ລັດຖະບານລາວເພີ່ມງົບປະມານອີກ 10 ລ້ານໂດລາເພື່ອຊື້ວັກຊີນຕ້ານໂຄວິດ-19

ລັດຖະບານລາວ ໄດ້ຢືມເງິນ ຈໍານວນ 10 ລ້ານ ໂດລາຈາກທະນາຄານໂລກ ເພື່ອແນໃສ່ໂຄງການການຄວບຄຸມ ແລະ ຕອບໂຕ້ການແຜ່ລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ໂດຍການຊື້ວັກຊີນຕ້ານພະຍາດດັ່ງກ່າວໃຫ້ປະຊາຊົນກຸ່ມສ່ຽງໄດ້ຮັບວັກຊີນໂຄວິດ-19 ຢ່າງພຽງພໍ ລວມທັງສຸມໃສ່ການຊ່ວຍເຫຼືອກຸ່ມຄົວເຮືອນທີ່ມີຄວາມສ່ຽງສູງຕໍ່ການຕິດເຊື້ອ ແລະ ການສ້າງສະພາບແວດລ້ອມໃນການຕິດເຊື້ອ ແລະ ການແຜ່ລະບາດຂອງພະຍາດດັ່ງກ່າວອີກດ້ວຍ.…

ວິທະຍຸສາກົນແຫ່ງປະເທດຈີນປະຈຳລາວ ມອບປຶ້ມ 2 ພາສາລາວ-ຈີນ ໃຫ້ສື່ມວນຊົນລາວ

ວິທະຍຸສາກົນແຫ່ງປະເທດຈີນປະຈຳລາວ ໄດ້ມອບປື້ມ 2 ພາສາລາວ-ຈີນ ໃຫ້ສື່ມວນຊົນລາວ ສະເຫຼີມສະຫລອງ ມິດຕະພາບລາວ-ຈີນ ແລະ ການລະນຶກວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ-ຈີນ ຄົບຮອບ 60 ປີ. ພິທີມອບຮັບປື້ມດັ່ງກ່າວໄດ້ຈັດຂຶ້ນເມື່ອວັນທີ 5 ມີນາ 2021 ທີ່ຜ່ານມາ ຢູ່ສໍານັກງານໜັງສືພິມພາສາຕ່າງປະເທດ…

ຫ້ອງວ່າການແຂວງບໍ່ແກ້ວ ອະນຸຍາດເປີດເດີນເຮືອຢູ່ດ່ານສາກົນບ້ານມອມ 1 ເດືອນ

ຫ້ອງວ່າການແຂວງບໍ່ແກ້ວ ໄດ້ອອກແຈ້ງການເມື່ອບໍ່ດົນມານີ້ກຽ່ວກັບການອະນຸຍາດໃຫ້ດຳເນີນການເດີນເຮືອຂົນ ສົ່ງສິນຄ້າຜ່ານແດນຈຸດດ່ານສາກົນບ້ານມອມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ 1 ເດືອນ ຫຼື ພາຍໃນເດືອນມີນາ 2021 ນີ້ ພາຍຫຼັງທີ່ໄດ້ແຈ້ງການໂຈະກິດຈະການເດີນເຮືອຂົນສົ່ງສິນຄ້າຜ່ານແດນເປັນການຊົ່ວຄາວ ນັບ ແຕ່ວັນທີ 28 ກັນຍາ 2020 ເປັນຕົ້ນມາ.  ຫ້ອງວ່າການແຂວງ ແຈ້ງໃຫ້ຮູ້ຕື່ມວ່າ:…

ມີ 3.973.017 ຄົນທີ່ອອກໄປໃຊ້ສິດປ່ອນບັດເລືອກຕັ້ງ ສສຊ ແລະ ສສຂ ໃນຂອບເຂດທົ່ວປະເທດ

ທ່ານ ປອ ສົມພູ ດວງສະຫວັນ ​ຄະນະປະຈໍາສະພາແຫ່ງຊາດ, ກໍາມະການອະນຸກໍາມະການເລຂານຸການ, ໂຄສົກ ຂອງຄະນະກໍາມະການເລືອກຕັ້ງລະດັບຊາດ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນວັນທີ 5 ມີນາ 2021 ນີ້ກຽ່ວກັບຜົນສໍາເລັດຂອງການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ແລະ ສະມາຊິກສະພາຂັ້ນແຂວງ (ສສຂ) ທີ່ໄດ້ຈັດຂຶ້ນເມື່ອວັນທີ 21 ກຸມພາ…

