ນາຍົກລັດຖະມົນຕີ ລົງຊີ້ນຳວຽກງານຕ້ານພະຍາດໂຄວິດ-19 ພ້ອມທັງໃຫ້ກໍາລັງໃຈແພດໝໍ

ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ໄປຢ້ຽມຢາມ ແລະ ຊີ້ນໍາວຽກງານຕ້ານພະຍາດໂຄວິດ-19 ພ້ອມທັງໃຫ້ກຳລັງໃຈພະນັກງານແພດໝໍ ທີ່ປະຕິບັດໜ້າທີ່ປິ່ນປົວຜູ້ຕິດເຊື້ອໂຄວິດ-19 ຢູ່ໂຮງໝໍມິດຕະພາບ (150 ຕຽງ) ຫຼັງໃໝ່ ໃນຕອນເຊົ້າ ວັນທີ 24 ເມສາ 2021 ຊຶ່ງທ່ານນາຍົກລັດຖະມົນຕີ…

ນະຄອນຫຼວງວຽງຈັນ ຄາດວ່າຈະມີຜູ້ຕິດເຊື້ອພະຍາດ ໂຄວິດ-19 ສູງສຸດປະມານ 2.000 ຄົນ

ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ນະຄອນຫຼວງວຽງຈັນ (ນວ) ໃຫ້ຮູ້ວ່າ: ປັດຈຸບັນນີ້ໄດ້ກຽມຄວາມພ້ອມທຸກດ້ານແລ້ວໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ບໍ່ວ່າຈະເປັນທີມງານແພດໝໍ, ສະຖານທີ່ຈໍາກັດບໍລິເວນ, ອຸປະກອນການແພດຕ່າງໆ ທີ່ໄດ້ເຮັດວຽກປະສານງານຢ່າງໃກ້ຊິດກັບຊຽ່ວຊານອົງການອະນາໄມໂລກໂດຍສະເພາະແມ່ນການຈັດສັນເຄື່ອງມື ແລະ ອຸປະກອນທີ່ຈໍາເປັນລວມທັງໂຮງໝໍປິ່ນປົວ ແລະ ສະຖານທີ່ເພື່ອຮອງຮັບຜູ້ຕິດເຊື້ອພະຍາດໂຄວິດ-19 ຊຶ່ງຄາດວ່າຈະມີຜູ້ຕິດເຊື້ອສູງສຸດປະມານ 2.000 ຄົນ. ສະເພາະໂຮງໝໍທີ່ປິ່ນປົວພະຍາດດັ່ງກ່າວປະກອບມີ…

ແຮງງານລາວທີ່ໄປເຮັດວຽກຢູ່ປະເທດໄທແບບຜິດກົດໝາຍສາມາດກັບຄືນປະເທດໂດຍຈະບໍ່ມີການ ຖືກປະຕິບັດລະບຽບ ຫຼື ກົດໝາຍໃດໆ

ຕໍາຫຼວດກວດຄົນເຂົ້າເມືອງ ສປປ ລາວໃຫ້ຮູ້ວ່າ: ເພື່ອຫຼຸດຜ່ອນການລັກລອບກັບຄືນມາປະເທດແບບ ຜິດກົດໝາຍ ຂອງແຮງງານລາວທີ່ໄປເຮັດວຽກຢູ່ປະເທດໄທ, ຕໍາຫຼວດກວດຄົນເຂົ້າອອກເມືອງ (ຕມ) ລາວ ແລະ ໄທ ເຫັນດີນຳກັນ ຫຼື ຕົກລົງນໍາກັນວ່າແຮງງານລາວທີ່ເຂົ້າໄປເຮັດວຽກຢູ່ໄທແບບຜິດ ກົດໝາຍ ສາມາດກັບບ້ານໃນໄລຍະນີີ້ໄດ້ໂດຍທີ່ເຈົ້າໜ້າທີ່ຈະບໍ່ເອົາໂທດໃດໆ ຫຼື ມີການປັບໃໝເງິນໃດໆທັງນັ້ນ ໂດຍອະນຸຍາດໃຫ້ຜ່ານດ່ານກວດກາແບບຖືກຕ້ອງຄືກັນກັບຜູ້ທີ່ມີເອກະສານ (ປື້ມຜ່ານແດນ)…

ລາວພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ຈໍານວນ 88 ຄົນ

ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວໃນວັນທີ 24 ເມສາ 2021 ນີ້ໃຫ້ຮູ້ວ່າ: ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ອີກ 88 ຄົນໃນມື້ວັນທີ 24 ເມສາ 2021 ນີ້, ເພີ່ມຂຶ້ນ 23 ຄົນຖ້າທຽບກັບມື້ວັນທີ…

