2 ໃນ 5 ຄົນທີ່ນອນຕິດຕາມອາການຢູ່ໂຮງໝໍມິດຕະພາບ ອາດຈະໄດ້ກັບບ້ານມື້ອື່ນ

ຄະນະສະເພາະກິດ ໄດ້ແຈ້ງໃຫ້ຮູ້ວ່າ ຮອດປັດຈຸບັນ ມີຄົນເຈັບທີ່ນອນຕິດຕາມອາການຢູ່ໂຮງໝໍມິດຕະພາບ 5 ຄົນ (ຍິງ 4) ໃນນັ້ນໄດ້ກວດຄືນ 3 ຄົນ ໃຫ້ຜົນລົບ 2 ຄົນ, ໝາຍຄວາມວ່າບໍ່ພົບພະຍາດໂຄວິດ-19 ແລະ ວັນທີ 27 ພຶດສະພາ 2020…

ລັດເຊຍ ມອບອຸປະກອນການແພດຕ້ານໂຄວິດ-19

ສະຫະພັນລັດເຊຍ ມອບລະບົບກວດເຊື້ອພະຍາດ 1.000 ຊຸດ, ສານທີ່ໃຊ້ເພື່ອກວດຫາເຊື້ອພະຍາດໂຄວິດ-19 ແລະ ໜ້າກາກອະນາໄມໃຫ້ແກ່ ສປປ ລາວ ເພື່ອຊ່ວຍເຫຼືອວຽກງານຄວບຄຸມພະຍາດ ໂຄວິດ-19. ພິທີມອບ-ຮັບເຄື່ອງຊ່ວຍເຫຼືອດັ່ງກ່າວຈັດຂຶ້ນວັນທີ 26 ພຶດສະພາ 2020 ທີ່ ກະຊວງສາທາລະນະສຸກ, ເຊິ່ງຮັບໂດຍ ທ່ານ ຮສ.…

ອົ​ດສະ​ຕຣາ​ລີ ແລະ ສະ​ຫະ​ພາບ​ເອີ​ຣົບ ຊ່ວຍຈັດ​ພິມ​ປຶ້ມ​ແບບ​ຮຽນ​ຊັ້ນ ປ 2

ລັດ​ຖະ​ບານ​ອົ​ດສະ​ຕ​ຣາ​ລີ ແລະ ສະ​ຫະ​ພາບ​ເອີ​ຣົບ ສືບ​ຕໍ່​ໃຫ້​ການ​ສະ​ໜັບ​ສະ​ໜູນ ກະ​ຊວງ​ສຶກ​ສາ​ທິ​ການ ແລະ ກິ​ລາ ໃນ​ການ​ພັດ​ທະ​ນາ​ຫຼັກ​ສູດ​ການ​ຮຽນ-ການ​ສອນໃນ​ແຕ່​ລະຊັ້ນ​ຮຽນ, ເຊິ່ງການ​ສະ​ໜັບ​ສະ​ໜູນຄັ້ງນີ້ ແມ່ນໄດ້ຈັດ​ພິມ​ປຶ້ມ​ແບບ​ຮຽນ​ຊັ້ນ​ປະຖົມສຶກສາປີທີ 2 ​ທັງ​ໝົດ 756.000 ຫົວ ​ເພື່ອແຈກຢາຍໃນທົ່ວປະເທດ. ປຶ້ມ​ແບບ​ຮຽນຊັ້ນປະຖົມສຶກສາປີທີ 2 ດັ່ງກ່າວ ໄດ້ສົ່ງໄປ​ຫາບັນດາຫ້ອງ​ການ​ສຶກ​ສາ​ທິ​ການ ແລະ…

