ອາກາດຮ້ອນ, ຄົນລາວຢູ່ບໍ່ແອອັດເປັນສາເຫດ ໜຶ່ງທີ່ສາມາດຢັບຢັ້ງພະຍາດໂຄວິດ-19 ໄດ້ໄວ
ກະຊວງສາທາລະນະສຸກແຈ້ງໃຫ້ຮູ້ວ່າ: ຮອດປັດຈຸບັນຫຼາຍປະເທດໃນໂລກຍັງມີການແຜ່ລະບາດຂອງພະຍາດໂຄວິດ-19 ເປັນວົງກວ້າງ ແຕ່ ສປປ ລາວ ສາມາດຢັບຢັ້ງພະຍາດດັ່ງກ່າວໄດ້ແລ້ວ ນັບແຕ່ຜູ້ຕິດເຊື້ອຜູ້ສຸດທ້າຍທີ່ໄດ້ປິ່ນປົວຫາຍຂາດ ແລະ ໄດ້ອະນຸຍາດໃຫ້ກັບບ້ານແຕ່ວັນທີ 9 ມິຖຸນາ ທີ່ຜ່ານມາ. ແຕ່ຍັງມີຄໍາຖາມຈາກສັງຄົມລາວ ແລະ ຕ່າງປະເທດທີ່ວ່າ ແພດໜໍລາວເຮົາຄືເກັ່ງແທ້ ຈຶ່ງສາມາດຢັບຢັ້ງພະຍາດດັ່ງກ່າວໄດ້ໄວ້? ມື້ນີ້ໜັງສືພິມວຽງຈັນທາຍມີຄໍາຕອບ. ທ່ານ…

