ຄະນະກວດກາສູນກາງພັກເລີ່ມເປີດຂາຍແບບຟອມສະໝັກສອບເສັງເຂົ້າເປັນລັດຖະກອນໃໝ່ມື້ອື່ນນີ້

ຖືວ່າເປັນຂ່າວດີສໍາລັບນັກສຶກສາລາວທີ່ຮຽນຈົບວິຊາສະເພາະຢູ່ພາຍໃນ ແລະ ຕ່າງປະເທດພາຍຫຼັງທີ່  ກົມຈັດຕັ້ງພະນັກງານ ຄະນະກວດກາສູນກາງພັກ ໄດ້ອອກແຈ້ງການເມື່ອບໍ່ດົນມານີ້ ກ່ຽວກັບການເປີດຂາຍແບບຟອມສະ ໝັກເຂົ້າສອບ ເສັງເປັນລັດຖະ ກອນໃໝ່ຕາມວິຊາສະເພາະທີ່ຈົບມາໂດຍຈະມີການເປີດຂາຍແບບ ຟອມ ດັ່ງກ່າວເປັນເວລາ 2 ວັນ ນັບແຕ່ວັນທີ 30-31 ມີນາ 2021 ນີ້ທີ່ສະໂມສອນ ກົມຈັດຕັ້ງພະນັກງານ…

ໂຄງການກໍ່ສ້າງຂົວນໍ້າງື່ມບ້ານພຽງຫຼວງ ຈະສຳເລັດໃນກາງປີນີ້

ການກໍ່ສ້າງຂົວນໍ້າງື່ມ ເຂດບ້ານພຽງຫຼວງ ເມືອງພູກູດ ແຂວງຊຽງຂວາງ ຊຶ່ງເປັນໂຄງການກໍ່ສ້າງຂົວໃໝ່ ເພື່ອປ່ຽນແທນຂົວເກົ່າ ທີ່ໄດ້ຮັບຜົນກະທົບຈາກການກໍ່ສ້າງເຂື່ອນໄຟຟ້ານໍ້າງື່ມ 4 ຄາດວ່າຈະໃຫ້ສຳເລັດໃນເດຶອນກໍລະກົດ 2021 ນີ້. ທ່ານ ລໍາມອນ ໂພຄາເພັດ ຫົວໜ້າທິມງານວິສະວະກອນທິ່ປຶກສາໂຄງການ ໃຫ້ຮູ້ວ່າ: ໂຄງການກໍ່ສ້າງຂົວນໍ້າງື່ມ ທີ່ໄດ້ເລີ່ມລົງມືກໍ່ສ້າງມາແຕ່ເດືອນພະຈິກ 2019 ນັ້ນ…

ໂຄງການຮ່ວມໃຈສາຍໄຍໂລມາຄຳຊ່ວຍສ້າງອາຊີບໝັ້ນຄົງໃຫ້ປະຊາຊົນເມືອງນອງຈຳນວນ 142 ຄອບຄົວ

ໂຄງການຮ່ວມໃຈສາຍໄຍໂລມາຄຳເປັນໂຄງການເພື່ອສ້າງ ເງື່ອນໄຂໃຫ້ປະຊາຊົນບ້ານຕະຢົງ ແລະ ບ້ານປະແນະ ເມືອງນອງ ແຂວງສະຫວັນນະເຂດໃຫ້ມີອາຊີບ ແລະ ລາຍຮັບທີ່ໝັ້ນຄົງ, ຫຼຸດພົ້ນຈາກຄວາມທຸກ ຍາກເທື່ອລະກ້າວ ໂດຍມີປະຊາຊົນ 142 ຄອບຄົວໄດ້ຮັບຜົນປະໂຫຍດ ຈາກໂຄງການດັ່ງກ່າວ. ທ່ານ ເກຍ ອູ໊ສິດທິເດດ ຕາງໜ້າໂຄງການຮ່ວມໃຈສາຍໄຍໂລມາຄຳໄດ້ກ່າວເມື່ອບໍ່ດົນມານີ້ວ່າ: ຕະຫຼອດໄລຍະ 1…

