ງານວາງສະແດງ ສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ ຈະຈັດຂຶ້ນເດືອນສິງຫານີ້

ງານວາງສະແດງ ແລະ​ ຈໍາໜ່າຍສິນຄ້າ​ໜຶ່ງເມືອງ​ ໜຶ່ງຜະລິດຕະພັນ ​ແລະ ​ສິນຄ້າຄອບຄົວຕົວແບບຂອງນະຄອນຫຼວງວຽງຈັນ ຄັ້ງທີ​ VII, ຈະໄດ້ຈັດຂຶ້ນລະຫວ່າງວັນທີ 15-23 ສິງຫາ​ 2020​ ຢູ່ສູນການຄ້າລາວ-ໄອເຕັກ ​(ຕຶກ​ເກົ່າ)​.​ ໃນງານຄັ້ງນີ້ ຄາດວ່າຈະມີ  153 ຫົວໜ່ວຍທຸລະກິດເຂົ້າຮວມ, ລວມມີ 157…

ອັດຕາການຫວ່າງງານພາຍໃນປະເທດອາດເພີ່ມຂື້ນເປັນ 25%

ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ຊີ້ແຈງ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ສະພາແຫ່ງຊາດຊຸດ 8 ໃນວັນທີ 25 ມິຖຸນາ 2020 ວ່າ: ຍ້ອນ…

ລັດຈະເຮັດໃຫ້ອັດຕາແລກປ່ຽນເງິນກີບ ທຽບໃສ່ເງິນໂດລາໃຫ້ເໜັງຕິງໃນຂອບ ອ່ອນຄ່າ ຫຼື ແຂງຄ່າ ບໍ່ເກີນ 5%

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ກ່າວທີ່ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ໃນບໍ່ດົນມານີ້ກ່ຽວກັບວຽກງານຈຸດສຸມດ້ານການເງິິນ-ເງິນຕາ ໃນລະຍະ 6 ເດືອນທ້າຍປີນີ້ວ່າ:​ ລັດຖະບານຈະສືບຕໍ່ດໍາເນີນນະໂຍບາຍເງິນຕາໂດຍການຄວບຄຸມປະລິມານເງິນໃຫ້ຂະຫຍາຍຕົວຢູ່ໃນລະດັບບໍ່ເກີນ 20 % ທຽບໃສ່ປີຜ່ານມາ, ຈະພະຍາຍາມຄວບຄຸມອັດຕາເງິນເຟີ້ໃຫ້ຢູ່ໃນລະດັບທີ່ເໝາະສົມ, ອັດຕາແລກປ່ຽນເງິນກີບ…

ສູນວັດທະນະທຳເດັກ ລົງເຄື່ອນໄຫວຢູ່ໂຮງຮຽນບ້ານອ່າວກາງ

ສູນວັດທະນະທຳເດັກ ພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງໄຊສົມບູນ ໄດ້ລົງເຄື່ອນໄຫວ-ຊຸກຍູ້ກິດຈະກຳສຳລັບເດັກ ຢູ່ໂຮງຮຽນປະຖົມສົມບູນ ບ້ານອ່າວກາງ, ເມືອງອະນຸວົງ, ຊຶ່ງບັນດາກິດຈະກຳຕ່າງໆ ລ້ວນໜ້າຕື່ນເຕັ້ນ ເປັນຕົ້ນ: ເລົ່ານິທານ, ປະດິດເຄື່ອງຫຼິ້ນ, ສາຍວິດີໂອ, ຮ້ອງເພງປະກອບທ່າທາງ ແລະ ຫຼິ້ນເກມປະເພດຕ່າງໆ. ໃນວັນທີ…

ຫຼາຍບັນຫາຍັງຕ້ອງການແກ້ໄຂໃນການສົ່ງອອກສິນຄ້າ

ການສົ່ງອອກສິນຄ້າ ຍັງມີຫຼາຍບັນຫາ, ໂດຍສະເພາະການສົ່ງອອກສິນຄ້າຂອດສຸດທ້າຍກໍແມ່ນພາສີຢູ່ດ່ານ ຊື່ງກ່ອນຈະຮອດດ່ານພາສີ ກໍຍັງມີຫຼາຍຂັ້ນຕອນ ແລະ ມັນກໍໄດ້ພົວພັນກັບຫຼາຍພາກສ່ວນທີ່ກ່ຽວຂ້ອງ ຊຶ່ງຈະຕ້ອງໄດ້ຮ່ວມມືກັນແກ້ໄຂ. ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນໄດ້ໃຫ້ກຽດຊີ້ແຈງຕໍ່ຄຳຊັກຖາມ ຂອງສະມາຊິກສະພາແຫ່ງຊາດ ຕໍ່ບັນຫາດັ່ງກ່າວ,ໃນວັນທີ 25 ມິຖຸນາ 2020 ໃນກອງປະຊຸມສະໄໝສາມັນເທື່ອທີ 9…

ລັດໄດ້ປັບປຸງໂຄງສ້າງລາຄາໄຟຟ້າໃໝ່ ແລ້ວເຖິງວ່າໄຟຟ້າລາວຈະຂາດ ທຶນຫຼາຍຮ້ອຍລ້ານກໍຕາມ

ນາຍົກລັດຖະມົນຕີ ໄດ້ໃຫ້ຄວາມກະຈ່າງແຈ້ງເພີ່ມເຕີມມື້ວານນີ້ວັນທີ 25 ມິຖຸນາ ທີ່ ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ກ່ຽວກັບບາງບັນຫາ ຕໍ່ການຊັກຖາມ ແລະ ແລກປ່ຽນຄຳຄິດຄຳເຫັນ ກັບ ບັນດາ ສະມາຊິກສະພາແຫ່ງຊາດ ເປັນຕົ້ນ ແມ່ນຄ່າໄຟຟ້າ,…

ໂຄ​ງການ​ລາວ​ທ່ຽວ​ລາວຈະເປີດຢ່າງເປັນທາງການໃນຕົ້ນເດືອນໜ້າ

ສະພາ​ການ​ຄ້າ​ແລະ​ອຸດສາຫະກຳ​​ແຫ່ງ​ຊາດ​ລາວ ແລະ ​ສະມາຄົມ​ຮ້ານ​ອາຫານ​ ແລະ ​ໂຮງ​ແຮມໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມວຽງຈັນທາຍໃນວັນພະຫັດນີ້ວ່າ: ໂຄ​ງການ​ລາວ​ທ່ຽວ​ລາວ ຈະ​ຊ່ວຍ​ສົ່ງ​ເສີມ ​ແລະ ​ຊຸກ​ຍູ້​ການທ່ອງທ່ຽວ​ພາຍ​ໃນ​ໃຫ້​ຄຶກຄື້ນກວ່າ​ເກົ່າ, ໂດຍຈະໄດ້ມີ​ພິທີ​ເປີດຢ່າງ​ເປັນ​ທາງ​ການໃນຕົ້ນ​ເດືອນກໍ​ລະ​ກົດ​ນີ້​. ໂຄງການດັ່ງກ່າວນີ້ເປັນໂຄງການສົ່ງເສີມການທ່ຽວຢູ່ພາຍໃນປະເທດ ເພື່ອຊັກຊວນ ແລະ ດຶງດູດຄົນລາວທີ່ມັກໄປທ່ຽວຕ່າງປະເທດ ໃຫ້ສົນໃຈມາທ່ຽວຊົມວັດທະນະທໍາຮີດຄອງປະເພນີອັນດີງາມທີ່ເປັນເອກະລັກຂອງຊົນຊາດລາວ ແລະ ທ່ຽວຊົມທັດສະນີຍະພາບອັນສວຍສົດງົດງາມຢູ່ຕາມແຫຼ່ງທ່ອງທ່ຽວຢູ່ພາຍໃນປະເທດໃຫ້ຫຼາຍຂຶ້ນ. ທ່ານ​​ອິນທີ ​ເດືອນ​ສະຫວັນ ຄະນະ​ບໍລິຫານ​ງານ​ສະພາ​ການ​ຄ້າ​…

ບັນດາປະເທດອາຊຽນຍັງເຂັ້ມງວດປ້ອງກັນພະຍາດໂຄວິດ-19

ປະຈຸບັນ, ບັນດາກຸ່ມປະເທດອາຊຽນ ຍັງເຂັ້ມງວດເຝົ້າລະວັງ ຄົນເຂົ້າ-ອອກໃນປະເທດຕົນເອງ ເພື່ອປ້ອງກັນການແຜ່ລະບາດພະຍາດໂຄວິດ-19, ຊຶ່ງໃນກຸ່ມປະເທດດັ່ງກ່າວ ມາຮອດວັນທີ 25 ມິຖຸນານີ້, ມີການຢັ້ງຢືນ ຜູ້ຕິດເຊື້ອພະຍາດ COVID-19 ແມ່ນ 136,615 ຄົນ, ເສຍຊີວິດ 3,991 ​ຄົນ. ສະເພາະຢູ່ ສປປ…

ເມືອງສິງຖືກໄພທໍາມະຊາດຖະຫຼົ່ມໜັກ 2 ຄັ້ງແລ້ວ

ຫ້ອງການແຮງງານ ແລະ ສະຫັວດດີການສັງຄົມ ເມືອງສິງ ແຂວງຫຼວງນໍ້າທາ ໃຫ້ຮູ້ວ່າ: ລະດູຝົນຫາເລີ່ມຕົ້ນພຽງແຕ່ 2 ເດືອນ ຢູ່ເມືອງສິງ ແຂວງຫລວງນໍ້າທາ ໄດ້ຖືກໄພທໍາມະຊາດຖະຫລົ່ມຢ່າງໜັກແລ້ວເຖິງ 2 ຄັ້ງ ຊຶ່ງໄດ້ສ້າງຄວາມເສຍຫາຍຫຼາຍກວ່າ 10 ຕື້ກີບ. ທ່ານນາງ ຫຼ້າມອນ ອ່ອນແສງສີ…

ເລກໝາຍໂທລະສັບ ແລະ ຊິມເນັດ ຈະຂຶ້ນທະບຽນຄືນໃໝ່

ຫ້ອງການ ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ໄດ້ອອກແຈ້ງການຫວາ່ງບໍ່ດົນມານີ້ ວ່າ: ເພື່ອເປັນການຄຸ້ມຄອງການນໍາໃຊ້ເລກໝາຍໂທລະສັບໃນໄລຍະໃໝ່ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍດີ ຈຶ່ງຈໍາເປັນຕ້ອງໄດ້ມີການຂຶ້ນທະບຽນເລກໝາຍໂທລະສັບ ແລະ ຊິມເນັດຄືນໃໝ່. ອີງຕາມໃບແຈ້ງການດັ່ງກ່າວ ແມ່ນຈະເລີ່ມຈັດຕັ້ງປະຕິບັດແຕ່ວັນທີ 01/07/2020 ເຖິງ 31/12/2020, ໂດຍການແບ່ງອອກເປັນສາມໄລຍະດັ່ງນີ້:…