ເມືອງສັງທອງມີຄວາມສຽ່ງສູງທີ່ຈະມີການລັກລອບຂອງແຮງງານລາວໄປໄທ ຫຼື ແຮງງານໄທມາລາວ

ຍ້ອນທີ່ຕັ້ງ ແລະ ພູມສັນຖານຂອງເມືອງສັງທອງ ນະຄອນຫຼວງວຽງຈັນ ທີ່ກົງກັນຂ້າມກັບ ເມືອງສັງຄົມ ຂອງປະເທດໄທ ໂດຍມີແມ່ນໍ້າຂອງຂັ້ນຊາຍແດນ ຊຶ່ງຖືວ່າເປັນບ່ອນທີ່ແຄບທີ່ສຸດ (ບໍ່ກວ້າງ) ຖ້າທຽບກັບເມືອງອື່ນໆໃນຂອບເຂດທົ່ວປະເທດທີ່ມີແມ່ນໍ້າຂອງຂັ້ນຊາຍແດນລະຫວ່າງລາວ ແລະ ໄທ ຈຶ່ງເຮັດໃຫ້ເມືອງສັງທອງມີຄວາມເປັນໄປໄດ້ສູງທີ່ຈະມີການລັກລອບຂ້າມນ້ຳຂອງຂອງແຮງງານລາວໄປໄທ ຫຼື ແຮງງານໄທມາລາວ ຊຶ່ງບາງຈຸດຄວາມກ້ວາງຂອງແມ່ນໍ້າຂອງທີ່ຂັ້ນຊາຍແດນ ມີປະມານ 100 ແມັດກໍ່ມີ…

ລາວ ກຽມຝຶກຊ້ອມນັກກິລາ 23 ປະເພດ ຮ່ວມຊີເກມຄັ້ງທີ 31 ປີ 2021 ທີ່ ຫວຽດນາມ

ຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ, ທ່ານ ແສງພອນ ພົນອາມາດ ໄດ້ລາຍງານໃນກອງປະຊຸມຄະນະກໍາມະການໂອແລມປິກແຫ່ງຊາດລາວ ທີ່ຈັດຂຶ້ນ ຫວ່າງບໍ່ດົນມານີ້ ຢູ່ ນະຄອນຫຼວງວຽງຈັນ ວ່າ: ສສ ຫວຽດນາມ ເຈົ້າພາບຈັດງານມະຫະກຳກິລາຊີເກມຄັ້ງທີ 31 ໃນລະຫວ່າງ ວັນທີ 21…

ບໍ່ແກ້ວຫ້າມເດັດຂາດບໍ່ໃຫ້ໃຊ້ສຽງດັງໃນຄໍ່າຄືນສະຫຼອງສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່

 ກອງບັນຊາການ ປກສ ແຂວງບໍ່ແກ້ວ ໄດ້ອອກແຈ້ງການເມື່ອບໍ່ດົນມານີ້ເຖິງທຸກຊັ້ນ ຄົນພາຍໃນແຂວງບໍ່ແກ້ວໃຫ້ຊາບວ່າ: ໃນຄໍ່າຄືນຂອງວັນທີ 31 ທັນວາ 2020 ຊຶ່ງເປັນຄໍ່າຄືນການສະຫຼອງສົ່ງທ້າຍປີເກົ່າ 2020 ແລະ ຕ້ອນຮັບປີໃໝ່ 2021 ນີ້  ຫ້າມເດັດຂາດບໍ່ໃຫ້ໃຊ້ສຽງດັງເປັນຕົ້ນແມ່ນການຈູດບັ້ງໄຟດອກ, ບັ້ງໄຟພຸ, ໝາກກະໂພກທຸກປະເພດ, ຫ້າມບຸກຄົນທີ່ບໍ່ມີໜ້າທີ່ ຖືອາວຸດທຸກປະເພດ,…

ລາວເພີ່ມຄວາມເຂັ້ມງວດໃນການປ້ອງກັນຄົນລັກລອບເຂົ້າ-ອອກຕາມຊາຍແດນ

 ພາຍຫຼັງທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ບັນດາປະເທດເພື່ອນບ້ານຂຶ້ນຮອບໃໝ່ໂດຍສະ ເພາະຢູ່ປະເທດມຽນມາ ແລະ ປະເທດໄທ ໂດຍພົບຜູ້ຕິດເຊື້ອພະຍາດດັ່ງກ່າວນີ້ເປັນຈໍາຫຼາຍໃນວັນດຽວ ແລະ ມີທ່າອ່ຽງເພີ່ມຂຶ້ນເລື້ອຍໆນັ້ນ ລັດຖະບານລາວ ກໍ່ຄື ຄະນະສະເພາະກິດປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດ ຂອງພະຍາດໂຄວິດ-19 ໄດ້ມີການຈັດກອງປະຊຸມດ່ວນເມື່ອບໍ່ດົນມານີ້ເພື່ອປຶກສາຫາລື, ວິເຄາະສະພາບການແຜ່ລະບາດຂອງພະຍາດນີ້ໃນທົ່ວໂລກ ຊຶ່ງໄດ້ເນັ້ນໜັກວິເຄາະສະພາບການແຜ່ລະບາດ ຂອງພະຍາດໂຄວິດ-19…

