ເສຍຊິວິດ ເພີ່ມອີກແລ້ວ 1 ຄົນ ຍ້ອນໄຂ້ຍຸງລາຍ

ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ລາຍງານໃຫ້ຮູ້ວັນທີ 21 ກັນຍາ 2020 ວ່າ: ມີຜູ້ເສຍຊິວິດຍ້ອນພະຍາດໄຂ້ຍຸງລາຍສະສົມ 12 ຄົນໃນທົ່ວປະເທດ, ໃນນັ້ນ ເສຍຊິວິດໃໝ່ເພີ່ມຂື້ນ 1 ຄົນ ຢູ່ບ້ານຍໍ້, ເມືອງບູນເໜືອ ແຂວງ ຜົ້ງສາລີ, ລວມເປັນ 6…

ຕະຫຼາດຈີນຍັງເເມ່ນຕະຫຼາດທີ່ລາວສົ່ງອອກສິນຄ້າຫຼາຍ, ສ່ວນນໍາເຂົ້າຍັງແມ່ນປະເທດໄທ

ກະຊວງອຸດສາຫະກໍາ ແລະ ການຄ້າແຈ້ງໃຫ້ຮູ້ວ່າ: ສິນຄ້າຂອງລາວມີການສົ່ງອອກໄປຫຼາຍປະເທດໃນໂລກ, ສິນຄ້າສ່ວນຫຼາຍທີ່ສົ່ງອອກແມ່ນແຮ່ທອງ, ທອງແດງ, ເຄື່ອງທີ່ເຮັດດ້ວຍທອງ, ພືດກະສິກໍາ, ເຫຍື້ອໄມ້ ແລະ ເສດເຈ້ຍ, ໂຄງຮ່າງ ແລະ ຊິ້ນສ່ວນກ້ອງບັນທຶກພາບ, ຄໍາປະສົມ, ຄໍາແທ່ງ, ເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ໄຟຟ້າ ແລະ ອຸປະກອນເຄື່ອງໃຊ້ໄຟຟ້າ,…

ຝົນຈະສືບຕໍ່ຕົກໃນທົ່ວທຸກພາກຂອງປະເທດລາວ

ໄລຍະ 7 ວັນ, ນັບແຕ່ວັນທີ 21-27 ກັນຍານີ້, ທົ່ວທຸກພາກຂອງປະເທດລາວຍັງຈະມີຝົນຕົກໃນລະດັບຄ່ອຍ, ປານກາງ ແລະ ຕົກໜັກຢູ່ບາງ ທ້ອງຖິ່ນຂອງແຂວງອຸດົມໄຊ, ບໍ່ແກ້ວ, ຫຼວງພະບາງ ແລະ ໄຊຍະບູລີ ແລະ ຈະມີຟ້າຮ້ອງຟ້າເຫຼື້ອມ ແລະ ລົມພັດແຮງຢູ່ບາງທ້ອງຖິ່ນ. ກົມອຸຕຸນິຍົມ…

ການໃຊ້ຈ່າຍກ່ຽວກັບການສຶກສາຢູ່ລາວ ເພີ່ມຂຶ້ນຢ່າງຕໍ່ເນື່ອງ

ອັດຕາການໃຊ້ຈ່າຍດ້ານການສຶກສາຂອງປະຊາຊົນລາວເຫັນວ່າມີການເພີ່ມຂື້ນຢ່າງຫຼວງຫຼາຍໃນໄລຍະ 25 ປີທີ່ຜ່ານມາຍ້ອນວ່າພົນລະເມືອງ ກໍາລັງຮັບຮູ້ຄວາມ ສໍາຄັນຂອງການສຶກສາໃນການຫຼຸດຜ່ອນຄວາມທຸກຍາກ. ອີງຕາມການ ສໍາຫຼວດດັດສະນີການຊົມໃຊ້ຄົວເຮືອນຫຼ້າສຸດ ສໍາລັບປີ 2018-2019 ໂດຍ ສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນໄດ້ຊີ້ໃຫ້ເຫັນວ່າ ອັດຕາການໃຊ້ຈ່າຍດ້ານການສຶກສາຂອງປະຊາຊົນລາວໄດ້ເພີ່ມຂຶ້ນ 2 ເທົ່າຈາກ 1 ເປີເຊັນໃນປີ 2012-2013…

ທລຍ ກຽມສ້າງຄວາມເຂັ້ມແຂງໃຫ້ອົງການປົກ ຄອງ ທ້ອງຖິ່ນໃນ ການຕ້ານໂຄວິດ-19 ຢູ່ 10 ແຂວງ

ອົງການເພື່ອການພັດທະນາ ແລະ ຮ່ວມມືຂອງປະເທດສະວິດ ຫລື SDC ໄດ້ຊ່ວຍທຶນ ຈໍານວນ ຫລາຍກວ່າ 4 ຕື້ກີບ (500.000 ໂດລາສະຫະລັດ) ໃຫ້ແກ່ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ພາຍໃຕ້ໂຄງການປ້ອງກັນການລະບາດຂອງພະຍາດໂຄວິດ 19 ຢູ່ຮາກຖານຊຸມຊົນ ຊົນນະບົດໃນລາວ ໂດຍຈະປະຕິບັດຢູ່ 10…

ທລຍ ສ້າງເສັ້ນທາງເພື່ອປັບປຸງຊີວິດການເປັນຢູ່ຂອງ ປະຊາຊົນເຜົ່າມົ້ງ, ເຜົ່າລາວ ແລະ ເຜົ່າກຶມມຸ ຢູ່ ບ້ານຫ້ວຍເຮ້ຍ ເມືອງໂພນທອງ

