ສປປ ລາວ ເປີດຍຸດທະສາດ 5 ປີ ສ້າງເສດຖະກິດເອກະລາດ, ຍູ້ GDP ໃຫ້ເຕີບໂຕສະເລ່ຍ 6% ຂຶ້ນໄປ

ລັດຖະບານລາວ ມີຈຸດປະສົງຊຸກຍູ້ການເຕີບໂຕທາງເສດຖະກິດໃຫ້ບັນລຸໃນລະດັບສະເລ່ຍ 6% ຫຼື ສູງກວ່າ ໃນໄລຍະ 5 ປີຕໍ່ໜ້າ ໃນຂະນະທີ່ພວມເລັ່ງສ້າງເສດຖະກິດທີ່ມີຄວາມເປັນເອກະລາດ ແລະ ເພິ່ງຕົນເອງ. ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳສະເໜີຮ່າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ…

ປະເທດເຮົາ, ເຖິງຈະມີກາລະໂອກາດທີ່ເອື້ອອຳນວຍໃນຫຼາຍດ້ານ,ແຕ່ກໍ່ຍັງຈະສືບຕໍ່ປະເຊີນໜ້າກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍປະການ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະທານປະເທດ  ແຫ່ງ ສປປ ລາວໄດ້ສະເໜີຮ່າງລາຍງານການເມືອງ ຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຕໍ່ກອງປະຊຸມໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດ ຄັ້ງ​ທີ XII ​ຂອງ​ພັກ ປະ​ຊາ​ຊົນປະ​ຕິ​ວັດລາວ ໃນມື້ເຊົ້ານີ້ກ່ຽວກັບການສືບຕໍ່ຍູ້ແຮງພາລະກິດການປ່ຽນແປງໃໝ່ຂອງພັກ,ນໍາພາບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນກ້າວຂຶ້ນສູ່ສັງຄົມນິຍົມວ່າ: ໃນຊຸມປີຕໍ່ໜ້າ, …

5 ປີຜ່ານມາ ປະເທດລາວໄດ້ປະເຊີນໜ້າກັບສະພາບຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນຢ່າງໜັກໜ່ວງ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່  ຄະນະບໍລິຫານງານສູນກາງພັກ ປະທານປະເທດ  ແຫ່ງ ສປປ ລາວ ໄດ້ສະເໜີຮ່າງລາຍງານ ການເມືອງ ຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຕໍ່ກອງປະຊຸມໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດ ຄັ້ງ​ທີ XII ​ຂອງ​ພັກ ປະ​ຊາ​ຊົນປະ​ຕິ​ວັດລາວ…

ກອງ​ປະ​ຊຸມໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ຄັ້ງ​ທີ XII ​ຂອງ​ພັກ ໄດ້​ໄຂຂຶ້ນຢ່າງເປັນ​ທາງ​ການ​​

ກອງ​ປະ​ຊຸມໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ຄັ້ງ​ທີ XII ​ຂອງ​ພັກ ປະ​ຊາ​ຊົນປະ​ຕິ​ວັດລາວ ໄດ້​ໄຂ​ຂື້ນ​ຢ່າງ​ເປັນ​ທາງ​ການ ໃນ​ຕອນ​ເຊົ້າ​ມື້ນີ້ ທີ່​ນະ​ຄ​ອນຫຼວງວຽງ​ຈັນ ເຊິ່ງ​ເປັນ​ສູນ​ລວມ​ທາງ​ດ້ານ​ການ​ເມືອງ, ເສດ​ຖະ​ກິດ ແລະ ສັງ​ຄົມ ຂອງ ປະ​ເທດ. ​ພິ​ທີ​ໄຂຢ່າງ​ເປັນ​ທາງ​ການ ໄດ້​ເລີ່ມ​ຕົ້ນ​ເວ​ລາ 8:00 ໂມງ ເລີ່ມ​ຈາກ​ການເຄົາລົບທຸງຊາດ ບັນເລງເພງຊາດ…

ກອງປະຊຸມຄົບຄະນະ ຄັ້ງທີ 13 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI

ຄະນະບໍລິຫານງານສູນກາງພັກ ໄດ້ດໍາເນີນກອງປະຊຸມຄົບຄະນະ ຄັ້ງທີ 13 ສະໄໝທີ XI ໃນຕອນເຊົ້າຂອງວັນທີ 5 ມັງກອນ ນີ້ ທີ່ຫ້ອງວ່າການສູນກາງພັກ fbtwພາຍໃຕ້ການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ. ກອງປະຊຸມຄັ້ງນີ້ເປັນກອງປະຊຸມທີ່ມີຄວາມໝາຍສຳຄັນແລະ ຖືເປັນກອງປະຊຸມສູນກາງຄັ້ງສຸດທ້າຍໃນສະໄໝທີ…

