Vientiane Times Lao

ຊາວກະສິກອນຍັງສືບຕໍ່ເຂົ້າເຖິງແຫຼ່ງເງິນກູ້ຍາກ

ຊາວກະສິກອນຜູ້ໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດໃນປີນີ້ ກຳລັງປະເຊີນກັບບັນຫາໃນການເຂົ້າ ເຖິງແຫຼ່ງເງິນກຸ້ຈາກສະຖາບັນການເງິນ.  ສິ່ງທີ່ພວກເຂົາເຈົ້າພົບພໍ້ໄດ້ແກ່ ການຮັບອັດຕາດອກເບ້ຍສູງກວ່າທີ່ພວກເຂົາເຈົ້າສາມາດຈ່າຍຄືນໄດ້ ແລະ ຕ້ອງປະຕິບັດຕາມເງື່ອນໄຂທີ່ຮັດກຸມຂອງສະຖາບັນເງີນກູ້. ທ່ານ ພຸດທະສິນ ພິມມາຈັນ ຜູ້ປະສານງານກັບເຄືອຂ່າຍຊາວກະສິກອນລາວ ໄດ້ຍົກບັນຫາດັ່ງກ່າວຂຶ້ນມາເລົ່າໃຫ້ນັກຂ່າວໜັງສືພິມວຽງຈັນທາຍຟັງ ໃນອາທິດທີ່ຜ່ານມາວ່າ ບັນດາທະນາຄານ ແລະ ສະຖາບັນການເງິນຕ່າງໆໄດ້ວາງຂັ້ນຕອນການກູ້ຢືມເງິນຢ່າງເຂັ້ມງວດ ແລະ ຄິດໄລ່ອັດຕາດອກເບ້ຍສູງ. ສະຖາບັນການເງິນຫຼາຍແຫ່ງກຳລັງຄິດດອກເບ້ຍ 2-3%…

ໄຊຍະບູລີເສຍຫາຍຫຼາຍພັນລ້ານຈາກເຫດແຜ່ນດິນໄຫວ

ພະແນກແຮງງານ ເເລະ ສະຫວັດດີການສັງຄົມ ແຂວງໄຊຍະບູລີ ໄດ້ລາຍງານຕໍ່ລັດຖະມົນຕີກະ ຊວງແຮງງານ ແລະ ສະຫວັດດີການສັງຄົມໃນ ວັນສຸກທີ່ຜ່ານມາ ທີ 22 ພະຈິກ 2019 ວ່າ ເຫດການແຜ່ນດິນໄຫວໄດ້ສ້າງຄວາມເສຍຫາຍໜັກພໍສົມຄວນໃຫ້ແກ່ແຂວງໄຊຍະບູລີ ລວມມູນຄ່າເສຍຫາຍທັງໝົດໃນເບື້ອງຕົ້ນມີ ຫຼາຍກວ່າ 2 ຕື້ກີບ ແລະ…

ນະ​ຄອນຫຼວງວຽງຈັນ ຈະສົ່ງ 28 ​ປະເພດກິລາ ເຂົ້າຮ່ວມແຂ່ງຂັນກິລາແຫ່ງຊາດ 2020

ນະ​ຄອນຫຼວງວຽງ​ຈັນ ຕົກ​ລົງ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ກັນ ໃນ​ການຈັດ​ຕັ້ງ​ປະ​ຕິ​ບັດ 9 ໜ້າ​ວຽກ ​ເພື່ອ​​ກະ​ກຽມ​ຄວາມ​ພ້ອມ ໂດຍ​ສະ​ເພາະ​ແມ່ນ​ເຫັນ​ດີ​ຈະ​ສົ່ງຄູ​ຝຶກ 87 ຄົນ, ນັກ​ກິ​ລາ 523 ຄົນ, ຍິງ 193 ຄົນ ຈາກ 28 ປະ​ເພດ​ກິ​ລາ ເຂົ້າ​ຮ່ວມທວງ​ຕຳ​ແໜ່ງ​ແຊ໋ມເຈົ້າຫຼຽນ​ຄຳ ໃນ​ງານ​ມະ​ຫາ​ກຳ​ກິ​ລາ​ແຫ່ງ​ຊາດ​…

