ບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2020 ເນັ້ນສະເພາະພິທີທາງສາດສະໜາ
ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີແຈ້ງໃຫ້ຮູ້ວ່າ: ບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2020 ນີ້, ຈະເນັ້ນສະເພາະພິທີທາງສາດສະໜາ ເຊັ່ນ: ກາບໄຫ້ວ, ແຫ່ຜາສາດເຜິ້ງ, ພິທີແຫ່ລູກຄີ ແລະ ແຂ່ງຂັນປະເພນີຕີຄີ ແລະ ພິທີຕັກບາດໃນຕອນເຊົ້າຊຶ່ງໃຫ້ຈັດຢູ່ສະ ເພາະແຕ່ເດີ່ນສະໜາມຫຼວງ ແລະ ຈະອະນຸຍາດໃຫ້ພຽງແຕ່ຮ້ານຂາຍອາຫານ, ຮ້ານເຂົ້າຫຼາມ-ປິ້ງໄກ່, ຮ້ານຂາຍເຄື່ອງດື່ມ (ທີ່ບໍ່ມີທາດເຫຼົ້າ),…

