ຈຳນວນຜູ້ເສຍຊີວິດຈາກອຸບັດເຫດຢູ່ແຂວງສະຫວັນນະເຂດມີຫຼາຍກວ່າແຂວງອື່ນໆໃນເດືອນຕຸລາຜ່ານມາ
ກົມໃຫ່ຍຕໍາຫຼວດຈະລາຈອນ ແຈ້ງໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ອຸບັດເຫດທີ່ເກີດຂຶ້ນໃນເດືອນຕຸລາ 2020 ທີ່ຜ່ານມາ ພົບວ່າ ແຂວງສະຫວັນນະເຂດ ມີຈໍານວນຜູ້ເສຍຊີວິດເຖິງ 15 ລາຍ ຈາກອຸບັດເຫດທີ່ເກີດຂຶ້ນ 71 ລາຍ ຊຶ່ງຖືວ່າຜູ້ເສຍຊີວິດມີຈຳນວນຫຼາຍກວ່າແຂວງອື່ນໆ ໃນຂອບເຂດທົ່ວປະເທດ, ຮອງລົງມາແມ່ນ ນະຄອນຫຼວງວຽງຈັນ ມີຜູ້ເສຍຊີວິດ 10 ຄົນ…

