ການນໍາ ແຂວງສະຫວັນນະເຂດ, ນັກທຸລະກິດ ແລະ ບັນດາຫ້າງຮ້ານຕ່າງໆພາຍໃນ ແຂວງມອບເຄື່ອງຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ
ການນໍາແຂວງສະຫວັນນະເຂດ ນໍາໂດຍເຈົ້າແຂວງສະຫວັນນະເຂດ ທ່ານສັນຕິພາບ ພົມວິຫານ ໄດ້ມອບເຄື່ອງບັນເທົາທຸກ ເພື່ອຊ່ວຍເຫຼືອຜູ້ປະ ສົບໄພນໍ້າຖ້ວມ ຢູ່ໃນຫຼາຍເມືອງ ຂອງແຂວງສະຫວັນນະເຂດໃນຕອນເຊົ້າວັນທີ19 ຕຸລາ ນີ້. ເຄື່ອງທີ່ມອບໃນຄັ້ງນີ້ເປັນການຊ່ວຍເຫຼືອເບື້ອງຕົ້ນ ປະກອບມີເຂົ້າສານ, ອາຫານແຫ້ງ, ນໍ້າດື່ມ ແລະ ເຄື່ອງນຸ່ງຫົ່ມຈໍານວນໜຶ່ງທີ່ແຂວງໄດ້ຊື້ ແລະ ໄດ້ຮັບຈາກການບໍລິຈາກ ແລະ…