ກອງທັບປະຊາຊົນລາວ ຮ່ວມມືກັບກໍາລັງປະກອບອາວຸດ ແຫ່ງ ສ.ຣັດເຊຍ ເກັບກູ້ລະເບີດບໍ່ທັນແຕກ 1.​000 ກວ່າໜ່ວຍ ຢູ່ແຂວງ ຊຽງແຂວງ  

ກອງທັບປະຊາຊົນລາວ ແລະ ກໍາລັງປະກອບອາວຸດ ແຫ່ງ ສ.ຣັດເຊຍ ໄດ້ສໍາເລັດການຮ່ວມມືກວດກູ້ທໍາລາຍລະເບີດບໍ່ທັນແຕກ ທີ່ສະໜາມບິນທົ່ງໄຫຫີນ ແຂວງຊຽງຂວາງ ຊຶ່ງສາມາດກວດພົບລະເບີດບໍ່ທັນແຕກໄດ້ 1.003 ໜ່ວຍ ໃນພື້ນທີ່ 3,47 ເຮັກຕາ. ພິທີສະຫຼຸບຜົນສໍາເລັດການຮ່ວມມືກວດກູ້ທໍາລາຍລະເບີດບໍ່ທັນແຕກ ລະຫວ່າງກອງທັບປະຊາຊົນລາວ ກັບ ກໍາລັງປະກອບອາວຸດ ແຫ່ງ ສ.ຣັດເຊຍ…

ບໍລິສັດການລົງທຶນຢາງພາລາ ຢຸນນານປ່ອຍເງິນກູ້ຢືມບໍ່ມີດອກເບ້ຍໃຫ້ປະຊາຊົນທີ່ປູກຢາງພາລາຈໍານວນ 28 ບ້ານທີ່ ແຂວງຫຼວງນໍ້າທາ

ບໍລິສັດການລົງທຶນຢາງພາລາ ຢຸນນານ ຈໍາກັດໄດ້ປ່ອຍເງິນກູ້ຢືມຫຼາຍກວ່າ 4 ຕື້ກີບໂດຍບໍ່ມີດອກເບ້ຍໃຫ້ແກ່ຊາວສວນຢາງພາລາ ຈໍານວນ 28 ບ້ານ ແລະ ໄດ້ວາງແຜນການເກັບຊື້ນໍ້າຢາງພາລາໃຫ້ໄດ້ 90.000 ໂຕນຄິດເປັນມູນຄ່າ 540 ຕື້ກີບ ໃນປີ 2021 ນີ້. ບໍລິສັດດັ່ງກ່າວໄດ້ເລີ່ມສົ່ງເສີມປະຊາຊົນໃນການປູກຢາງພາລານັບແຕ່ປີ 2012 ເປັນຕົ້ນມາ…

ລາວຈະສົ່ງງົວອອກໄປ ສປ ຈີນ ຈຳນວນ 3.000 ໂຕ ທ້າຍເດືອນເມສານີ້

ອໍານາດການປົກຄອງເມືອງສິງ ແຂວງຫຼວງນໍ້າທາຈະສົ່ງງົວພັນຊີ້ນຈໍານວນ 3.000 ໂຕໄປ ສປ ຈີນໃນລະຫວ່າງວັນທີ 27-28 ເມສາ 2021 ທີ່ຈະມາເຖິງນີ້ ຊຶ່ງປັດຈຸບັນນີ້ໄດ້ນໍາງົວຈໍານວນດັ່ງກ່າວເຂົ້າສູນກັກກັນປອດພະຍາດແລ້ວກ່ອນຈະສົ່ງອອກ. ທ່ານ ຈັນພິພັກ ກອງຈໍາປາ ເຈົ້າເມືອງເມືອງສິງໄດ້ແຈ້ງໃຫ້ຮູ້ວ່າ: ໂຄງການສົ່ງເສີມການລ້ຽງງົວພັນຊິ້ນເພື່ອສົ່ງອອກໄປ ສປ ຈີນ ແມ່ນໂຄງການຮ່ວມມື ແລະ…