ຂຸນກອງແລງ ມີຫຼາຍກວ່າ 30 ກິດຈະກໍາໄວ້ຄອຍບໍລິການນັກທ່ອງທ່ຽວ

ໂຄງການພັດທະນາແຫຼ່ງທ່ອງທ່ຽວຂຸນກອງແລງ ຢູ່ ແຂວງຄໍາມ່ວນ ຄາດວ່າຈະເປີດບໍລິການນັກທ່ອງທ່ຽວຢ່າງເປັນທາງການໃນປີ 2021 ທີ່ຈະມາເຖິງນີ້ ຫຼັງຈາກທີ່ມີການລິເລີ່ມການພັດທະນາໂຄງການມາແຕ່ເດືອນມີນາ 2019 ໂດຍມີການສ້າງຝາຍ, ສ້າງນໍ້າຕົກ, ປ້ອງກັນຕາຝັ່ງເຈື່ອນຕາມສາຍແມ່ນໍ້າ, ສ້າງສວນນໍ້າ, ການຟື້ນຟູປ່າ  ແລະ ອື່ນໆ ໂດຍມີຫຼາຍກວ່າ 30 ກິດຈະກໍາໄວ້ຕ້ອນຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ…

ລາວ ຍັງເຂັ້ມງວດໃນການເຝົ້າລະວັງຕາມຈຸດຜ່ານດ່ານຕ່າງໆ

ຄະນະສະເພາະກິດ ໄດ້ຢືນຢັນວ່າ ສປປ ລາວ ແມ່ນມີຄວາມເຂັ້ມງວດໃນການເຝົ້າລະວັງຢູ່ຕາມຈຸດຜ່ານດ່ານຕ່າງໆ ໂດຍໃນທຸກດ່ານແມ່ນໄດ້ກວດແທກອຸນຫະພູມຮ່າງກາຍ ແລະ ກັ່ນຕອງຕາມມາດຕະການປ້ອງກັນພະຍາດໂຄວິດ-19 ເປັນຕົ້ນ ແມ່ນການຈໍາກັດບໍລິເວນ 14 ວັນ ຢູ່ສູນທີ່ຄະນະສະເພາະກິດໄດ້ກະກຽມໄວ້. ທ່ານ ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ,…

ປະ­ຊາ­ຊົນ​ຈຳ­ນວນໜຶ່ງ​ບໍ່​ຍອມ­ຮັບ​ຄ່າ​ຊົດ​ເຊີຍຈາກໂຄງ­ການ​ກໍ່­ສ້າງ​ທາງ​ດ່ວນ ໝາຍ​ເລກ 1 ​

​​ປະ­ຊາ­ຊົນ​ຈຳ­ນວນ​ໜຶ່ງທີ່ດິນຖືກໂຄງການກໍ່­ສ້າງ​ທາງ​ດ່ວນ ນະຄອນຫຼວງວຽງຈັນ ໝາຍ​ເລກ 1 ຍັງ​ບໍ່​ຍອມ­ຮັບ​ຄ່າ​ຊົດ​ເຊີຍ​ທີ່​ຄິດ­ໄລ່​ໃຫ້, ເຊິ່ງເຈົ້າຂອງໂຄງການຈະຕ້ອງໄດ້ສືບຕໍ່ໄກ່​ເກ່ຍ.   ທ່ານ ພຶດ­ສະ­ພາ ພູມ​ມະ​ສັກ ປະ­ທານ​ບໍ­ລິ­ສັດ ທາງ​ດ່ວນ​ວຽງ​ຈັນ ໝາຍ​ເລກ 1 ຈໍາ­ກັດ​ຜູ້​ດຽວໄດ້ກ່າວລາຍງານຄວາມຄືບໜ້າຂອງໂຄງການດັ່ງກ່າວ ຕໍ່ ທ່ານ ປອ ສິນ​ລະ​ວົງ ຄຸດ​ໄພ­ທູນ ເຈົ້າ​ຄອງ​ນະຄອນ­ຫຼວງ​ວຽງ​ຈັນ…

ໄຊຍະບູລີ ຄາດວ່າຈະມີລາຍຮັບຫຼາຍກວ່າ 7 ລ້ານໂດລາ ຈາກການທ່ອງທ່ຽວໃນປີນີ້

ການຍ່າງປ່າ, ຂີ່ຊ້າງ ແລະ ລ່ອງເຮືອຊົມທໍາມະຊາດຕາມສາຍນໍ້າຮຸ່ງແມ່ນກິດຈະກໍາທີ່ສາມາດດຶງດູດນັກທ່ອງທ່ຽວຕ່າງປະເທດ ຢູ່ແຂວງໄຊຍະບູລີ ຊຶ່ງວຽກງານທ່ອງທ່ຽວນີ້ແມ່ນ ໜຶ່ງໃນສາມເສົາຄໍ້າຕໍ່ການພັດທະນາເສດຖະກິດຂອງແຂວງ ແລະ ຄາດວ່າປີນີ້ຈະມີລາຍຮັບຫຼາຍກວ່າ 7 ລ້ານໂດລາສະຫະລັດ. ທ່ານ ບຸນທະວີ ບຸນຊູຮັກ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວ ແຂວງ ໄຊຍະບູລີ…