ປີ 2021 ນີ້, ເຊກອງຈະເນັ້ນພັດທະນາພື້ນຖານໂຄງລ່າງທີ່ເປັນ ໂຄງການທີ່ສະພາຮັບຮອງ

ທ່ານເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງໄດ້ກ່າວຕໍ່ທີມງານວຽງຈັນທາຍເມື່ອບໍ່ດົນມານີ້ວ່າ: ສະເພາະວຽກງານການຄຸ້ມຄອງການລົງທຶນໃນປີ 2021 ນີ້, ແຂວງເຊກອງຈະສຸມໃສ່ຈັດຕັ້ງປະຕິບັດບັນດາໂຄງການລົງທຶນຂອງລັດທີ່ເປັນບູລິມະສິດທີ່ສະພາຮັບຮອງເປັນຕົ້ນເເມ່ນໂຄງການກໍ່ສ້າງທາງເຊກອງ ຫາເມືອງດາກຈຶງ, ທາງບ້ານໂພນ-ຕີນພູລະກຸບ, ຂົວ 7 ແຫ່ງຕາມທາງເຊກອງ-ກະລຶມ, ທາງເບຕົງຢູ່ເທດສະບານແຂວງ, ຜັງເມືອງຟາກນໍ້າເຊກອງ, ທາງດາກມັນ-ດາກປຣາ ແລະ ໂຄງການອື່ນໆ. ທ່ານເຫຼັກໄຫຼ ໃຫ້ຮູ້ຕື່ມວ່າ: ນອກຈາກນີ້ຍັງຈະສືບຕໍ່ສຸມໃສ່ການຄຸ້ມຄອງທຶນຊ່ວຍເຫຼືອລ້າເພື່ອການພັດທະນາ…

ສຕລ ເລື່ອນມື້ເປີດການແຂ່ງຂັນບານເຕະ ລາວລີກ ປະຈຳປີ 2021

ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໄດ້ແຈ້ງໃຫ້ຊາບ ເມື່ອບໍ່ດົນມານີ້ວ່າ: ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະຈຳປີ 2021 ທີ່ມີກໍານົດມື້ເປີດການແຂ່ງຂັນໃນວັນທີ 6 ເດືອນມີນາ 2021 ນັ້ນ, ແມ່ນໄດ້ຖືກເລື່ອນໄປເປີດການແຂ່ງຂັນໃນວັນທີ 27 ມີນາ 2021 ແທນ,…

ລັດປັບຄ່າໄຟຟ້າຂຶ້ນອີກ 2%

ຜູ້ຊົມໃຊ້ໄຟຟ້າຈະໄດ້ຈ່າຍຄ່າໄຟຟ້າເພີ່ມຂຶ້ນອີກ 2%,  ນອກນັ້ນການຄິດໄລ່ລາຄາໄຟຟ້າໃຫ້ນໍາ ໃຊ້ມາດຖານຄິດໄລ່ຂອງປີ 2017-2019 ໝາຍຄວາມວ່າຈະເອົາມາດຖານການເກັບຄ່າໄຟຟ້າທີ່ກໍານົດໄວ້ຕາມລະບຽບໃນປີ 2017-2019 ກັບຄືນມານໍາໃຊ້ໂດຍຈະເລີ່ມປະຕິບັດນັບແຕ່ປີ 2021 ນີ້ເປັນຕົ້ນໄປ. ຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່ໄດ້ອອກແຈ້ງການກຽ່ວກັບການຂຶ້ນລາຄາໄຟຟ້າດັ່ງກ່າວ ແລະ ມາດຖານເກັບເງິນດັ່ງກ່າວເມື່ອວັນທີ 4 ມີນາທີ່ຜ່ານມາ ຊຶ່ງການຈັດຕັ້ງປັບປ່ຽນການຄິດລາຄາຄ່າໄຟຟ້າໃໝ່ນີ້ແມ່ນໃຫ້ລັດວິສາຫະກິດໄຟຟ້າລາວ ໃນການປະຕິບັດ. ສ່ວນລາຍລະອຽດຕ່າງໆລະບຸໄວ້ຕາມການແຈ້ງການດັ່ງລຸ່ມນີ້:

