ນະຄອນຫລວງເລັ່ງແກ້ໄຂບັນຫາສາຍເຄເບີນ, ສາຍອິນເຕິເນັດ ແລະ ສາຍອື່ນໆທີ່ບໍ່ເປັນລະບຽບຕາມເສົາໄຟຟ້າ
ອົງການປົກຄອງນະຄອນຫລວງວຽງຈັນ ແຈ້ງໃຫ້ຮູ້ວ່າ: ນະຄອນຫລວງວຽງຈັນເລັ່ງແກ້ໄຂບັນຫາສາຍໄຟ, ໂທລະຄົມ, ອິນເຕິເນັດ, ໂທລະສັບ, ສາຍເຄເບີນ ແລະ ສາຍອື່ນໆ ທີ່ແລ່ນ ຫຼື ເກາະຫ້ອຍຢູ່ຕາມເສົາໄຟຟ້າ ບາງບ່ອນມີສາຍຂາດ, ສາຍຍານ, ບາງສາຍບໍ່ໄດ້ນໍາໃຊ້ແລ້ວແຕ່ບໍ່ມີການຮື້-ຖອນອອກ ຊຶ່ງບໍ່ເປັນລະບຽບຮຽບຮ້ອຍຕາມເສັ້ນທາງຕ່າງໆ ແລະ ໄດ້ກໍ່ໃຫ້ເກີດອຸປະຕິເຫດ ໂດຍສະເພາະມີການເກາະຄໍຜູ້ຂັບຂີ່ລົດຈັກ ແລະ…