ກອງທຶນຫຼຸດຜ່ອນຄວາມທຸກຍາກ ປະຈໍາຢູ່ເມືອງໂພນທອງ ແຂວງຫຼວງພະບາງ ໄດ້ສ້ອມແປງ ແລະ ສ້າງເສັ້ນທາງໄປສູ່ເຂດຜະລິດບ້ານຫ້ວຍເຮ້ຍ ກຸ່ມທອງສີ ຊຶ່ງເປັນບ້ານ ເຜົ່າມົ້ງ, ເຜົ່າລາວ ແລະ ເຜົ່າກຶມມຸ ເພື່ອສົ່ງເສີມການຜະລິດ ແລະ ປັບປຸງຊີວິດການເປັນຢູ່ຂອງເຂົາເຈົ້າໃຫ້ຫຼຸດພົ້ນ ອອກຈາກຄວາມທຸກຍາກເທື່ອລະກ້າວ ຊຶ່ງປະກອບມີ 61 ຄອບຄົວ, ມີພົນລະເມືອງທັງໝົດ…

ຫີນອ່ອນມາໂບຈະກາຍເປັນສິນຄ້າ​ໃໝ່​ທີ່ສົ່ງ ອອກຂອງແຂວງຫຼວງພະບາງ

ບໍລິສັດ ລາວ​ໄອ​ເອັດ​ຊີມາຍ​ນິງ​ ຈຳກັດ ​ຜູ້​ດຽວ ໄດ້ຮັບອະນຸຍາດຈາກອໍານາດການປົກຄອງແຂວງຫຼວງພະບາງ ໃນການສຳປະທານໂຄງການຂຸດຄົ້ນ ແລະ ປຸງແຕ່ງ ຫີນອ່ອນມາໂບ ຢູ່ບ້ານແດນສະຫວ່າງ ທີ່ນະຄອນ ຫຼວງ​ພະ​ບາງ ແຂວງຫຼວງພະບາງ ໃນເນື້ອທີ່​ຂຸດ​ຄົ້ນ​ທັງ​ໝົດ 4 ເຮັກ​ຕາ ໂດຍຈະລົງທຶນທັງໝົດ 4 ລ້ານໂດລາ ຊຶ່ງມີໄລຍະສໍາປະທານ…

ງານໄຫຼເຮືອໄຟຢູ່ຫຼວງພະບາງຈະໄດ້ຈັດຂຶ້ນໃນວັນທີ 3 ຕຸລາ

ງານໄຫຼເຮືອໄຟເນື່ອງໃນວັນບຸນອອກພັນສາປະວໍລະນາຢູ່ຫຼວງພະບາງຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 1-3 ຕຸລາ 2020 ທີ່ຈະມາເຖິງນີ້. ເລຂາຄະນະພັກຮາກຖານ, ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງຫລວງພະບາງ ສະຫາຍ ປອ ນາງສຸດາພອນ ຄົມທະວົງ ໄດ້ແຈ້ງຕໍ່ທີມງານວຽງຈັນທາຍມື້ເຊົ້ານີ້ ວັນທິດວັນທີ 20 ກັນຍາວ່າ:…

ຜູ້ນໍາພັກ-ລັດ ແລະ ປວງຊົນຊາວລາວໄດ້ເຂົ້າຮ່ວມງານຊາປະນະກິດສົບ ອະດີດລັດຖະມົນຕີກະຊວງພາຍໃນ

ຄະນະນໍາຂັ້ນສູງພັກ-ລັດ, ຄະນະບໍລິຫານງານສູນກາງພັກ ແລະ ປວງຊົນຊາວລາວ ຫຼາຍຮ້ອຍຄົນໄດ້ເຂົ້າຮ່ວມໄວ້ອາໄລມື້ສຸດທ້າຍໃນງານຊາປະນະກິດສົບອະດີດລັດຖະມົນຕີກະຊວງພາຍໃນ ສະຫາຍ ຄໍາໝັ້ນ ສູນວິເລີດ ທີ່ໄດ້ຈັດຂຶ້ນໃນຕອນບ່າຍຂອງມື້ວັນເສົາວັນທີ 19 ກັນຍາ ນີ້ທີ່ວັດເທບນິມິດ (ວັດທາດຝຸ່ນ) ພາຍຫຼັງທີ່ສົບຂອງເພີ່ນໄດ້ບໍາເພັນກຸສົນເປັນເວລາ 6 ວັນ ນັບແຕ່ວັນທີ 14 – 19…

ສະພາບນໍ້າຖ້ວມຈາກພະຍຸ ໂນອືນ ຢູ່ ແຂວງຈໍາປາສັກ ແລະ ສາລະວັນເຂົ້າສູ່ສະພາບປົກກະຕິແລ້ວ

ຫຼາຍເມືອງທີ່ຖືກນໍ້າຖ້ວມຈາກພະຍຸລູກໝຸນເຂດຮ້ອນໂນອຶນ ຢູ່ແຂວງຈໍາປາສັກ ແລະ ສາລະວັນ ມາ ຮອດປັດຈຸບັນສະພາບເປັນປົກກະຕິແລ້ວ, ຫຼັງຈາກພະຍຸດັ່ງກ່າວໄດ້ອ່ອນກໍາລັງລົງເປັນພະຍຸດີເປຣເຊີນແຕ່ຍັງກໍ່ໃຫ້ເກີດມີຝົນຕົກໃນລະດັບຄ່ອຍ, ປານກາງ ແລະ ຕົກໜັກ ຢູ່ບາງທ້ອງຖິ່ນໃນຂອບເຂດທົ່ວປະເທດ ຈົນຮອດມື້ ວັນທີ 20 ກັນຍາ ນີ້ . ຕາງໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ…