Vientiane Times Lao

ເລື່ອນເສຍຄ່າທຳນຽມທາງໄປອີກຮອດວັນທີ 30 ມິຖຸນາ 2020

ກະຊວງການເງິນໄດ້ອອກແຈ້ງການໃນບໍ່ດົນມານີ້ ວ່າດ້ວຍການເລື່ອນເສຍຄ່າທຳນຽມທາງປະຈໍາປີ 2020 ຍ້ອນສະພາບການແຜ່ລະບາດຂອງພະຍາດ COVID-19. ແຈ້ງການດັ່ງກ່າວໄດ້ລະບຸເຖິງບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງທີ່ເປັນເຈົ້າຂອງ ຫຼື ນຳໃຊ້ຍານພາຫະນະທຸກປະເພດໃນຂອບເຂດທົ່ວປະເທດໃຫ້ຊາບວ່າ: ເພື່ອອຳນວຍຄວາມສະດວກ ແລະ ໃຫ້ນະໂຍບາຍດ້ານພັນທະອາກອນຕໍ່ຜູ້ເສຍອາກອນໃນໄລຍະປະຕິບັດມາດຕະການ ຕ້ານພະຍາດ COVID-19, ທາງກະຊວງການເງິນ ໄດ້ເລື່ອນການເສຍຄ່າທຳນຽມທາງອອກໄປອີກຮອດວັນທີ 30 ມິຖຸນາ…

ລັດຖະບານ ແນະນຳໃຫ້ຮັກສາສຸຂະພາບຈິດ ແລະ ກາຍ ເພື່ອຕ້ານ COVID-19

ລັດຖະບານ ກໍ່ຄື ຄະນະສະເພາະກິດ ແມ່ນມີຄວາມເປັນຫ່ວງເປັນໄຍທີ່ສຸດໃນການປ້ອງກັນ, ຄວບຄຸມ, ໂຕ້ຕອບ ແລະ ແກ້ໄຂພະຍາດ COVID-19 ໂດຍໄດ້ມີການຕິດຕາມສະພາບການຢ່າງໃກ້ຊິດ, ປະເມີນສະຖານະການຢ່າງສະໝໍ່າສະເໝີ ເພື່ອວາງມາດຕະການໃຫ້ເໝາະສົມ ແລະ ເຂົ້າກັບສະພາບການຢ່າງທັນເວລາ. ຄະນະສະເພາະກິດ ໄດ້ຖະແຫຼງຕໍ່ສື່ມວນຊົນ ຢູ່ທີ່ສູນປະຕິບັດງານ ຄວບຄຸມ COVID-19 ມື້ວານນີ້ວ່າ…

ທີມແພດໝໍຈາກ ສປ ຈີນ 12 ທ່ານ ມາຮອດ ສປປ ລາວ ແລ້ວ ເພື່ອຊ່ວຍຕ້ານພະຍາດ COVID-19

ທີມງານແພດໝໍຈາກ ສປ ຈີນ 12 ທ່ານ  ພ້ອມດ້ວຍອຸປະກອນການແພດ ເດີນທາງມາຮອດສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ໃນຕອນເຊົ້າ ຂອງວັນທີ 29 ມີນາ 2020 ນີ້ ເພື່ອຊ່ວຍລາວໃນການ​ຄວບ​ຄຸມ​ພະ​ຍາດ COVID-19. ຈໍານວນແພດໝໍຈີນ ພ້ອມດ້ວຍອຸປະກອນການແພດ ເດີນທາງມາໃນຄັ້ງນີ້ແມ່ນເພື່ອຊ່ວຍທີມແພດໝໍ ຂອງ…

ລາວມີຜູ້ຕິດເຊື້ອພະຍາດ COVID-19 ຈໍານວນ 8 ຄົນ

ລາຍງານຈາກສູນປະຕິບັດງານ ຄະນະສະເພາະກິດ ຄວບຄຸມ COVID-19 ໃນຕອນບ່າຍມື້ນີ້ໃຫ້ຮູ້ວ່າ ປະຈຸບັນມີຜູ້ຕິດເຊື້ອພະຍາດ COVID-19 ເພີ່ມອີກ 2 ຄົນ ຈາກການວິເຄາະຫາເຊື້ອ 58 ກໍລະນີ ໃນວັນທີ 27 ມີນາ ທີ່ຜ່ານມາ. ປະຈຸບັນໄດ້ກວດວິເຄາະຫາເຊື້ອທັງໝົດ 276 ກໍລະນີ…

ຄະນະສະເພາະກິດຢືນຢັນ ບໍ່ມີຜູ້ຕິດພະຍາດ COVID-19 ເພີ່ມ

ຂ່າວດີຈາກການລາຍງານຫຼ້າສຸດຂອງຄະນະສະເພາະກິດລະດັບຊາດເພື່ອການປ້ອງກັນ ແລະ ຄວບຄຸມພະຍາດ COVID-19 ວ່າ ມາຮອດຕອນບ່າຍມື້ນີ້ ຢູ່ ສປປ ລາວ ບໍ່ພົບຜູ້ຕິດເຊື້ອ COVID-19 ເພີ່ມ. ທ່ານ ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຜູ້ປະຈໍາການຄະນະສະເພາະກິດໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນຕອນບ່າຍມື້ນີ້: ໃນວັນທີ…