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກແມ່ນຍຸດທະສາດ, ພື້ນຖານ ແລະ ຍາວນານໃນການພັດທະນາປະເທດຊາດໃນແຕ່ລະໄລຍະ

ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ຕາງໜ້າກອງເລຂາກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໄດ້ໃຫ້ສໍາພາດ ຕໍ່ສື່ມວນຊົນ ເມື່ອມໍ່ໆມານີ້ ກ່ຽວກັບຄວາມໝາຍຄວາມສຳຄັນ ຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ວ່າ: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ…

ການນຳຂັ້ນສູງຂອງພັກ ວາງພວງມາລາ ແລະ ກະຕ່າດອກໄມ້ ຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ

ການນໍາຂັ້ນສູງຂອງພັກປະຊາຊົນປະຕິວັດລາວ, ນໍາໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າວາງພວງມາລາ ຢູ່ອະນຸສາວະລີນັກຮົບນິລະນາມ (ດາວແດງ) ແລະ ວາງກະຕ່າດອກໄມ້ ຢູ່ຫໍພິພິທະພັນ ໄກສອນ ພົມວິຫານ ມື້ເຊົ້ານີ້ ເພື່ອຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ…

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວຈະມີຜູ້ແທນເຂົ້າຮ່ວມທັງໝົດ 834 ສະຫາຍ

ສະຫາຍ ກິແກ້ວ ໄຂຄໍາພິທູນ, ກໍາມະການກົມການເມືອງສູນກາງພັກ, ຫົວໜ້າກອງເລຂາ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໄດ້ຖະແຫຼງຂ່າວ ກ່ອນດໍາເນີນກອງປະຊຸມໃຫຍ່ ທີ່ຫໍປະຊຸມແຫ່ງຊາດໃນຕອນບ່າຍ ວັນທີ 04 ມັງກອນ 2026 ນີ້ ວ່າ: ພີ່ນ້ອງຮ່ວມຊາດ ແລະ…

ເຕືອນ! ຮຽກຮ້ອງສັງຄົມລາວ ຈົ່ງມີສະຕິໃນການເສບຂ່າວ ຮ່ວມກັນຕ້ານຂ່າວປອມ ໃນໄລຍະກະກຽມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

ໃນຂະນະທີ່ ປວງຊົນລາວທັງຊາດ ພວມຢູ່ໃນບັນຍາກາດແຫ່ງຄວາມປິຕິຊົມຊື່ນ ແລະ ສຸມໃສ່ສ້າງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ເພື່ອຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ທີ່ຈະມາເຖິງນີ້ ແຕ່ກໍຍັງມີກຸ່ມຄົນບໍ່ຫວັງດີ ຈຳນວນໜຶ່ງ ໄດ້ສວຍໂອກາດເຄື່ອນໄຫວສ້າງຄວາມວຸ້ນວາຍຜ່ານສື່ສັງຄົມອອນລາຍ ຢ່າງຕໍ່ເນື່ອງ ຊຶ່ງຮຽກຮ້ອງໃຫ້ສັງຄົມຕ້ອງຮູ້…

ບຸນນະມັດສະການເສົາຫຼັກເມືອງບັນດາເຜົ່າ ແລະ ອະນຸສາວະລີອົງແກ້ວ ຢູ່ເຊກອງ

ພະແນກວັດທະນະທໍາ ແລະ ການທ່ອງທ່ຽວແຂວງເຊກອງ ຮ່ວມກັບເມືອງລະມາມ ແລະ ບັນດາບ້ານເທສະບານ ໄດ້ຈັດງານບຸນນະມັດສະການເສົາຫຼັກເມືອງບັນດາເຜົ່າ ແລະ ອະນຸສາວະລີອົງແກ້ວ ແຂວງເຊກອງ ໃນລະຫວ່າງວັນທີ 1-3 ມັງກອນ 2026 ທີ່ຜ່ານມາ. ການຈັດງານບຸນຄັ້ງນີ້, ກໍເພື່ອສັກກາລະບູຊາເສົາຫຼັກເມືອງ ທີ່ເປັນສູນລວມຈິດໃຈ ຂອງປະຊາຊົນບັນດາເຜົ່າຊາວແຂວງເຊກອງ ຊຶ່ງໄດ້ມີການຈັດຕັ້ງກອງບຸນຂຶ້ນ…