ເມືອງໄຊເສດຖາບໍ່ອະນຸຍາດໃຫ້ເປີດບໍລິການຮ້ານອາຫານ ສະຖານີ 3434
ເມືອງໄຊເສດຖາ ນະຄອນຫຼວງວຽງຈັນບໍ່ອະນຸຍາດໃຫ້ເປີດບໍລິການຮ້ານອາຫານສະຖານີ 3434 ທີ່ຕັ້ງຢູ່ຂ້າງສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ ຕາມການສະເໜີຂໍເປີດຂອງເຈົ້າຂອງ ຮ້ານອາຫານດັ່ງກ່າວ. ອໍານາດການປົກຄອງເມືອງໄຊເສດຖາໄດ້ມີໜັງສືແຈ້ງການປິດຮ້ານດັ່ງກ່າວເມື່ອອາທິດທີ່ຜ່ານມາ ແລະ ໃນວັນທີ 20 ພະຈິກ 2020 ເຈົ້າຂອງຮ້ານອາຫານສະຖານີ 3434 ໄດ້ເຮັດໃບສະເໜີມາຍັງຫ້ອງວ່າການ ເມືອງໄຊເສດຖາເພື່ອຂໍອະນຸຍາດເປີດ. ຫ້ອງວ່າການເມືອງໄຊເສດຖາໄດ້ແຈ້ງຜົນຂອງກອງປະຊຸມຄະນະປະຈໍາພັກເມືອງໄຊເສດຖາ ເມື່ອວັນທີ 26…