ຄ່າບໍລິການທາງດ່ວນເລີ່ມຈາກ 600 ຫາ 2.000 ກີບ/ກິໂລແມັດ

ບໍລິສັດຮ່ວມທຶນລາວ-ຈີນຈໍາກັດ ໄດ້ວາງປ້າຍປະກາດມາດຕະຖານການເກັບຄ່າຜ່ານທາງດ່ວນວຽງຈັນ-ວັງວຽງ ໃນມື້ວັນທີ 24 ທັນວາ 2020 ນີ້ ຊຶ່ງມີລາຄາເລີ່ມຕົ້ນ ຈາກ 600 ກີບ ຫາ 2.000 ກີບຕໍ່ກິໂລແມັດ (ກມ). ການເກັບເງິນຜ່ານທາງດັ່ງກ່າວໄດ້ແບ່ງອອກສໍາລັບລົດແຕ່ລະປະເພດດັ່ງນີ້: ລົດບັນທຸກປະເພດ1 ທີ່ມີນໍ້າໜັກບໍ່ເກີນ 2 ໂຕນ…

ປກສ ນະຄອນໄກສອນ ພົມວິຫານກວດລ້າງລົດຈັກດັດແປງສະພາບ

ເຈົ້າໜ້າທີ່ກອງຕໍາຫຼວດຈະລາຈອນ ປກສ ນະຄອນ ໄກສອນ ພົມວິຫານ ແຂວງສະຫວັນນະເຂດເລັ່ງກວດລ້າງລົດຈັກດັດແປງສະພາບ ເພື່ອສ້າງຄວາມເປັນລະບຽບຮຽບຮ້ອຍ. ທ່ານຮ້ອຍເອກ ພູທອນ ສົມບັດບຸນເຮືອງ ຫົວໜ້າກອງຕໍາຫຼວດ ຈະລາຈອນ ປກສ ນະຄອນໄກສອນ ພົມວິຫານ ແຈ້ງໃຫ້ຮູ້ ວ່າ: ການລົງກວດລ້າງລົດຈັກດັດແປງສະພາບເຕັກນິກເມື່ອບໍ່ດົນມານີ້ ສາມາດພົບເຫັນ ລົດຈັກທີ່ດັດແປງສະພາບຈໍານວນ…

ແຂວງໄຊສົມບູນ ທຳລາຍສວນຝິ່ນ ທີ່ລັກລອບປູກ ຫຼາຍກ່ວາ 4 ເຮັກຕາ

ພະແນກກວດກາ ແລະ ຄວບຄູມຢາເສບຕິດ ກອງບັນຊາການ ປກສ ແຂວງໄຊສົມບູນ ຮ່ວມກັບກອງບັນຊາການ ປກສ ເມືອງອານູວົງ, ອຳນາດການປົກຄອງບ້ານພູຫົວຊ້າງ ເມືອງອານຸວົງ  ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ທໍາລາຍສວນຝິ່ນທີ່ລັກລອບປູກຫຼາຍກ່ວາ 4 ເຮັກຕາ ໃນວັນທີ 21 ທັນວາ 2020…

ລາວ ມີແຮງງານ ເຮັດວຽກທີ່ຖືກຕ້ອງຕາມກົດໝາຍ ຢູ່ຕ່າງປະເທດ 214.000 ຄົນ

ຫົວໜ້າກົມພັດທະນາສີມືແຮງງານ ແລະ ຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ທ່ານ ນາງ ອານຸສອນ ຄຳສິງສະຫວັດ ໄດ້ກ່າວໃນພິທີສະເຫຼີມສະຫຼອງວັນເຄື່ອນຍ້າຍແຮງງານສາກົນ ຈັດຂຶ້ນໃນວັນທີ 22 ທັນວາ 2020 ທີ່ ສະໂມສອນຄະນະວິສະວະກຳສາດ ວ່າ: ສະພາບການເຄື່ອນຍ້າຍແຮງງານຢູ່…

ພະຍາດໂຄວິດ-19 ໄດ້ກາຍພັນເປັນພັນທີ່ຮ້າຍແຮງກວ່າເກົ່າແລ້ວ

ນັກວິທະຍາສາດການແພດໂລກໃຫ້ຮູ້ວ່າ: ພະຍາດໂຄວິດ-19 ໄດ້ກາຍພັນເປັນສາຍພັນໃໝ່ ທີ່ຮ້າຍແຮງກວ່າເກົ່າແລ້ວ ການແຜ່ເຊື້ອຈະໄວຂຶ້ນ ແລະ ສະລັບສັບຊ້ອນກ່ວາສາຍພັນເດີມ. ທ່ານ ຮສ. ດຣ ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກໄດ້ຖະແຫຼງຂ່າວ ເມື່ອວັນທີ 23 ທັນວາ 2020 ນີ້ທີ່ກະຊວງສາທາລະນະສຸກ ກ່ຽວກັບສະພາບການຂອງພະຍາດໂຄວິດ…

ໂຮງໝໍມະໂຫສົດ ຈະກາຍເປັນໂຮງໝໍທີ່ໃຫ່ຍ ແລະ ທັນສະໄໝທີ່ສຸດໃນລາວ

ໂຮງໝໍມະໂຫສົດຈະກາຍເປັນໂຮງໝໍທີ່ໃຫ່ຍ ແລະ ມີອຸປະກອນການແພດທີ່ທັນສະໄໝທີ່ສຸດໃນ ສປປ ລາວ, ຈະມີທັງຫມົດ 600 ຕຽງ, ມີມູນຄ່າການກໍ່ສ້າງຫຼາຍກວ່າ 590 ລ້ານຢວນ ຊຶ່ງໄດ້ຮັບການຊ່ວຍເຫຼືອລ້າຈາກລັດຖະບານ ຈີນ, ການກໍ່ສ້າງແບ່ງອອກເປັນ 2 ໄລຍະ ຊຶ່ງໄລຍະທີ 1 ຈະສໍາເລັດໃນເດືອນ ກຸມພາ…