ລັດ ເຫັນດີໃຫ້ປະຕິບັດນະໂຍບາຍເງິນອຸດໜູນວ່າງງານໃຫ້ຜູ້ທີ່ຢູ່ໃນລະບົບປະກັນສັງຄົມ
ກອງປະຊຸມລັດຖະບານ ທີ່ຈັດຂຶ້ນໃນລະຫວ່າງວັນທີ 21-22 ພຶດສະພາ 2020 ໄດ້ມີທິດຊີ້ນໍາ ເຫັນດີໃຫ້ປະຕິບັດນະໂຍບາຍເງິນອຸດໜູນວ່າງງານໃຫ້ຜູ້ທີ່ຢູ່ໃນລະບົບປະກັນສັງຄົມ ຕາມຄວາມສາມາດຂອງຄັງປະກັນສັງຄົມ ແລະ ວົງເງິນປະກັນຕົນຂອງຜູ້ອອກແຮງງານ ໂດຍສອດຄ່ອງກັບກົດໝາຍວ່າດ້ວຍປະກັນສັງຄົມ. ທິດຊີ້ນໍາ ດັ່ງກ່າວແມ່ນພາຍຫຼັງທີ່ກອງປະຊຸມໄດ້ຮັບຟັງບົດລາຍງານການຈັດຕັ້ງປະຕິບັດນະໂຍບາຍຕໍ່ຜູ້ອອກແຮງງານລາວ ທັງນອກ ແລະ ໃນລະບົບ ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງ ພະຍາດໂຄວິດ-19 ທີ່ສະເໜີໂດຍກະຊວງແຮງງານ ແລະ…

