ມີຫຼາຍກວ່າ 10 ວຽກງານຈຸດສຸມ ທີ່ລັດຖະບານຈະປະຕິບັດປະຈໍາເດືອນຕຸລາ ປີ 2020 ນີ້
ຫຼາຍໜ້າວຽກທີ່ສໍາຄັນທີ່ລັດຖະບານຍັງຈະສືບຕໍ່ປະຕິບັດໃນເດືອນຕຸລາ 2020 ທີ່ຈະມາເຖິງນີ້ ໂດຍໄດ້ຍົກຂຶ້ນມາປຶກສາຫາລືທີ່ກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນກັນຍາ 2020 ໄດ້ຈັດຂຶ້ນເມື່ອວັນທີ 17-18 ກັນຍາທີ່ຜ່ານມາ ຢູ່ສຳນັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ໜ້າວຽກທີ່ຈະສືບຕໍ່ປະຕິບັດປະກອບມີການສືບຕໍ່ເພີ່ມທະວີຄວາມຮັບຜິດຊອບການເມືອງ…