ທະນາຄານ ແຫ່ງສປປ ລາວ ອອກຂໍ້ຕົກລົງໃຫ້ທະນາຄານທຸລະກິດເລື່ອນເວລາຊໍາລະໜີ້ ແກ້ໄຂຜົນກະທົບຈາກ COVID-19

ທະນາຄານແຫ່ງ ສປປ ລາວ ໄດ້ອອກຂໍ້ຕົກລົງ ໃນບໍ່ດົນມານີ້ ໃຫ້ທະນາຄານທຸລະກິດ, ສະຖາບັນການເງິນຕ່າງໆ ເລື່ອນເວລາຊໍາລະໜີ້ທັງຕົ້ນທຶນ ແລະ ດອກເບ້ຍໃຫ້ລູກຄ້າຂອງຕົນ ພ້ອມທັງປັບຫຼຸດອັດຕາດອກເບ້ຍ ແລະ ຄ່າທໍານຽມ ເພື່ອຜ່ານຜ່າວິກິດ COVID-19. ຈຸດປະສົງຂອງຂໍ້ຕົກລົງດັ່ງກ່າວແມ່ນເພື່ອກໍານົດນະໂຍບາຍແກ້ໄຂຜົນກະທົບຈາກພະຍາດ COVID-19 ໃຫ້ແກ່ລູກຄ້າທີ່ເປັນໜີ້ຂອງທະນາຄານທຸລະກິດ ແລະ ສະຖາບັນການເງິນ,…

ໂຄງການຮ່ວມໃຈສາຍໃຍໂລມາຄຳ ຈະຄ່ອຍຫັນປ່ຽນຊີວິດປະຊາຊົນຈາກການຖາງປ່າເຮັດໄຮ່ ກ້າວສູ່ມີລາຍຮັບ ແລະ ອາຊີບທີ່ໝັ້ນຄົງ

ໂຄງການຮ່ວມໃຈສາຍໃຍໂລມາຄຳເລັ່ງສ້າງຝາຍນ້ຳລົ້ນແຫ່ງທີ 2 ຢູ່ບ້ານຕາຍົງ ເຂດຈຸດສຸມຕັງ ອາໄລ-ລະແບງ ເມືອງນອງ ແຂວງສະຫວັນນະເຂດ ຫຼັງຈາກທີ່ສ້າງຝາຍແຫ່ງທຳອິດສຳເລັດໃນວັນທີ 14 ມີນາ ທີ່ຜ່ານມາຢູ່ບ້ານປະແນະ. ໂຄງການຝາຍແຫ່ງທີ 2 ນີ້ມີຄວາມຍາວ ປະມານ 37 ແມັດ ແລະ ສູງເກືອບ 2…

ດ່ວນ! ລາວພົບຜູ້ຕິດເຊື້ອພະຍາດ COVID-19 ອີກ 3 ຄົນ

ມາຮອດປະຈຸບັນ ຢູ່ ສປປ ລາວ ມີຜູ້ຕິດເຊື້ອພະຍາດ COVID-19 ອີກ 3 ຄົນ, ເພີ່ມຈາກ 3 ຄົນ ມາເປັນ 6 ຄົນ ຈາກການວິເຄາະຫາເຊື້ອທັງໝົດ 181 ກໍລະນີ. ຮສ ດຣ.…

ຈີນຊ່ວຍເຫຼືອດ້ານອຸປະກອນການແພດແກ່ລາວໃນການປ້ອງກັນ ໂຄວິດ-19

ສະຖານທູດ ສປ ຈີນ ປະຈຳ ສປປ ລາວ ໄດ້ແຈ້ງໃຫ້ຮູ້ໃນວັນທີ 26 ມີນາ 2020 ນີ້ ພັກ ແລະ ລັດຖະບານຈີນ ໄດ້ໃຫ້ຄວາມເອົາໃຈໃສ່ຢ່າງສູງຕໍ່ການຮ່ວມມືກັບຝ່າຍລາວ ໃນການປ້ອງກັນ ແລະ ຄວບຄຸມພະຍາດ ໂຄວິດ-19. ນັບມາຮອດປະຈຸບັນ,…

ຜຸ້ຊົມໃຊ້ໄຟຟ້າກຽມຮັບມືກັບລາຄາໄຟຟ້າໃໝ່ທີ່ຈະເພີ່ມຂື້ນທຸກໆປີ

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການໃນບໍ່ດົນມານີ້ວ່າ: ເຫັນດີຮັບຮອງເອົາໂຄງສ້າງລາຄາໄຟຟ້າໃໝ່ແຕ່ປີ 2020-2025 ຕາມການສະເໜີຂອງກະຊວງພະລັງງານ ແລະ ບໍ່ແຮ່ ເລີ່ມປະຕິບັດ ແຕ່ວັນທີ 1 ພຶດສະພາ 2020 ເປັນຕົ້ນໄປ ຫາ 31 ທັນວາ 2025. ໂຄງສ້າງຂອງລາຄາໄຟຟ້າໃໝ່ນີ້ຊີ້ໃຫ້ເຫັນວ່າລາຄາແມ່ນຈະເພີ່ມຂື້ນທຸກໆປີ ເຊັ່ນ ຜູ້ຊົມໃຊ້ປະເພດທີ່ຢູ່ອາໃສ:…