ເຈົ້າໜ້າທີ່ໄທ ຮ່ວມມືກັບເຈົ້າໜ້າທີ່ລາວໃນການນໍາໂຕຜູ້ເຂົ້າອອກເມືອງຜິດກົດໝາຍ

ຂປລ. ສື່ມວນຊົນໄທ ຫຼາຍສໍານັກໄດ້ອອກຂ່າວຕໍາຫຼວດກວດຄົນເຂົ້າ-ອອກເມືອງ (ຕມ) ແຂວງໜອງຄາຍໄດ້ແຈ້ງເອົາຜິດຜູ້ຊາຍໄທສອງຄົນກັບຜູ້ຍິງລາວໜຶ່ງຄົນທີ່ລັກລອບເຂົ້າ-ອອກປະເທດ ທັ້ງທີ່ຮູ້ວ່າຕິດເຊື້ອໂຄວິດ-19 ເຂົ້າໄປແຜ່ເຊື້ອຢູ່ປະເທດລາວ. ໃນການນໍາຫາສາມຄົນນີ້ ເຈົ້າໜ້າທີ່ ຕມ ລາວ ໄດ້ ກ່າວ ຕໍ່ ຂປລ ວ່າ: ຝ່າຍລາວໄດ້ປະສານງານກັບເຈົ້າໜ້າທີ່ ຕມ ໄທ ໃນແຕ່ລະວັນ…

ຖ້າບໍ່ຢາກຕິດພະຍາດໂຄວິດ-19 ຕ້ອງປະຕິບັດຕາມຄໍາສັ່ງນາຍົກ

ພາຍຫຼັງທີ່ມີການແຜ່ລະບາດພາຍໃນປະເທດໂດຍສະເພາະຢູ່ນະຄອນຫຼວງວຽງຈັນ ຊຶ່ງສະເພາະ 4 ວັນຄືນັບແຕ່ວັນທີ 20, 21, 22 ແລະ 23 ເມສາ 2021 ມີຜູ້ຕິດເຊື້ອເຖິງ 90 ຄົນ ຫຼື ສະເພາະມື້ວັນທີ 23 ເມສາ 2021 ມີຜູ້ຕິດເຊື້ອເຖິງ…

ຍັງ 10 ແຂວງຂອງປະເທດລາວທີ່ຍັງກວດບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ-19

ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ຮູ້ວ່າ: ຈາກກໍລະນີມີຜູ້ຕິດເຊື້ອພະຍາດ ໂຄວິດ-19  ຢູ່ ສປປ ລາວ ນັບແຕ່ປີ 2020 ຫາວັນທີ 22 ເມສາ 2021 ນີ້ມີທັງໝົດ 94 ຄົນນັ້ນ ແມ່ນກວດພົບຢູ່ນະຄອນຫຼວງວຽງຈັນ,…

ໂຮງໝໍແຂວງສາລະວັນສາມາດຮອງຮັບຫາກມີກໍລະນີຜູ້ຕິດເຊື້ອໂຄວິດ-19 ໄດ້ພຽງ 98 ຄົນ

ທ່ານ ດຣ. ວັນທອງ ບຸນວິໄລ ຜູ້ອຳນວຍການໂຮງໝໍແຂວງ ສາລະວັນໄດ້ລາຍງານຕໍ່ທ່ານສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ  ເມື່ອບໍ່ດົນມານີ້ວ່າ: ປະຈຸບັນນີ້, ໂຮງໝໍແຂວງສາລະວັນ ຈະສາມາດຮອງຮັບກໍລະນີຫາກມີຜູ້ຕິດເຊື້ອພະຍາດໂຄວິດ-19 ໄດ້ພຽງ 98 ຕຽງ ໂດຍມີຫ້ອງໄອຊິຢູ 12 ຕຽງ, ຫ້ອງນອນລວມ 76…

ພະນັກງານທະນາຄານຮ່ວມພັດທະນາລາວ (JDB) ສາຂາ ແຂວງເຊກອງ ຕິດເຊື້ອພະຍາດໂຄວິດ-19 ເປັນພຽງຂ່າວປອມ

ຕາມແຫຼ່ງຂ່າວທີ່ບໍ່ເປັນທາງການໃນສື່ສັງຄົມອອນລາຍຕ່າງໆ ກ່ຽວກັບຂ່າວລື ກໍລະນີວ່າ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ເປັນພະນັກງານທະນາຄານຮ່ວມພັດທະນາລາວ (JDB) ສາຂາ ແຂວງເຊກອງ ຊຶ່ງໄດ້ສ້າງຄວາມສັບສົນ ແລະຄວາມຕື່ນຕົກໃຈໃຫ້ກັບພໍ່ແມ່ປະຊາຊົນທີ່ໄດ້ຕິດຕາມຂ່າວດັ່ງກ່າວ. ທ່ານ ດຣ ຄໍາໄຫຼ ສັນຕິພູມ, ຫົວຫນ້າພະແນກສາທາລະນະສຸກແຂວງເຊກອງ ຮອງປະທານຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ…

ພຽງ 20 ວັນສະເພາະເດືອນເມສາ ປະເທດລາວພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເຖິງ 45 ຄົນ

ທ່ານ ຮສ. ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກໄດ້ແຈ້ງໃຫ້ຮູ້ວ່າ: ການລະບາດຂອງພະຍາດໂຄວິດ-19 ຢູ່ລາວ ຍັງໜ້າເປັນຫ່ວງ ເພາະພຽງແຕ່ 20 ວັນ ສະເພາະເດືອນເມສາ 2021 ນີ້ປະເທດລາວພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເຖິງ 45 ຄົນ ນີ້ສະແດງໃຫ້ເຫັນວ່າລື່ນຕົວເລກຜູ້ຕິດເຊື້ອໝົດປີ 2020,…