ລັດ ເຫັນດີໃຫ້ປະຕິບັດນະໂຍບາຍເງິນອຸດໜູນວ່າງງານໃຫ້ຜູ້ທີ່ຢູ່ໃນລະບົບປະກັນສັງຄົມ

ກອງປະຊຸມລັດຖະບານ ທີ່ຈັດຂຶ້ນໃນລະຫວ່າງວັນທີ 21-22 ພຶດສະພາ 2020 ໄດ້ມີທິດຊີ້ນໍາ ເຫັນດີໃຫ້ປະຕິບັດນະໂຍບາຍເງິນອຸດໜູນວ່າງງານໃຫ້ຜູ້ທີ່ຢູ່ໃນລະບົບປະກັນສັງຄົມ ຕາມຄວາມສາມາດຂອງຄັງປະກັນສັງຄົມ ແລະ ວົງເງິນປະກັນຕົນຂອງຜູ້ອອກແຮງງານ ໂດຍສອດຄ່ອງກັບກົດໝາຍວ່າດ້ວຍປະກັນສັງຄົມ. ທິດຊີ້ນໍາ ດັ່ງກ່າວແມ່ນພາຍຫຼັງທີ່ກອງປະຊຸມໄດ້ຮັບຟັງບົດລາຍງານການຈັດຕັ້ງປະຕິບັດນະໂຍບາຍຕໍ່ຜູ້ອອກແຮງງານລາວ ທັງນອກ ແລະ ໃນລະບົບ ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງ ພະຍາດໂຄວິດ-19 ທີ່ສະເໜີໂດຍກະຊວງແຮງງານ ແລະ…

ການສະກັດກັ້ນການລະບາດພະຍາດໄຂ້ເລືອດອອກ ທຸກຄົນຕ້ອງມີສ່ວນຮ່ວມ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຊີ້ນໍາໃນໂອກາດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນ ພຶດສະພາ 2020 ທີ່ໄດ້ຈັດຂຶ້ນ ໃນລະຫວ່າງວັນທີ 21-22 ພຶດສະພາ 2020 ທີ່ຜ່ານມາ ໃຫ້ສືບຕໍ່ເຝົ້າລະວັງ ແລະ ສະກັດກັ້ນການລະບາດພະຍາດໄຂ້ເລືອດອອກ ໃນຂອບເຂດທົ່ວປະເທດ ທີ່ອາດຈະເກີດຂຶ້ນໃນໄລຍະລະດູຝົນທີ່ຈະມາເຖິງນີ້…

ລັດຖະບານ ຊີ້ນໍາໃຫ້ສືບຕໍ່ເກັບລາຍຮັບໂດຍນຳໃຊ້ລະບົບແບບທັນສະໄໝ

ລັດຖະບານ ໄດ້ແນະນໍາໃຫ້ພາກສ່ວນກ່ຽວຂ້ອງສືບຕໍ່ເກັບລາຍຮັບໃນບັນດາຫົວໜ່ວຍກິດຈະການໃດບໍ່ຖືກຜົນກະທົບໂຄວິດ-19 ໃຫ້ໄດ້ຢ່າງຄົບຖ້ວນ, ຈໍາກັດ ການຮົ່ວໄຫຼ ໂດຍນຳໃຊ້ລະບົບການເກັບລາຍຮັບແບບທັນສະໄໝຢ່າງກວ້າງຂວາງຕື່ມ. ຂໍ້ແນະນໍາດັ່ງກ່າວແມ່ນໄດ້ປຶກສາຫາລືໃນໂອກາດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນພຶດສະພາ 2020 ທີ່ໄດ້ຈັດຂຶ້ນແຕ່ວັນທີ 21-22 ພຶດສະພາ 2020, ພາຍໃຕ້ການເປັນປະທານ ຂອງທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແລະ…