ຜູ້ຂັບລົດຂົນສົ່ງໂດຍສານ ແລະ ສິນຄ້າຖ້າພົບມີທາດມຶນເມົາໃນລົມຫາຍໃຈຈະໃຫ້ຢຸດການຂັບຂີ່
ກົມຕໍາຫຼວດຈະລາຈອນໃຫ້ຮູ້ວ່າ: ເພື່ອເປັນການປ້ອງກັນອຸບັດເຫດຕາມທ້ອງຖະໜົນໃນໄລຍະບຸນປີ ໃໝ່ລາວ ພສ 2564 ໂດຍສະເພາະໃນລະຫວ່າງວັນທີ 14 ຫາ16 ເມສາ 2021 ທີ່ຈະມາເຖິງນີ້ວ່າ: ກົມຕໍາຫຼວດຈະລາຈອນ ກະຊວງປ້ອງກັນຄວາມສະຫງົບຈະມີການກວດກາທາດມຶນເມົາ (ເຫຼົ້າ, ເບຍ) ດ້ວຍເຄື່ອງເປົ່າ, ຕາມກົດໝາຍຈະລາຈອນທາງບົກຄວາມເຂັ້ມຂຸ້ນໃນຮ່າງກາຍຂອງຜູ້ຂັບຍານພາຫະນະທຸກຊະນິດທີ່ສູງສຸດບໍ່ໃຫ້ເກີນດັ່ງນີ້: ສຳລັບຜູ້ຂັບຂີ່ລົດສ່ວນຕົວ 4 ລໍ້ທຸກຊະນິດ…