ສປປ ລາວ ໃຫ້ຄວາມສຳຄັນປົກປ້ອງ ແມ່ຍິງ, ເດັກນ້ອຍ ແລະ ດູແລຜູ້ອາຍຸສູງ

ກອງປະຊຸມລັດຖະມົນຕີສະຫວັດດີການສັງຄົມ ແລະ ການພັດທະນາອາຊຽນບວກສາມ (ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ) ຄັ້ງທີ 6 ໄດ້ປຶກສາຫາລື ການສ້າງຄວາມເຂັ້ມແຂງວຽກງານປົກປ້ອງສັງຄົມສໍາລັບເດັກດ້ອຍໂອກາດໃນອາຊຽນ. ໂດຍການເປັນປະທານຂອງ ທ່ານ ຄຳແພງ ໄຊສົມແພງ, ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ…

 ໂຮງໝໍ 103 ປ່ຽນຊື່ມາເປັນ ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ 

ອີງຕາມຂໍ້ຕົກລົງຂອງກະຊວງການປ້ອງກັນປະເທດ ວ່າດ້ວຍການນຳໃຊ້ເຄື່ອງໝາຍໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ແລະ ອີງຕາມໜັງສືສະເໜີຂອງກົມໃຫ່ຍພາລາທິການກອງທັບວ່າດ້ວຍການຂໍປ່ຽນຊື່ ໂຮງໝໍ 103 ມາເປັນ ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ. ດັ່ງນັ້ນ ກະຊວງປ້ອງກັນປະເທດ ໄດ້ຕົກລົງປ່ຽນຊື່ຈາກ ໂຮງໝໍ 103 ມາເປັນ ໂຮງໝໍສູນກາງ 103…

ເຂື່ອນໄຟຟ້າຕ່າງໆຢູ່ໃກ້ຄຽງກັບເຂດແຜນດິນໄຫວຢູ່ແຂວງໄຊຍະບູລີ ບໍ່ໄດ້ຮັບຜົນກະທົບຮ້າຍແຮງ

ກະຊວງພະລັງງານ ແລະ ບໍ່ແຮ່ໄດ້ແຈ້ງມື້ວານນີ້ ໃຫ້ຮູ້ວ່າ : ບັນດາເຂື່ອນຕ່າງໆທີ່ຢູ່ໃກ້ຄຽງເຂດທີ່ເກີດແຜ່ນດິນໄຫວໃນຕອນເຊົ້າມື້ ວັນທີ 21 ພະຈິກ 2019 ຢູ່ແຂວງໄຊຍະບູລີ ບໍ່ພົບຄວາມເສຍຫາຍອັນໃດຕໍ່ລະບົບໂຄງສ້າງສຳຄັນ ມີແຕ່ພົບຮອຍແຕກແຫງຢູ່ຝາໂບກປູນຂອງອາຄານບາງສ່ວນ ຢູ່ໂຄງການໂຮງໄຟຟ້າພະລັງງານຄວາມຮ້ອນຖ່ານຫິນຫົງສາເທົ່ານັ້ນ. ໃນໄລຍະທີ່ເກີດແຜ່ນດິນໄຫວໄດ້ສັ່ງໃຫ້ໂຄງການໂຮງໄຟຟ້າພະລັງງານຄວາມຮ້ອນຖ່ານຫິນຫົງສາ ແລະ ໂຄງການເຂື່ອນໄຟຟ້ານໍ້າຂອງໄຊຍະບູລີຢຸດການຜະລິດໄຟຟ້າຊົ່ວຄາວ. ຮອດປັດຈຸບັນນີ້ ເຂື່ອນໄຟຟ້ານໍ້າຂອງໄຊຍະບູລີໄດ້ເດີນເຄື່ອງຜະລິດໄຟຟ້າເປັນປົກກະຕິແລ້ວ ຍັງເຫຼືອແຕ່ໂຄງການໂຮງໄຟຟ້າພະລັງງານຄວາມຮ້ອນຖ່ານຫິນຫົງສາເທົ່ານັ້ນ…