ລັດຖະມົນຕີຕ່າງປະເທດອາຊຽນ ປຶກສາຫາລື ຮ່ວມມືແກ້ໄຂຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19

ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນຳພາຄະນະເຂົ້າຮ່ວມກອງປະຊຸມ ທາງໄກ ລັດຖະມົນຕີຕ່າງປະເທດອາຊຽນ ແບບບໍ່ເປັນທາງການ, ພາຍໃຕ້ການເປັນປະທານຂອງບຣູໄນ ດາຣູຊາລາມ (ປະທານອາຊຽນ ປີ 2021), ເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ. ກອງປະຊຸມຄັ້ງນີ້, ບັນດາລັດຖະມົນຕີຕ່າງປະເທດອາຊຽນ ໄດ້ຮັບຟັງຄວາມຄືບໜ້າໃນການຈັດຕັ້ງປະຕິບັດວິ ໄສທັດປະຊາຄົມອາຊຽນ 2025,…

ລ່ອງເຮືອຕາມນ້ຳເຊໂດນແມ່ນກິດຈະກໍາສົ່ງເສີມ ການທ່ອງທ່ຽວແບບໃໝ່ ຂອງເມືອງຄົງເຊໂດນ

ເພື່ອເປັນການສົ່ງເສີມການທ່ອງທ່ຽວໃນຍຸກລາວທ່ຽວລາວ ແລະ ເປັນການດຶງດູູດນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວຊົມແຫຼ່ງທ່ອງທ່ຽວຕ່າງໆ ຢູ່ແຂວງສາລະວັນໃຫ້ນັບມື້ຫຼາຍຂຶ້ນ, ອໍານາດການປົກຄອງເມືອງຄົງເຊໂດນ ແຂວງສາລະວັນ ໄດ້ເປີດບໍລິການກິດຈະກຳສົ່ງເສີມການທ່ອງທ່ຽວພາຍໃນເມືອງ ໂດຍການລ່ອງເຮືອຕາມນ້ຳເຊໂດນຢ່າງເປັນທາງການເມື່ອບໍ່ດົນມາ ນີ້ຊຶ່ງກິດຈະກໍາດັ່ງກ່າວເປັນກິດຈະກຳຮູບແບບໃໝ່ຂອງເມືອງ ໂດຍນໍາໃຊ້ເຮືອທັງໝົດ 7 ລໍາ ທີ່ເປັນເຮືອປະຊາຊົນເຂດບ້ານດັ່ງກ່າວ ໂດຍຈະມອບໃຫ້ເປັນຜູ້ບໍລິການ ແລະ ເກັບຄ່າບໍລິການ, ທັງເປັນການໝູນໃຊ້ທ່າແຮງທີ່ມີໃຫ້ຕິດພັນກັບວິຖີຊີວິດຂອງເຂົາເຈົ້າ, ເພື່ອໃຫ້ນັກທ່ອງທ່ຽວໄປຈັບຈ່າຍຊື້-ຂາຍ ຜົນຜະລິດກະສິກຳ ແລະ…

ກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ IX ຈະໄດ້ໄຂຂຶ້ນໃນວັນທີ 22 ມີນາ 2021 ນີ້

ກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ IX ຈະໄດ້ໄຂຂຶ້ນໃນວັນທີ 22 ມີນາ ທີ່ຈະມາເຖິງນີ້ພາຍຫຼັງທີ່ສໍາເລັດການປ່ອນບັດເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດຊຸດທີ IX ເມື່ອວັນທີ 21 ກຸມພາ 2021 ທີ່ຜ່ານມາ ໂດຍມີຜູ້ສະໝັກທັງໝົດ 224 ທ່ານ ເລືອກເອົາ 164 ທ່ານມາເຮັດວຽກຢູ່ສະພາແຫ່ງຊາດເພື່ອເປັນ ຜູ້ປະສານງານກັບລັດຖະບານກຽ່ວກັບວຽກງານຕ່າງໆ.…