ການກໍ່ສ້າງ​ສະ​ຖາ​ນີ​ລົດ​ໄຟວຽງໃຕ້ຢູ່ເຂດທ່ານາແລ້ງມີຄວາມຄືບໜ້າຫຼາຍ

ການກໍ່​ສ້າງ​ສະ​ຖານີ​ລົດ​ໄຟ​ ວຽງ​ຈັນໃຕ້ ຢູ່​ເຂດ​ທ່າ​ນາ​ແລ້ງ ເມືອງຫາດຊາຍຟອງນະຄອນຫຼວງວຽງ​ຈັນ ມີ​ຄວາມ​ຄືບ​ໜ້າ​ຫຼາຍ ເຖິງວ່າ​ ຈະ​ມີ​ການ​ອອກ​ແບບ ແລະ ສຳຫຼວດ​ຄືນ​ໃໝ່ ຫຼັງ​ຈາກ​ທີ່​ລັດ​ຖະ​ບານ ຮຽກ​ຮ້ອງ​ໃຫ້​ມີ ​ການ ​ຍົກ​ຍ້າຍ​ແຜນ​ການກໍ່​ສ້າງ​ໂຄງ​ການ​ດັ່ງ​ກ່າວ​ຢູ່ ​ເຂດ​ບ້ານໂຊກ ຖະ​ໜົນ 450 ປີ ໃກ້ກັບ ເຂດເສດຖະກິດກວມລວມໄຊເຊດຖາ. ສະ​ຖາ​ນີ​ລົດໄຟວຽງ​ຈັນ​​ໃຕ້…

ມອບ-ຮັບ ໂຄງການແສງສະຫວ່າງໃນເທດສະບານນະຄອນຫຼວງວຽງຈັນ

ໂຄງການປັບປຸງ ລະບົບນ້ຳພຸສວນປະຕູໄຊ, ການຍົກລະດັບ ແລະ ປັບປຸງລະບົບແສງສະຫວ່າງໄຟ ເຍືອງ ທາງ 7 ເສັ້ນໃນເທດສະບານນະຄອນຫຼວງວຽງຈັນ ຊຶ່ງປະກອບມີຖະໜົນລ້ານຊ້າງ, ຖະໜົນ 23 ສິງຫາ, ຖະໜົນໜອງບອນ, ຖະໜົນໄກສອນ ພົມວິຫານ, ຖະໜົນເສດຖາທິລາດ-ແຄມຂອງ, ຖະໜົນແຄມຂອງ ແລະ  ຖະໜົນເຈົ້າຟ້າງຸ່ມ…

ລາວ-ຈີນ ຮ່ວມມືແກ້ໄຂບັນຫາການຄ້າ-ຂາຍສິ່ງຜິດກົດໝາຍ ແລະ ຂອງເຖື່ອນຕາມຊາຍແດນ

ຕຳຫຼວດລາດຕະເວນທາງນໍ້າ ແຂວງຢູນນານ ສປ ຈີນ ພ້ອມຄະນະ ໄດ້ເຄື່ອນໄຫວເຮັດວຽກຢູ່ສູນປະສານງານ ລາວ-ຈີນ ທີ່ ແຂວງບໍ່ແກ້ວ ຮ່ວມກັບ ກອງບັນຊາການທະຫານ ແລະ ກອງບັນຊາການ ປກສ ແຂວງບໍ່ແກ້ວ ເມື່ອບໍ່ດົນມານີ້ ເພື່ອແກ້ໄຂບັນຫາສະພາບການຂ້າມແດນຜິດກົດໝາຍ, ຄ້າຂາຍເຖື່ອນ, ຄ້າຂາຍຢາເສບ ຕິດຕາມຊາຍແດນ…

ກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດຊຸດທີ IX ອັດລົງດ້ວຍຜົນສຳເລັດ

ກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ IX ໄດ້ອັດລົງເມື່ອວັນທີ 26 ມີນາ 2021 ທີ່ຜ່ານມາ ທີ່ຫໍສະພາແຫ່ງຊາດ ໂດຍເປັນປະທານ ແລະ ກ່າວປິດໂດຍທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ພາຍຫຼັງທີ່ດໍາເນີນມາແຕ່ວັນທີ 22 ມີນາ 2021 ທີ່ຜ່ານມາ.…