈັນ ເຊິ່ງ​ເປັນ​ສູນ​ລວມ​ທາງ​ດ້ານ​ການ​ເມືອງ, ເສດ​ຖະ​ກິດ ແລະ ສັງ​ຄົມ ຂອງ ປະ​ເທດ. ​ພິ​ທີ​ໄຂຢ່າງ​ເປັນ​ທາງ​ການ ໄດ້​ເລີ່ມ​ຕົ້ນ​ເວ​ລາ 8:00 ໂມງ ເລີ່ມ​ຈາກ​ການເຄົາລົບທຸງຊາດ ບັນເລງເພງຊາດ…

ກອງປະຊຸມຄົບຄະນະ ຄັ້ງທີ 13 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI

ຄະນະບໍລິຫານງານສູນກາງພັກ ໄດ້ດໍາເນີນກອງປະຊຸມຄົບຄະນະ ຄັ້ງທີ 13 ສະໄໝທີ XI ໃນຕອນເຊົ້າຂອງວັນທີ 5 ມັງກອນ ນີ້ ທີ່ຫ້ອງວ່າການສູນກາງພັກ fbtwພາຍໃຕ້ການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ. ກອງປະຊຸມຄັ້ງນີ້ເປັນກອງປະຊຸມທີ່ມີຄວາມໝາຍສຳຄັນແລະ ຖືເປັນກອງປະຊຸມສູນກາງຄັ້ງສຸດທ້າຍໃນສະໄໝທີ…

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກແມ່ນຍຸດທະສາດ, ພື້ນຖານ ແລະ ຍາວນານໃນການພັດທະນາປະເທດຊາດໃນແຕ່ລະໄລຍະ

ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ຕາງໜ້າກອງເລຂາກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໄດ້ໃຫ້ສໍາພາດ ຕໍ່ສື່ມວນຊົນ ເມື່ອມໍ່ໆມານີ້ ກ່ຽວກັບຄວາມໝາຍຄວາມສຳຄັນ ຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ວ່າ: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ…

ການນຳຂັ້ນສູງຂອງພັກ ວາງພວງມາລາ ແລະ ກະຕ່າດອກໄມ້ ຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ

ການນໍາຂັ້ນສູງຂອງພັກປະຊາຊົນປະຕິວັດລາວ, ນໍາໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າວາງພວງມາລາ ຢູ່ອະນຸສາວະລີນັກຮົບນິລະນາມ (ດາວແດງ) ແລະ ວາງກະຕ່າດອກໄມ້ ຢູ່ຫໍພິພິທະພັນ ໄກສອນ ພົມວິຫານ ມື້ເຊົ້ານີ້ ເພື່ອຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ…

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວຈະມີຜູ້ແທນເຂົ້າຮ່ວມທັງໝົດ 834 ສະຫາຍ

ສະຫາຍ ກິແກ້ວ ໄຂຄໍາພິທູນ, ກໍາມະການກົມການເມືອງສູນກາງພັກ, ຫົວໜ້າກອງເລຂາ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໄດ້ຖະແຫຼງຂ່າວ ກ່ອນດໍາເນີນກອງປະຊຸມໃຫຍ່ ທີ່ຫໍປະຊຸມແຫ່ງຊາດໃນຕອນບ່າຍ ວັນທີ 04 ມັງກອນ 2026 ນີ້ ວ່າ: ພີ່ນ້ອງຮ່ວມຊາດ ແລະ…