ຄວາມຄືບໜ້າຜົນເສຍຫາຍຈາກແຜ່ນດິນໄຫວ 

ກອງບັນຊາການທະຫານເມືອງຫົງສາ ແຂວງໄຊຍະບູລີ ໄດ້ລາຍງານໃນຕອນບ່າຍທີ່ຜ່ານມາ ຂອງວັນທີ 21 ພະຈິກ 2019 ວ່າ ຈາກເຫດການແຜ່ນດິນໄຫວທີ່ໄດ້ເກີດຂຶ້ນໃນຕອນເຊົ້ານີ້ ແມ່ນສ້າງຄວາມເສຍຫາຍໃຫ້ແກ່ປະຊາຊົນ ແລະ ບັນດາຫ້ອງການລັດ ພ້ອມທັງຫົວໜ່ວຍທຸລະກິດ ຫຼາຍພໍສົມຄວນ. ຕາມການເກັບກຳຂໍ້ມູນໃນເບື້ອງຕົ້ນຂອງກອງບັນຊາເມືອງໄດ້ໃຫ້ຮູ້ວ່າ ຈຳນວນເຮືອນຂອງປະຊາຊົນທີ່ເປ່ເພມີ 16 ຫຼັງ ຄື ບ້ານຫ້ວຍຈ້ວງ…

ເທດສະການຮູບ​ເງົາ​ເອີ​ຣົບຄັ້ງ​ທຳອິດ​ໃນ​ລາວຈະຖືກ​ຈັດ​ຂຶ້ນທ້າ​ຍ​ເດືອນ​ນີ້

ອົງການສະຫະ​ພາບ​ເອີຣົບ ປະ​ຈຳ ສປປ ລາວ ຮ່ວມ​ກັບ​ບັນດາ​ປະ​ເທດ​ສະມາຊິກ​ເອີຣົບ ​ໄດ້ຖະ​ແຫຼ​ງການໃນວັນ​ທີ 19 ພະຈິກ 2019 ທີ່ ນະຄອນຫຼວງ​ວຽງ​ຈັນ​ ​ກ່ຽວກັບ​ງານ​ເທດສະການ​ຮູບ​ເງົາ​ເອີ​ຣົບຄັ້ງທຳ​ອິດ​ໃນ ສປປ ລາວ ​ເຊິ່ງຈະ​ຈັດ​ຂຶ້ນ​ໃນ​ລະ​ຫວ່າງ​ວັນ​ທີ 26-30 ພະຈິກ ທີ່​ນະ​ຄອນ​ຫຼວງ​ວຽງ​ຈັນ. ທ່ານ ລີ​​ໂອ…

ພົບຫຼາຍໂຄງການລົງທຶນຂອງລັດມີມູນຄ່າສູງເກີນຄວາມເປັນຈິງ

ທ່ານ ສົມດີ ດວງດີ ລັດຖະມົນຕີກະຊວງການເງິນ ໄດ້ກ່າວ ຢູ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງ ຊາດຊຸດທີ VIII ໃນບໍ່ດົນມານີ້ກ່ຽວກັບການຊັກຖາມຂອງສະ ມາຊິກສະພາແຫ່ງຊາດ ເລື່ອງການຈັດຕັ້ງປະຕິບັດດຳລັດ ວ່າດ້ວຍການປະຢັດ ແລະ ຕ້ານການຟຸມເຟືອຍວ່າ: ພຽງແຕ່ 2 ປີເທົ່ານັ້ນ (2017-2018)…

7 ບັນຫາທີ່ສົ່ງຜົນກະທົບຕໍ່ການຂະຫຍາຍເສດຖະກິດຂອງລາວ

ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ລາວ ໄດ້ລາຍງານຢູ່ກອງປະຊຸມທຸລະກິດລາວຄັ້ງທີ 12 ຫວ່າງບໍ່ດົນມານີ້ວ່າ ສປປ ລາວ ກໍ່ເປັນປະເທດໜຶ່ງທີ່ໄດ້ຮັບຜົນກະທົບຈາກເສດຖະກິດໂລກ ເຮັດໃຫ້ການ ຂະຫຍາຍຕົວແມ່ນໄດ້ຫຼຸດລົງຈາກ 8% ໃນປີ 2018 ຫຼຸດລົງມາຍັງເຫຼືອ 6,4%…